ຂໍ້ຕົກລົງ ວ່າດ້ວຍມາດຕະຖານສຽງດັງ, ແສງສະຫວ່າງ ແລະ ອຸນຫະພູມ ສຳລັບໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ

关于加工工业与手工业工厂噪音、照明及温度标准的协议

Agreement on Standards for Noise, Lighting, and Temperature in Processing Industry and Handicraft Factories

ບົດສະຫຼຸບ

ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ກຳນົດຄ່າມາດຕະຖານ ແລະ ມາດຕະການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງລົບກວນ, ແສງສະຫວ່າງ ແລະ ອຸນຫະພູມຈາກໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ເພື່ອຮັບປະກັນຄວາມປອດໄພ, ຫຼຸດຜ່ອນຜົນກະທົບຕໍ່ສຸຂະພາບ, ສິ່ງແວດລ້ອມ ແລະ ສັງຄົມ.

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດ ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ ແລະ ຕິດຕາມ ກວດກາ ລະດັບສຽງດັງ, ແສງສະຫວ່າງ ແລະ ອຸນຫະພູມ ທີ່ເກີດຈາກການດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ເພື່ອໃຫ້ຖືກຕ້ອງຕາມຄ່າມາດຕະຖານທີ່ໄດ້ກຳນົດ ແນໃສ່ຮັບປະກັນດ້ານ ຄວາມປອດໄພ ແລະ ຫຼຸດຜ່ອນຜົນກະທົບ ຕໍ່ສຸຂະພາບ, ສິ່ງແວດລ້ອມ ແລະ ສັງຄົມ ປະກອບສ່ວນເຂົ້າໃນ ການພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ໄປຕາມທິດສີຂຽວ ແລະ ຍືນຍົງ.

ມາດຕາ 2

ມາດຕະຖານສຽງດັງ, ແສງສະຫວ່າງ ແລະ ອຸນຫະພູມ ສຳລັບໂຮງງານອຸດສາຫະກຳ ປຸງແຕ່ງ ແລະ ຫັດຖະກຳ ມາດຕະຖານສຽງດັງ ແມ່ນການກຳນົດຄ່າມາດຕະຖານລະດັບສຽງດັງສະເລ່ຍ ແລະ ສຽງດັງສູງສຸດ ທີ່ ເກີດຈາກການດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ທີ່ຜູ້ອອກແຮງງານ ຫຼື ເຂດ ຊຸມຊົນໄດ້ຮັບ. 1 ມາດຕະຖານແສງສະຫວ່າງ ແມ່ນການກຳນົດຄ່າມາດຕະຖານລະດັບແສງສະຫວ່າງຕຳສຸດ ສຳລັບພື້ນທີ ທົ່ວໄປ ແລະ ພື້ນທີ່ການຜະລິດຂອງໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ທີ່ຜູ້ອອກແຮງງານໄດ້ຮັບ ແລະ ການເບິ່ງເຫັນ. ມາດຕະຖານອຸນຫະພູມ ແມ່ນການກຳນົດຄ່າມາດຕະຖານລະດັບຄວາມຮ້ອນສູງສຸດ ໃນພື້ນທີ່ເຮັດ ວຽກຂອງໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ທີ່ຜູ້ອອກແຮງງານໄດ້ຮັບ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 38 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ