ຂໍ້ຕົກລົງ ວ່າດ້ວຍ ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ (O-Storage/O-Share)

关于政务文件共享存储与使用系统(O-Storage/O-Share)的决定

Decision on the Government Document Shared Storage and Usage System (O-Storage/O-Share)

ບົດສະຫຼຸບ

ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກຳນົດກ່ຽວກັບການຄຸ້ມຄອງ, ມາດຕະຖານເຕັກນິກ, ຄວາມປອດໄພ, ການຍື່ນຂໍນຳໃຊ້, ສິດ ແລະ ໜ້າທີ່ຂອງພາກສ່ວນກ່ຽວຂ້ອງ ແລະ ຂໍ້ຫ້າມສຳລັບລະບົບເກັບຮັກສາ ແລະ ແບ່ງປັນເອກະສານລັດຖະການ (O-Storage/O-Share), ໂດຍສູນຄຸ້ມຄອງລັດຖະການເອເລັກໂຕຣນິກເປັນຜູ້ຮັບຜິດຊອບຈັດຕັ້ງປະຕິບັດ, ມີຜົນບັງຄັບໃຊ້ແຕ່ວັນທີ 15 ທັນວາ 2022.

ມາດຕາ

ມາດຕາ 1

1 ເງື່ອນໄຂການຂໍອະນຸຍາດນຳໃຊ້ ເງື່ອນໄຂການພິຈາລະນາຂໍອະນຸຍາດນຳໃຊ້ ມີດັ່ງນີ້: 1. ເປັນອົງການຈັດຕັ້ງພັກ-ລັດ ຫຼື ທຽບເທົ່າຂອງ ສປປ ລາວ; 2. ເປັນພະນັກງານ-ລັດຖະກອນ ໃນອົງການຈັດຕັ້ງພັກ-ລັດ;

ມາດຕາ 2

ລະບົບເກັບຮັກສາ ແລະ ນຳໃຊ້ເອກະສານຮ່ວມກັນຂອງວຽກງານລັດຖະບານ. ລະບົບເກັບຮັກສາ ແລະ ນຳໃຊ້ເອກະສານຮ່ວມກັນຂອງວຽກງານລັດຖະບານ (O-Storage/O-Share) ແມ່ນລະບົບເກັບຮັກສາເອກະສານແບບລວມສູນກາງ, ເຊິ່ງສາມາດສ້າງ, ເກັບຮັກສາ, ແບ່ງປັນ ແລະ ດັດແກ້ເອກະສານຮ່ວມກັນໃນເວລາດຽວກັນ, ສາມາດນຳໃຊ້ຜ່ານໂທລະສັບສະຫຼາດ, ແທັບເລັດ, ຄອມພິວເຕີ ແລະ ອຸປະກອນອື່ນໆທີ່ເຂົ້າກັນໄດ້, ເພື່ອຊ່ວຍໃຫ້ອົງການຈັດຕັ້ງຂອງພັກ ແລະ ລັດ ຫຼື ພະນັກງານ-ລັດຖະກອນ ມີສູນກາງເກັບຮັກສາເອກະສານທີ່ທັນສະໄໝ, ລວມສູນກາງ, ຍືນຍົງ ແລະ ຕາມມາດຕະຖານຄວາມປອດໄພ, ແລະ ສາມາດເຂົ້າເຖິງເອກະສານຜ່ານອິນເຕີເນັດ ຫຼື ເຄືອຂ່າຍພາຍໃນ (ເຄືອຂ່າຍທ້ອງຖິ່ນ) ທີ່ມີລະດັບຄວາມປອດໄພສູງ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 22 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ