ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ການອອກແບບ, ກໍ່ສ້າງ ແລະ ສ້ອມແປງ ໃນຂະແໜງການສຶກສາທິການ ແລະ ກິລາ
关于教育和体育部门设计、建设与修缮管理的决定
Decision on Management of Design, Construction, and Renovation in the Education and Sports Sector
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການອອກແບບ, ກໍ່ສ້າງ ແລະ ບຳລຸງຮັກສາຂອງຂະແໜງການສຶກສາ ແລະ ກິລາ, ກວມເອົາການສຳຫຼວດອອກແບບ, ການນຳໃຊ້ວັດສະດຸກໍ່ສ້າງ, ການປະມູນສັນຍາ, ການຕິດຕາມກວດກາດ້ານເຕັກນິກ ແລະ ການປະເມີນຜົນ, ໜ້າທີ່ຂອງເຈົ້າຂອງໂຄງການ ແລະ ຜູ້ຮັບເໝົາ ແລະ ໜ້າທີ່ຂອງອົງການຄຸ້ມຄອງທຸກຂັ້ນ.
ມາດຕາ
ມາດຕາ 1
ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງອອກແບບ, ກໍ່ສ້າງ ແລະ ສ້ອມແປງ ໃນຂະແຜນງການສຶກສາທິການ ແລະ ກິລາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ວຽກງານ ໃຫ້ມີ ຄວາມເປັນເອກະພາບ ແນໃສ່ຮັບປະກັນການສຳຫຼວດອອກແບບ, ກໍ່ສ້າງ ແລະ ສ້ອມແປງ, ການຕິດຕາມກວດກາ ການປຸກສ້າງທຸກປະເພດ ໃຫ້ ຖືກຕາມເປົ້າບນາຍ, ມີຄຸນນະພາບ ໄດ້ມາດຕະຖານເຕັກນິກທີ່ກຳນົດໄວ້, ມີຄວາມປອດໄພ, ຮັກສາສະພາບແວດລ້ອມ ແລະ ສະຖາປັດຕະຍະກຳ ຂອງວັດທະນະທຳລາວ ປະກອບສ່ວນເຂົ້າໃນການພັດທະນາວຽກງານ ການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ກິລາ-ກາຍຍະກຳ. 1
ມາດຕາ 2
ການຄຸ້ມຄອງອອກແບບ, ກໍ່ສ້າງ ແລະ ສ້ອມແປງ ການຄຸ້ມຄອງອອກແບບ, ກໍ່ສ້າງ ແລະ ສ້ອມແປງ ແມ່ນຂະບວນການຈັດຕັ້ງປະຕິບັດການຄົ້ນຄ້ວາ ພິຈາລະນາກວດຜ່ານ ແລະ ຮັບຮອງກ່ຽວກັບການອະນຸຍາດໃສ່ແບບເຕັກນິກຕ່າງໆ, ໃບປະເມີນມູນຄ່າ ການກໍ່ສ້າງ ແລະ ສ້ອມແປງ, ການກຳນົດ ເງື່ອນໄຂ ແລະ ມາດຕະຖານເຕັກນິກ, ການນຳໃຊ້ວັດສະດຸກໍ່ສ້າງ, ສັນຍາ ການກໍ່ສ້າງ, ຕິດຕາມກວດກາ ແລະ ປະເມີນຜົນການກໍ່ສ້າງ ແລະ ສ້ອມແປງ ໃຫ້ຖືກຕ້ອງຕາມການອະນຸຍາດ ຕາມການແບ່ງ ຂັ້ນຄຸ້ມຄອງຂອງຂະແໜງການສຶກສາທິການ ແລະ ກິລາ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 33 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ