ດຳລັດ ວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ

关于环境影响评估的法令

Decree on Environmental Impact Assessment

ບົດສະຫຼຸບ

ດຳລັດສະບັບນີ້ອອກໂດຍລັດຖະບານລາວ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານການປະເມີນຜົນກະທົບສິ່ງແວດລ້ອມ, ລວມທັງການຄັດເລືອກ ແລະ ຈັດກຸ່ມໂຄງການລົງທຶນ ຫຼື ກິດຈະການຕ່າງໆ, ການປະເມີນສິ່ງແວດລ້ອມເບື້ອງຕົ້ນ ແລະ ການປະເມີນຜົນກະທົບສິ່ງແວດລ້ອມຢ່າງລະອຽດ, ຄະນະກຳມະການທົບທວນ ແລະ ຜູ້ຊ່ຽວຊານ, ການມີສ່ວນຮ່ວມຂອງສັງຄົມ, ໃບຢັ້ງຢືນສິ່ງແວດລ້ອມ, ການກວດກາດ້ານວິຊາການສິ່ງແວດລ້ອມ, ສິດ ແລະ ໜ້າທີ່ຂອງພາກສ່ວນກ່ຽວຂ້ອງ, ການເປີດເຜີຍຂໍ້ມູນ, ການກະທຳທີ່ຫ້າມ, ການຄຸ້ມຄອງ ແລະ ກວດກາ ແລະ ມາດຕະການຕໍ່ຜູ້ລະເມີດ. ດຳລັດສະບັບນີ້ຍົກເລີກດຳລັດສະບັບເລກທີ 2 ລົງວັນທີ 31 ມັງກອນ 2019 ທີ່ມີຊື່ດຽວກັນ.

ມາດຕາ

ມາດຕາ 1

ຈຸດປະສົງ ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ເພື່ອໃຫ້ວຽກງານດັງກ່າວ ດຳເນີນຢ່າງຖືກຕ້ອງ, ໂປ່ງໃສ ແລະ ເອກະພາບ ແນໃສ່ປ້ອງກັນ, ຫຼຸດຜ່ອນ, ແກ້ໄຂຜົນກະທົບທາງລົບຕໍ່ສິ່ງແວດລ້ອມ, ຮັບປະກັນ ການທົດແທນຄ່າເສຍຫາຍຢ່າງສົມເຫດສົມຜົນ, ການຈັດສັນພູມລຳເນົາ ແລະ ອາຊີບ ແລະ ຟື້ນຟູຊີວິດການ ເປັນຢູ່ຂອງຜູ້ໄດ້ຮັບຜົນກະທົບໃຫ້ດີຂຶ້ນກວ່າເກົາ, ເຮັດໃຫ້ການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະ ຊາດ ມີປະສິດທິຜົນສູງສຸດ, ຮັບປະກັນສິດ ແລະ ຜົນປະໂຫຍດຂອງຊາດ ແລະ ປະຊາຊົນ ປະກອບສ່ວນເຂົາ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ.

ມາດຕາ 2

ການປະເມີນຜົນກະທົບຕໍ່ສິງແວດລ້ອມ ເ - ກ . - + -> [3 ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແມ່ນ ຂະບວນການສຶກສາ, ສຳຫຼວດ, ວິໄຈຂໍ້ມູນ ແລະ ຄາດ ຄະເນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ທັງດ້ານບວກ ແລະ ດ້ານລົບ ທີຈະເກີດຂຶ້ນຈາກໂຄງ ການລົງທຶນ ຫຼື ກິດຈະການຕ່າງໆ ໃນໄລຍະສັ້ນ, ໄລຍະຍາວ ພ້ອມທັງກຳນົດວິທີການ ແລະ ມາດຕະການທີ່ - ເ່ ຫ + ະ, , < .: ນ ເໜາະສົມ ເພື່ອປ້ອງກັນ, ຫຼີກເວັນ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ. ຜົນຂອງການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ເປັນຫຶ່ງໃນເງື່ອນໄຂຕົ້ນຕໍ ໃນການພິຈາລະນາການອະ ນຸມັດໂຄງການລົງທຶນ ຫຼື ກິດຈະການຕ່າງໆ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 82 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ