关于修订《人民法院法》部分条款的法律

ກົດໝາຍ ວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍ ສານປະຊາຊົນ

Law on Amending Certain Provisions of the People's Court Law

简介

【amend_court1正文:OCR识别老挝文 + 中文翻译,未经律师终审,以官方PDF为准。共4条】

Summary

Court Amendment 1 text: OCR-recognized Lao text + Chinese translation, not finalized by lawyer, subject to official PDF. Total 4 articles.

ບົດສະຫຼຸບ

ຂໍ້ຄວາມຫຼັກຂອງ amend_court1: ການຮັບຮູ້ OCR ພາສາລາວ + ການແປພາສາຈີນ, ຍັງບໍ່ໄດ້ຜ່ານການກວດສອບຂັ້ນສຸດທ້າຍຂອງທະນາຍຄວາມ, ໃຫ້ຖືເອົາ PDF ທາງການເປັນຫຼັກ. ມີທັງໝົດ 4 ຂໍ້.

条文

第1条

第一条 宗旨
本法规定修订《人民法院法》部分条款的内容,以使其更加明确,并保障人民法院各项工作的组织实施更加灵活、符合实际情况和工作职责的需要。

ພາສາລາວ (老挝语原文)

ມາດຕາ 1 ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດເນື້ອໃນການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ເພື່ອໃຫ້ຈະແຈ້ງ ແລະ ຮັບປະກັນການຈັດຕັ້ງປະຕິບັດວຽກງານຂອງສານປະຊາຊົນ ໃຫ້ມີຄວາມຄ່ອງຕົວ, ສອດຄ່ອງກັບສະພາບການຕົວຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ.

第2条

第二条 被修订的法律条款
被修订的法律条款内容如下:

一、第三条 术语解释
本法所使用的术语,含义如下:
1. 人民法院工作人员,是指院长、副院长、审判庭庭长、副庭长、法官、法官助理、书记员、专业技术人员以及人民法院行政人员;
2. 法院裁判文书,是指法院的命令、裁定、判决和裁决;
3. 法院命令,是指法院作出的关于诉讼程序的一类裁判文书,如查封或冻结财产命令、案件中止命令、传唤到案命令、拘捕命令、临时取保释放命令、执行调解结果命令以及其他命令;
4. 法院裁定,是指法院作出的关于裁定法院管辖权、审判庭权限、不受理案件审理、死刑判决以及其他裁定的一类裁判文书;
5. 法院判决(初审),是指法院作出的以初审方式审结的一类裁判文书;
6. 法院判决(上诉、撤销审),是指法院作出的以上诉审和撤销审方式审结的一类裁判文书;
7. 当事人,是指案件中的原告、被告以及行政案件中的当事方,包括第三人;
8. 其他辩护人,是指律师、组织机构代表、配偶、父、母、监护人或近亲属,根据委托或依照法律参加诉讼,以维护被告人或被告、被害人、民事原告或民事责任人的合法权益者;
9. 律师,是指依法被指定参加诉讼,为当事人提供法律帮助、维护其合法权益的人员;
10. 法院传唤通知书,是指法院传唤原告、被告、第三人、证人及其他诉讼参与人,按照通知书所规定的日期和地点到庭的书面文书;
11. 法院邀请通知书,是指法院邀请人民检察机关负责人、组织机构、企业、专家、技术人员及翻译人员,按照邀请通知书所规定的日期和地点到庭的书面文书;
12. 司法惯例,是指人民最高法院就刑事案件中法律规定不明确的某一问题作出的判决;以及就民事、商事、劳动、行政、家庭和儿童案件中法律未作规定或虽有规定但不明确的事项,供各级人民法院遵照执行的依据;
13. 书记员,是指人民法院被指定协助审判庭工作的人员,负责组建和管理案卷、记录供述、准备和记录庭审笔录,以及审判庭委派的其他工作;
14. 已生效的法院裁判,是指原告、被告、第三人未提出上诉、申请撤销,或人民检察机关负责人未提出抗诉的法院裁定、判决,以及人民地区法院和人民最高法院的撤销审判决;
15. 调离,是指调往法院系统之外担任新职务;
16. 工作地点调换,是指在人民法院系统内部调换工作地点。

二、第二十一条 人民最高法院的权利和职责
人民最高法院有下列权利和职责:
1. 对人民地区法院和高级军事法院已作上诉审、经当事人申请撤销或经人民检察机关负责人和军事检察机关提出抗诉的案件,进行法律上的撤销审审理;
2. 对已生效的法院命令、裁定、裁判和判决进行再审审理;
3. 就司法惯例进行指导,在其主管领域内对法律内容作出解释,供地方人民法院和军事法院执行;
4. 指导检查地方人民法院和军事法院诉讼办理中的法律正确性和统一性;
5. 研究全国范围内法院的管辖权;
6. 审理并就已生效的死刑裁定、判决作出裁定;
7. 指导研究工作,并向国会常务委员会提出法律及其他法规草案,提出法律释义的建议;
8. 审议任命或免去人民最高法院审判庭副庭长、地方人民法院审判庭庭长、副庭长的职务;
9. 审议任命、调离或免去法官助理、书记员及人民法院行政人员的职务;
10. 审议调换人民法院工作人员的工作地点;
11. 制作释义说明并发出指导意见,组织实施法官大会决议,使人民法院和军事法院理解并正确组织实施;
12. 指导和管理人民地区法院、省、首都人民法院、儿童法院和人民区法院的组织、行政以及该等法院专业技术方面的检查工作;
13. 就法院的组织、整顿和行政管理问题制定必要措施;
14. 指导人民法院工作人员(特别是法官、法官助理、书记员)的培养工作;
15. 检查法院工作的组织实施,研究和汇总法院的实践情况,组织法院统计工作,制作法院统计分析报告及法院的其他工作;
16. 研究、提出并决定授予法官及人民法院其他工作人员专业技术职称名衔;
17. 就司法和法律工作同外国进行联系与合作;
18. 定期向国会总结、报告本院的活动和职责履行情况;
19. 行使法律所规定的其他权利并履行其他职责。

三、第三十七条 选举、任命、调离、免职或工作地点调换
人民最高法院院长由国会根据国家主席的提议选举或免职,其任期与国会任期相同。
人民最高法院副院长由国家主席根据人民最高法院院长的提议任命、调离或免职。
人民最高法院的法官、审判庭庭长由国会常务委员会根据人民最高法院院长的提议任命、调离或免职。
人民地区法院、省、首都人民法院、人民区法院的院长、副院长以及人民法院法官,由国会常务委员会根据人民最高法院院长的提议任命、调离或免职。
人民最高法院审判庭副庭长,地方人民法院审判庭庭长、副庭长,由人民最高法院院长任命或免职。
人民法院的法官助理、书记员及行政人员,由人民最高法院院长任命、调离或免职。
人民最高法院审判庭庭长、副庭长;人民地区法院、省、首都人民法院、人民区法院的院长、副院长,法官、法官助理、书记员及人民法院其他工作人员,特别是人民法院司、所、办公室、处、科、组的负责人、副负责人,其工作地点的调换由人民最高法院院长决定。

四、第三十八条 人民最高法院院长的权利和职责
人民最高法院院长有下列权利和职责:
1. 在人民最高法院的所有审判庭中担任审判长;
2. 领导、指导人民最高法院、法官理事会、法官大会的工作,并召集法官理事会会议和法官大会;
3. 向国会会议报告人民法院和军事法院的组织情况和工作动态,在国会闭会期间向国会常务委员会报告;
4. 提请国家主席任命、调离或免去人民最高法院副院长的职务;
5. 就法官理事会成员的任命、调离或免职提请国会会议审议;
6. 就人民最高法院审判庭庭长的任命、调离或免职提请国会常务委员会审议;
7. 确定各级人民法院的法官人数,并就人民最高法院法官,地方人民法院院长、副院长及法官的任命、调离或免职提请国会常务委员会审议;
8. 决定人民区法院和人民地区法院的职责范围和驻地;
9. 发出指导意见、法律释义说明及诉讼办理意见,凡属人民法院职责范围内者,以确保在全国范围内的正确性和统一性;
10. 就已生效的死刑裁定、判决作出裁定;
11. 就全国范围内法院的管辖权作出裁定;
12. 指导研究工作并提出法律及其他法规草案,提请国会常务委员会作出法律释义;
13. 任命或免去人民最高法院审判庭副庭长,地方人民法院审判庭庭长、副庭长的职务;
14. 任命、调离或免去人民法院司、所、办公室、处、科、组的负责人、副负责人,以及法官助理和书记员的职务;
15. 调换人民最高法院审判庭庭长、副庭长;人民地区法院、省、首都人民法院、人民区法院的院长、副院长,法官、法官助理、书记员及人民法院其他工作人员,特别是全国范围内人民法院司、所、办公室、处、科、组负责人、副负责人的工作地点;
16. 确定人民最高法院和地方人民法院的行政机构;
17. 行使法律所规定的其他权利并履行其他职责。

ພາສາລາວ (老挝语原文)

ມາດຕາ 2 ມາດຕາຂອງກົດໝາຍ ທີ່ມີການປັບປຸງ
ເນື້ອໃນມາດຕາຂອງກົດໝາຍ ທີ່ມີການປັບປຸງ ມີ ດັ່ງນີ້:
1. ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ພະນັກງານສານປະຊາຊົນ ໝາຍເຖິງ ປະທານ, ຮອງປະທານ, ຫົວໜ້າ, ຮອງຫົວໜ້າຄະນະສານ, ຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ, ຈ່າສານ, ພະນັກງານວິຊາການ ແລະ ພະນັກງານບໍລິຫານຂອງສານປະຊາຊົນ;
2. ຄຳຕົກລົງຂອງສານ ໝາຍເຖິງ ຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສິນ ແລະ ຄຳພິພາກສາຂອງສານ;
3. ຄຳສັ່ງຂອງສານ ໝາຍເຖິງ ໜຶ່ງໃນປະເພດຄຳຕົກລົງຂອງສານ ກ່ຽວກັບການດຳເນີນຄະດີ ເຊັ່ນ ຄຳສັ່ງຍຶດຊັບ ຫຼື ອາຍັດຊັບ, ຄຳສັ່ງຊັດມ້ຽນຄະດີ, ຄຳສັ່ງພາຕົວ, ຄຳສັ່ງຈັບຕົວ, ຄຳສັ່ງປ່ອຍຕົວພາງ, ຄຳສັ່ງໃຫ້ປະຕິບັດຜົນຂອງການໄກ່ເກ່ຍ ແລະ ຄຳສັ່ງອື່ນ;
4. ຄຳຊີ້ຂາດຂອງສານ ໝາຍເຖິງ ໜຶ່ງໃນປະເພດຄຳຕົກລົງຂອງສານ ກ່ຽວກັບການຊີ້ຂາດສິດອຳນາດຂອງສານ, ຂອງຄະນະສານ, ການບໍ່ຮັບເອົາຄະດີມາພິຈາລະນາ, ຄຳຕັດສິນປະຫານຊີວິດ ແລະ ຄຳຊີ້ຂາດອື່ນ;
5. ຄຳຕັດສິນຂອງສານ ໝາຍເຖິງ ໜຶ່ງໃນປະເພດຄຳຕົກລົງຂອງສານ ທີ່ຕັດສິນເປັນຂັ້ນຕົ້ນ;
6. ຄຳພິພາກສາຂອງສານ ໝາຍເຖິງ ໜຶ່ງໃນປະເພດຄຳຕົກລົງຂອງສານ ທີ່ຕັດສິນເປັນຂັ້ນອຸທອນ ແລະ ຂັ້ນລົບລ້າງ;
7. ຄູ່ຄວາມ ໝາຍເຖິງ ໂຈດ, ຈຳເລີຍໃນຄະດີ ແລະ ຄູ່ກໍລະນີໃນຄະດີປົກຄອງ ລວມທັງບຸກຄົນທີສາມ;
8. ຜູ້ປົກປ້ອງອື່ນ ໝາຍເຖິງ ທະນາຍຄວາມ, ຜູ້ຕາງໜ້າອົງການຈັດຕັ້ງ, ຜົວ ຫຼື ເມຍ, ພໍ່, ແມ່, ຜູ້ປົກຄອງ ຫຼື ຍາດໃກ້ຊິດ ທີ່ເຂົ້າຮ່ວມໃນການດຳເນີນຄະດີ ຕາມການມອບໝາຍ ຫຼື ຕາມກົດໝາຍ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຖືກຫາ ຫຼື ຈຳເລີຍ, ຜູ້ຖືກເສຍຫາຍ, ໂຈດທາງແພ່ງ ຫຼື ຜູ້ຮັບຜິດຊອບທາງແພ່ງ;
9. ທະນາຍຄວາມ ໝາຍເຖິງ ບຸກຄົນທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ເຂົ້າຮ່ວມໃນການດຳເນີນຄະດີ ເພື່ອຊ່ວຍເຫຼືອທາງດ້ານກົດໝາຍ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຄູ່ຄວາມ ຕາມກົດໝາຍ;
10. ໝາຍຮຽກຂອງສານ ໝາຍເຖິງ ໜັງສືຂອງສານທີ່ຮຽກ ໂຈດ, ຈຳເລີຍ, ບຸກຄົນທີສາມ, ພະຍານ ແລະ ຜູ້ເຂົ້າຮ່ວມອື່ນ ໃນການດຳເນີນຄະດີເຂົ້າມາສານ ຕາມວັນເວລາ ແລະ ສະຖານທີ່ ຊຶ່ງໄດ້ກຳນົດໄວ້ໃນໝາຍຮຽກ;
11. ໝາຍເຊີນຂອງສານ ໝາຍເຖິງ ໜັງສືຂອງສານ ທີ່ເຊີນຫົວໜ້າອົງການໄອຍະການປະຊາຊົນ, ອົງການຈັດຕັ້ງ, ວິສາຫະກິດ, ຜູ້ຊ່ຽວຊານ, ຜູ້ຊຳນານງານ ແລະ ຜູ້ແປພາສາ ເຂົ້າມາສານ ຕາມວັນເວລາ ແລະ ສະຖານທີ່ ຊຶ່ງໄດ້ກຳນົດໄວ້ໃນໝາຍເຊີນ;
12. ປະເພນີສານ ໝາຍເຖິງ ຄຳພິພາກສາຂອງສານປະຊາຊົນສູງສຸດ ກ່ຽວກັບບັນຫາໃດໜຶ່ງໃນຄະດີອາຍາ ຊຶ່ງກົດໝາຍກຳນົດໄວ້ບໍ່ຊັດເຈນ; ຄະດີແພ່ງ, ການຄ້າ, ແຮງງານ, ປົກຄອງ, ຄອບຄົວ ແລະ ເດັກ ຊຶ່ງກົດໝາຍ ບໍ່ໄດ້ກຳນົດ ຫຼື ໄດ້ກຳນົດໄວ້ແຕ່ບໍ່ຈະແຈ້ງ ເພື່ອເປັນບ່ອນອີງໃຫ້ສານປະຊາຊົນທຸກຂັ້ນໄດ້ປະຕິບັດຕາມ;
13. ຈ່າສານ ໝາຍເຖິງ ພະນັກງານຂອງສານປະຊາຊົນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເຮັດວຽກຊ່ວຍຄະນະສານໃນການປະກອບ ແລະ ຄຸ້ມຄອງ ສຳນວນຄະດີ, ບັນທຶກຄຳໃຫ້ການ, ກະກຽມ ແລະ ບັນທຶກປຶ້ມປະຊຸມສານ ແລະ ວຽກງານອື່ນ ຕາມການມອບໝາຍຂອງຄະນະສານ;
14. ຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໝາຍເຖິງ ຄຳຕັດສິນ, ຄຳພິພາກສາຂອງສານ ຊຶ່ງ ໂຈດ, ຈຳເລີຍ, ບຸກຄົນທີສາມ ບໍ່ໄດ້ຂໍອຸທອນ, ຂໍລົບລ້າງ ຫຼື ຫົວໜ້າອົງການໄອຍະການປະຊາຊົນ ບໍ່ໄດ້ສະເໜີຄັດຄ້ານ, ຄຳພິພາກສາຂັ້ນລົບລ້າງຂອງສານປະຊາຊົນພາກ ແລະ ສານປະຊາຊົນສູງສຸດ;
15. ການຍົກຍ້າຍ ໝາຍເຖິງ ການຍ້າຍໄປຮັບໜ້າທີ່ໃໝ່ ຢູ່ນອກລະບົບສານ;
16. ການສັບປ່ຽນບ່ອນປະຈຳການ ໝາຍເຖິງ ການປ່ຽນບ່ອນປະຈຳການ ຢູ່ພາຍໃນລະບົບສານປະຊາຊົນ.
2. ມາດຕາ 21 ສິດ ແລະ ໜ້າທີ່ຂອງສານປະຊາຊົນສູງສຸດ
ສານປະຊາຊົນສູງສຸດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1. ພິຈາລະນາ ເປັນຂັ້ນລົບລ້າງທາງດ້ານກົດໝາຍຄະດີ ທີ່ສານປະຊາຊົນພາກ ແລະ ສານທະຫານຂັ້ນສູງ ໄດ້ພິຈາລະນາເປັນຂັ້ນອຸທອນ ຊຶ່ງຖືກຂໍລົບລ້າງ ໂດຍຄູ່ຄວາມ ຫຼື ສະເໜີຄັດຄ້ານ ໂດຍຫົວໜ້າອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ;
2. ພິຈາລະນາ ເປັນຂັ້ນຮື້ຟື້ນ ຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສິນ ແລະ ຄຳພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ;
3. ແນະນຳທາງດ້ານປະເພນີສານ, ອະທິບາຍເນື້ອໃນຂອງກົດໝາຍໃນຂົງເຂດທີ່ຕົນຮັບຜິດຊອບ ໃຫ້ສານປະຊາຊົນທ້ອງຖິ່ນ ແລະ ສານທະຫານ;
4. ແນະນຳກວດກາ ຄວາມຖືກຕ້ອງ ແລະ ຄວາມເປັນເອກະພາບທາງດ້ານກົດໝາຍ ໃນການດຳເນີນຄະດີ ຂອງສານປະຊາຊົນທ້ອງຖິ່ນ ແລະ ສານທະຫານ;
5. ຄົ້ນຄວ້າກ່ຽວກັບສິດອຳນາດຂອງສານ ໃນທົ່ວປະເທດ;
6. ພິຈາລະນາ ອອກຄຳຊີ້ຂາດ ກ່ຽວກັບຄຳຕັດສິນ, ຄຳພິພາກສາ ປະຫານຊີວິດ ທີ່ໃຊ້ໄດ້ຢ່າງເດັດຂາດຂອງສານ;
7. ຊີ້ນຳວຽກງານຄົ້ນຄວ້າ ແລະ ສະເໜີຮ່າງກົດໝາຍ, ນິຕິກຳອື່ນ ແລະ ສະເໜີການຕີຄວາມໝາຍກົດໝາຍ ຕໍ່ຄະນະປະຈຳສະພາແຫ່ງຊາດ;
8. ພິຈາລະນາ ແຕ່ງຕັ້ງ ຫຼື ປົດຕຳແໜ່ງ ຮອງຫົວໜ້າຄະນະສານຂອງສານປະຊາຊົນສູງສຸດ, ຫົວໜ້າ, ຮອງຫົວໜ້າຄະນະສານຂອງສານປະຊາຊົນທ້ອງຖິ່ນ;
9. ພິຈາລະນາ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຜູ້ຊ່ວຍຜູ້ພິພາກສາ, ຈ່າສານ ແລະ ພະນັກງານບໍລິຫານຂອງສານປະຊາຊົນ;
10. ພິຈາລະນາ ສັບປ່ຽນບ່ອນປະຈຳການຂອງພະນັກງານສານປະຊາຊົນ;
11. ເຮັດບົດອະທິບາຍ ແລະ ອອກຄຳແນະນຳ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ພິພາກສາ ເພື່ອໃຫ້ສານປະຊາຊົນ ແລະ ສານທະຫານ ເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ;
12. ຊີ້ນຳ ແລະ ຄຸ້ມຄອງ ສານປະຊາຊົນພາກ, ສານປະຊາຊົນແຂວງ, ນະຄອນຫຼວງ, ສານເດັກ ແລະ ສານປະຊາຊົນເຂດ ທາງດ້ານການຈັດຕັ້ງ, ບໍລິຫານ ແລະ ກວດກາ ທາງດ້ານວິຊາສະເພາະຂອງສານດັ່ງກ່າວ;
13. ວາງມາດຕະການອັນຈຳເປັນ ກ່ຽວກັບບັນຫາການຈັດຕັ້ງ, ການປັບປຸງ ແລະ ການບໍລິຫານສານ;
14. ຊີ້ນຳວຽກງານສ້າງພະນັກງານສານປະຊາຊົນ ເປັນຕົ້ນ ຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ, ຈ່າສານ;
15. ກວດກາການຈັດຕັ້ງປະຕິບັດວຽກງານຂອງສານ, ຄົ້ນຄວ້າ ແລະ ສັງລວມພາກປະຕິບັດຂອງສານ, ຈັດຕັ້ງວຽກງານສະຖິຕິສານ, ເຮັດບົດວິໄຈສະຖິຕິສານ ແລະ ວຽກງານອື່ນຂອງສານ;
16. ຄົ້ນຄວ້າ, ນຳສະເໜີ ແລະ ຕົກລົງໃຫ້ນາມມະຍົດຕຳແໜ່ງວິຊາການຂອງຜູ້ພິພາກສາ ແລະ ພະນັກງານອື່ນຂອງສານປະຊາຊົນ;
17. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ກ່ຽວກັບວຽກງານຍຸຕິທຳ ແລະ ກົດໝາຍ;
18. ສະຫຼຸບ, ລາຍງານການເຄື່ອນໄຫວ ແລະ ການປະຕິບັດໜ້າທີ່ຂອງຕົນຕໍ່ສະພາແຫ່ງຊາດ ຢ່າງເປັນປົກກະຕິ;
19. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
3. ມາດຕາ 37 ການເລືອກຕັ້ງ, ແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ ຫຼື ສັບປ່ຽນບ່ອນປະຈຳການ
ປະທານສານປະຊາຊົນສູງສຸດ ຖືກເລືອກຕັ້ງ ຫຼື ປົດຕຳແໜ່ງ ໂດຍສະພາແຫ່ງຊາດ ຕາມການສະເໜີຂອງປະທານປະເທດ ແລະ ມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ.
ຮອງປະທານສານປະຊາຊົນສູງສຸດ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍປະທານປະເທດ ຕາມການສະເໜີຂອງປະທານສານປະຊາຊົນສູງສຸດ.
ຜູ້ພິພາກສາ, ຫົວໜ້າຄະນະສານຂອງສານປະຊາຊົນສູງສຸດ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍຄະນະປະຈຳສະພາແຫ່ງຊາດ ຕາມການສະເໜີຂອງປະທານສານປະຊາຊົນສູງສຸດ.
ປະທານ, ຮອງປະທານ ສານປະຊາຊົນພາກ, ສານປະຊາຊົນແຂວງ, ນະຄອນຫຼວງ, ສານປະຊາຊົນເຂດ ແລະ ຜູ້ພິພາກສາຂອງສານປະຊາຊົນ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍຄະນະປະຈຳສະພາແຫ່ງຊາດ ຕາມການສະເໜີຂອງປະທານສານປະຊາຊົນສູງສຸດ.
ຮອງຫົວໜ້າຄະນະສານຂອງສານປະຊາຊົນສູງສຸດ, ຫົວໜ້າ, ຮອງຫົວໜ້າຄະນະສານຂອງສານປະຊາຊົນທ້ອງຖິ່ນ ຖືກແຕ່ງຕັ້ງ ຫຼື ປົດຕຳແໜ່ງ ໂດຍປະທານສານປະຊາຊົນສູງສຸດ.
ຜູ້ຊ່ວຍຜູ້ພິພາກສາ, ຈ່າສານ ແລະ ພະນັກງານບໍລິຫານຂອງສານປະຊາຊົນ ຖືກແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ໂດຍປະທານສານປະຊາຊົນສູງສຸດ.
ຫົວໜ້າ, ຮອງຫົວໜ້າຄະນະສານຂອງສານປະຊາຊົນສູງສຸດ; ປະທານ, ຮອງປະທານ ສານປະຊາຊົນພາກ, ສານປະຊາຊົນແຂວງ, ນະຄອນຫຼວງ, ສານປະຊາຊົນເຂດ, ຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ, ຈ່າສານ ແລະ ພະນັກງານອື່ນຂອງສານປະຊາຊົນ ເປັນຕົ້ນ ຫົວໜ້າ, ຮອງຫົວໜ້າກົມ, ສະຖາບັນ, ຫ້ອງການ, ພະແນກ, ຂະແໜງ, ໜ່ວຍງານຂອງສານປະຊາຊົນ ຖືກສັບປ່ຽນບ່ອນປະຈຳການ ໂດຍປະທານສານປະຊາຊົນສູງສຸດ.
4. ມາດຕາ 38 ສິດ ແລະ ໜ້າທີ່ ຂອງປະທານສານປະຊາຊົນສູງສຸດ
ປະທານສານປະຊາຊົນສູງສຸດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1. ນັ່ງເປັນປະທານໃນທຸກຄະນະສານຕັດສິນຂອງສານປະຊາຊົນສູງສຸດ;
2. ນຳພາ ຊີ້ນຳວຽກງານຂອງສານປະຊາຊົນສູງສຸດ, ສະພາຜູ້ພິພາກສາ, ກອງປະຊຸມໃຫຍ່ຜູ້ພິພາກສາ ແລະ ຮຽກໂຮມ ກອງປະຊຸມສະພາຜູ້ພິພາກສາ ແລະ ກອງປະຊຸມໃຫຍ່ຜູ້ພິພາກສາ;
3. ລາຍງານ ສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງສານປະຊາຊົນ ແລະ ສານທະຫານ ຕໍ່ກອງປະຊຸມສະພາແຫ່ງຊາດ ຫຼື ຄະນະປະຈຳສະພາແຫ່ງຊາດ ໃນເວລາສະພາແຫ່ງຊາດ ບໍ່ໄດ້ເປີດປະຊຸມ;
4. ສະເໜີໃຫ້ປະທານປະເທດ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຮອງປະທານສານປະຊາຊົນສູງສຸດ;
5. ສະເໜີ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ສະມາຊິກສະພາຜູ້ພິພາກສາ ຕໍ່ກອງປະຊຸມສະພາແຫ່ງຊາດ ພິຈາລະນາ;
6. ສະເໜີ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຫົວໜ້າຄະນະສານຂອງສານປະຊາຊົນສູງສຸດ ຕໍ່ຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາ;
7. ກຳນົດຈຳນວນຜູ້ພິພາກສາຂອງສານປະຊາຊົນທຸກຂັ້ນ ແລະ ສະເໜີແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຜູ້ພິພາກສາຂອງສານປະຊາຊົນສູງສຸດ, ປະທານ, ຮອງປະທານ ແລະ ຜູ້ພິພາກສາຂອງສານປະຊາຊົນທ້ອງຖິ່ນ ເພື່ອໃຫ້ຄະນະປະຈຳສະພາແຫ່ງຊາດ ພິຈາລະນາ;
8. ຕົກລົງຂອບເຂດຄວາມຮັບຜິດຊອບ ແລະ ສະຖານທີ່ຕັ້ງຂອງສານປະຊາຊົນເຂດ ແລະ ສານປະຊາຊົນພາກ;
9. ອອກຄຳແນະນຳ, ບົດອະທິບາຍກົດໝາຍ ແລະ ການດຳເນີນຄະດີ ທີ່ຢູ່ໃນຄວາມຮັບຜິດຊອບຂອງສານປະຊາຊົນ ເພື່ອໃຫ້ຖືກຕ້ອງ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
10. ອອກຄຳຊີ້ຂາດ ກ່ຽວກັບຄຳຕັດສິນ, ຄຳພິພາກສາ ປະຫານຊີວິດ ທີ່ໃຊ້ໄດ້ຢ່າງເດັດຂາດຂອງສານ;
11. ອອກຄຳຊີ້ຂາດກ່ຽວກັບສິດອຳນາດຂອງສານໃນທົ່ວປະເທດ;
12. ຊີ້ນຳວຽກງານຄົ້ນຄວ້າ ແລະ ສະເໜີຮ່າງກົດໝາຍ, ນິຕິກຳອື່ນ ແລະ ສະເໜີຄະນະປະຈຳສະພາແຫ່ງຊາດ ຕີຄວາມໝາຍກົດໝາຍ;
13. ແຕ່ງຕັ້ງ ຫຼື ປົດຕຳແໜ່ງ ຮອງຫົວໜ້າຄະນະສານຂອງສານປະຊາຊົນສູງສຸດ, ຫົວໜ້າ, ຮອງຫົວໜ້າ ຄະນະສານຂອງສານປະຊາຊົນທ້ອງຖິ່ນ;
14. ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຫົວໜ້າ, ຮອງຫົວໜ້າກົມ, ສະຖາບັນ, ຫ້ອງການ, ພະແນກ, ຂະແໜງ, ໜ່ວຍງານ, ຜູ້ຊ່ວຍຜູ້ພິພາກສາ ແລະ ຈ່າສານ ຂອງສານປະຊາຊົນ;
15. ສັບປ່ຽນບ່ອນປະຈຳການ ຂອງຫົວໜ້າ, ຮອງຫົວໜ້າຄະນະສານຂອງສານປະຊາຊົນສູງສຸດ; ປະທານ, ຮອງປະທານ ສານປະຊາຊົນພາກ, ສານປະຊາຊົນແຂວງ, ນະຄອນຫຼວງ, ສານປະຊາຊົນເຂດ, ຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ, ຈ່າສານ ແລະ ພະນັກງານອື່ນຂອງສານປະຊາຊົນ ເປັນຕົ້ນ ຫົວໜ້າ, ຮອງຫົວໜ້າກົມ, ສະຖາບັນ, ຫ້ອງການ, ພະແນກ, ຂະແໜງ, ໜ່ວຍງານຂອງສານປະຊາຊົນ ທົ່ວປະເທດ;
16. ກຳນົດກົງຈັກບໍລິຫານຂອງສານປະຊາຊົນສູງສຸດ ແລະ ສານປະຊາຊົນທ້ອງຖິ່ນ;
17. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

第3条

第三条 替换部分条款内容
本法替换《人民法院法》(编号22/国会,2017年5月10日颁布)第三条、第二十一条、第三十七条及第三十八条的内容。

ພາສາລາວ (老挝语原文)

ມາດຕາ 3 ການປ່ຽນແທນເນື້ອໃນບາງມາດຕາຂອງກົດໝາຍ
ກົດໝາຍສະບັບນີ້ ປ່ຽນແທນເນື້ອໃນມາດຕາ 3, 21, 37 ແລະ ມາດຕາ 38 ຂອງກົດໝາຍວ່າດ້ວຍສານປະຊາຊົນ ສະບັບເລກທີ 22/ສພຊ, ລົງວັນທີ 10 ພຶດສະພາ 2017.

第4条

第四条 生效
本法自2022年8月25日,即在老挝人民民主共和国国家主席颁布主席令公布之后并刊登于官方公报之日起生效。

ພາສາລາວ (老挝语原文)

ມາດຕາ 4 ຜົນສັກສິດ
ກົດໝາຍສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີ 25 ສິງຫາ 2022 ພາຍຫຼັງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ແລະ ໄດ້ລົງຈົດໝາຍເຫດທາງລັດຖະການ ເປັນຕົ້ນໄປ.

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译