ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງລາຄາ ຢາ ແລະ ຜະລິດຕະພັນການແພດ

关于药品及医疗用品价格管理的决定

Decision on Price Management of Pharmaceuticals and Medical Supplies

ບົດສະຫຼຸບ

ຄຳສັ່ງສະບັບນີ້ອອກໂດຍກະຊວງສາທາລະນະສຸກ, ກຳນົດຫຼັກການ, ລະບຽບການ, ມາດຕະການ ແລະ ວິທີການໃນການຄຸ້ມຄອງລາຄາຢາ ແລະ ອຸປະກອນການແພດ, ກວມເອົາການແຈ້ງ ແລະ ແຈ້ງຄືນລາຄາ, ການກຳນົດລາຄາຂາຍສົ່ງ ແລະ ຂາຍຍ່ອຍ, ລາຄາທີ່ຊະນະການປະມູນ, ການຈັດຊື້ດ້ວຍງົບປະມານລັດ, ໜ້າທີ່ຂອງອົງການຄຸ້ມຄອງແຕ່ລະຂັ້ນ, ສິດ ແລະ ໜ້າທີ່ຂອງຜູ້ປະກອບການ, ການກະທຳທີ່ຫ້າມ ແລະ ການລົງໂທດຜູ້ລະເມີດ.

ມາດຕາ

ມາດຕາ 1

ການກຳນົດລາຄາກາງ ໂດຍ ກົມອາຫານ ແລະຢາ ກະຊວງສາທາລະນະສຸກ ເປັນຜູ້ກຳນົດລາຄາກາງຂອງ ຢາ ແລະ ຜະລິດຕະພັນການ ແພດໂດຍອີງໃສ່ຂໍ້ມູນລາຄາໃນທ້ອງຕະຫຼາດທັງພາຍໃນ ແລະ ສາກົນ. ລາຄາກາງແມ່ນນຳໃຊ້ເພື່ອເປັນບ່ອນອີງ ໃນການປະມູນຈັດຊື່ຢາ ແລະ ຜະລິດຕະພັນການແພດ ຢູ່ຂັ້ນສູນ , ກາງ ແລະ ທ້ອງຖິ່ນ ແລະ ເປັນຂໍ້ມູນໃຫ້ແກ່ການກຳນົດລາຄາ ຫຼື ຄ່າບໍລິການສຸຂະພາບຂອງຄົນເຈັບນອນ ແລະ ຄົນເຈັບກວດເຂດນອກ ໃນສະຖານທີ່ບໍລິການສາທາລະນະສຸກ ພາກລັດ ແລະ ເອກກະຊົນ ທີ່ມີການເຊັນສັນຍາ ຮັບການຊຳລະຄ່າຢາ ແລະ ຜະລິດຕະພັນການແພດ ຈາກປະກັນສຸຂະພາບ ແລະ ປະກັນສັງຄົມ.

ມາດຕາ 2

ການຄຸ້ມຄອງລາຄາ ຢາ ແລະ ຜະລິດຕະພັນການແພດ ການຄຸ້ມຄອງລາຄາ ແມ່ນ ການກວດກາ ແລະ ຕິດຕາມ ການກຳນົດລາຄາ ຢາ ແລະ ຜະລິດຕະພັນການ ແພດຂອງຜູ້ຜະລິດ, ນຳເຂົາ ແລະ ຈຳຫຼ່າຍ ຢູ່ສະຖານທີ່ບໍລິການສາທາລະນະສຸກ ທັງພາກລັດ ແລະ ພາກ າ ເອກະຊົນໂດຍຂະແໜງສາທາລະນະສຸກ ແລະ ບັນດາຂະແຫງການທີ່ກ່ຽວຂ້ອງ ບົນພື້ນຖານບັນດາຫຼັກການ ແລະ ຂໍ້ບັນຍັດທີ່ກຳນົດພາຍໃຕ້ຂໍ້ຕົກລົງສະບັບນີ້.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 34 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ