ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ພັດທະນາພື້ນທີ່ສີຂຽວ ໃນນະຄອນປາກເຊ
关于巴色市绿地管理与发展的协议
Agreement on Green Space Management and Development in Pakse City
ບົດສະຫຼຸບ
ຂໍ້ຕົກລົງຂອງເຈົ້າແຂວງຈຳປາສັກ ກຳນົດນະໂຍບາຍ, ຫຼັກການ, ເປົ້າໝາຍ, ເງື່ອນໄຂ ແລະ ມາດຕະການການຄຸ້ມຄອງ ແລະ ພັດທະນາພື້ນທີ່ສີຂຽວໃນນະຄອນປາກເຊ ແລະ ເມືອງ, ບ້ານທີ່ຕິດຈອດ, ລະບຸໜ້າທີ່ຂອງອົງການປົກຄອງແຕ່ລະຂັ້ນ, ແຫຼ່ງທຶນ, ການກວດກາ, ຂໍ້ຫ້າມ ແລະ ມາດຕະການຊຸກຍູ້ ແລະ ລົງໂທດ, ເພື່ອສ້າງນະຄອນປາກເຊໃຫ້ເປັນສີຂຽວ ແລະ ຍືນຍົງ.
ມາດຕາ
ມາດຕາ 1
ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດນະໂຍບາຍ, ຫຼັກການ, ເປົ້າໝາຍ, ເງື່ອນໄຂ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ພັດທະນາພື້ນທີ່ສີຂຽວ ໃນນະຄອນປາກເຊ, ບັນດາເມືອງ ແລະ ບ້ານທີ່ມີຊາຍແດນຕິດຈອດ ເພື່ອເຮັດໃຫ້ພື້ນທີ່ດັ່ງກ່າວ ໄດ້ຮັບການພັດທະນາ, ປົກປັກຮັກສາ, ບູລະນະ, ຟື້ນຟູ, ປູກຕົ້ນໄມ້-ພືດສີຂຽວຄືນໃໝ່ ໃຫ້ເປັນພື້ນທີ່ສີຂຽວ ສະອາດງາມຕາ ແນໃສ່ສ້າງນະຄອນປາກເຊ ໃຫ້ມີອາກາດສົດຊື່ນ, ຮົ່ມເຢັນ, ມີພູມີທັດ ແລະ ທັດສະນິຍະພາບທີ່ສວຍງາມ, ຢູ່ງ່າຍ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງນະຄອນປາກເຊ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ.
ມາດຕາ 2
ການຄຸ້ມຄອງ ແລະ ພັດທະນາພື້ນທີ່ສີຂຽວ ການຄຸ້ມຄອງ ແລະ ພັດທະນາພື້ນທີ່ສີຂຽວ ແມ່ນຂະບວນການບໍລິຫານປັບປຸງ, ບູລະນະ, ພື້ນຟູ, ປູກ ຕົ້ນໄມ້-ພືດສີຂຽວດືນໃໜ່ ໃສ່ບ່ອນພື້ນທີ່ ທີ່ເປັນພື້ນທີ່ສີຂຽວເກົ່າ ແລະ ໃໝ່ ຊຶ່ງການປັບປຸງ, ບູລະນະ, ພື້ນຟູ, ປູກ ຕົ້ນໄມ້-ພືດສີຂຽວດັ່ງກ່າວ ຕ້ອງຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ຕາມທິດສີຂຽວ ແລະ ຍືນຍົງ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 28 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ