ຄຳແນະນຳ ວ່າດ້ວຍການປະເມີນລາຄາທີດິນ
关于土地价格评估的指导意见
Guideline on Land Price Valuation
ບົດສະຫຼຸບ
ຄຳແນະນຳຂອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ວ່າດ້ວຍການປະເມີນລາຄາທີ່ດິນ, ກຳນົດລະບົບ, ວິທີການ ແລະ ຂັ້ນຕອນການປະເມີນລາຄາທີ່ດິນໃນທົ່ວປະເທດຢ່າງເປັນເອກະພາບ, ນຳໃຊ້ສຳລັບຄ່າທຳນຽມການຈົດທະບຽນສິດນຳໃຊ້ທີ່ດິນ, ພາສີລາຍໄດ້ຈາກທີ່ດິນ, ຄ່າຊົດເຊີຍການຍຶດທີ່ດິນ, ການຊື້ຂາຍ, ແລກປ່ຽນ, ຈຳນຳ ແລະ ຄ້ຳປະກັນ; ກຳນົດສອງວິທີຄື: ວິທີຄຳນວນ (ແຜນທີ່ເຂດປະເມີນ + ຕາຕະລາງລາຄາ) ແລະ ການປະເມີນສະເພາະ, ພ້ອມທັງກຳນົດການແບ່ງເຂດປະເມີນ, ການຄິດໄລ່ຄ່າທຳນຽມ, ການຄຸ້ມຄອງລາຍງານ, ການອຸທອນ ແລະ ການຈັດຕັ້ງປະຕິບັດ.
ມາດຕາ
ມາດຕາ 1
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເລກທີ...../ຊສສ. ນະຄອນຫຼວງວຽງຈັນ, ວັນທີ: 2023. ຄຳແນະນຳ. ກ່ຽວກັບການປະເມີນລາຄາທີ່ດິນ. ອີງຕາມ: ມາດຕາ 109 ແລະ ມາດຕາ 110 ຂອງກົດໝາຍວ່າດ້ວຍທີ່ດິນ ສະບັບເລກທີ 70/ສພຊ, ປະກາດໃຊ້ໃນວັນທີ 21 ມິຖຸນາ 2019; ອີງຕາມ: ດຳລັດຂອງປະທານປະເທດ ສະບັບເລກທີ 002/ປປ, ປະກາດໃຊ້ໃນວັນທີ 17 ມິຖຸນາ 2021 ກ່ຽວກັບຄ່າທຳນຽມ ແລະ ຄ່າບໍລິການ; ອີງຕາມ: ໜັງສືສະເໜີຂໍຂອງກົມທີ່ດິນ ສະບັບເລກທີ 0030/ຊສສ-ທດ, ວັນທີ 4 ມັງກອນ 2023. ລັດຖະມົນຕີ ອອກຄຳແນະນຳດັ່ງນີ້:
ມາດຕາ 2
ຈຸດປະສົງ. ຄຳແນະນຳນີ້ກຳນົດລະບົບ, ວິທີການ ແລະ ຂັ້ນຕອນການປະເມີນລາຄາທີ່ດິນ ເພື່ອໃຫ້ເປັນເອກະພາບໃນທົ່ວປະເທດ ເພື່ອນຳໃຊ້ໃນການຄິດໄລ່ຄ່າທຳນຽມການຈົດທະບຽນ ແລະ ການປ່ຽນແປງສິດນຳໃຊ້ທີ່ດິນ, ພາສີລາຍໄດ້ຈາກທີ່ດິນ, ການປະຕິບັດນະໂຍບາຍການໂອນສິດນຳໃຊ້ທີ່ດິນຂອງລັດ, ການຊົດເຊີຍຄວາມເສຍຫາຍຈາກການເກັບຄືນສິດນຳໃຊ້ທີ່ດິນ, ການຂາຍສິດນຳໃຊ້ທີ່ດິນຕາມຄຳຕັດສິນຂອງສານ, ການຊື້ຂາຍ ແລະ ແລກປ່ຽນສິດນຳໃຊ້ທີ່ດິນ, ການນຳທີ່ດິນເຂົ້າຮ່ວມທຶນ ແລະ/ຫຼື ເປັນຫຼັກຊັບຄ້ຳປະກັນ, ຕະຫຼອດຮອດການຊື້ຂາຍສິດນຳໃຊ້ທີ່ດິນທີ່ລັດຈັດສັນໄວ້ຕາມໄລຍະເວລາ ເພື່ອອຳນວຍຄວາມສະດວກໃຫ້ແກ່ການພັດທະນາຕະຫຼາດອະສັງຫາລິມະຊັບ ລວມທັງຕະຫຼາດທີ່ດິນ ຕາມກົນໄກເສດຖະກິດຕະຫຼາດ, ຮັບປະກັນຄວາມໂປ່ງໃສ, ຍຸຕິທຳ, ສາມາດກວດສອບໄດ້ ແລະ ເຮັດໃຫ້ທຸກພາກສ່ວນໃນສັງຄົມສາມາດເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບລາຄາທີ່ດິນ ເຊິ່ງຈະຊ່ວຍເພີ່ມລາຍຮັບດ້ານການເງິນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 36 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ