ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຊັບສິນ ຂອງຂະແໜງການສຶກສາທິການ ແລະ ກິລາ
关于教育和体育部门资产管理的决定
Decision on Asset Management in the Education and Sports Sector
ບົດສະຫຼຸບ
ຄຳສັ່ງສະບັບນີ້ອອກໂດຍລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ນຳໃຊ້, ຕິດຕາມ ແລະ ກວດກາຊັບສິນຂອງລັດໃນຂະແໜງສຶກສາທິການ ແລະ ກິລາ, ກວມເອົາການຈັດປະເພດຊັບສິນ, ການຂຶ້ນທະບຽນ, ການນຳໃຊ້, ການຈຳໜ່າຍ ແລະ ການກຳຈັດ ແລະ ໜ້າທີ່ຄຸ້ມຄອງໃນແຕ່ລະຂັ້ນ.
ມາດຕາ
ມາດຕາ 1
ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ວຽກງານການ ຄຸ້ມຄອງ, ນຳໃຊ້, ຕິດຕາມ ແລະ ກວດກາ ຊັບສິນ ຂອງຂະແບນງການສຶກສາທິການ ແລະ ກິລາ ເພື່ອໃຫ້ວຽກງານດັ່ງກ່າວ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ, ມີປະສິດທິຜົນ ແລະ ເປັນເອກະພາບ ໃນຂອບເຂດ ທົ່ວປະເທດ ແນໃສ່ເຮັດໃຫ້ການຄຸ້ມຄອງຊັບສິນ ເປັນລະບົບຕາມການແບ່ງຂັ້ນຄຸ້ມຄອງ, ຖືກຕ້ອງ, ສອດຄ່ອງ ກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ເປັນການປະຢັດງົບປະມານຂອງລັດ.
ມາດຕາ 2
ການຄຸ້ມຄອງຊັບສິນ ຂອງຂະແບນງການສຶກສາທິການ ແລະ ກິລາ ການຄຸ້ມຄອງຊັບສິນ ຂອງຂະແບນງການສຶກສາທິການ ແລະ ກິລາ ແມ່ນ ການຈັດຕັ້ງປະຕິບັດ ນະໂຍບາຍ, ກົດຫມາຍ ແລະ ລະບຽບການ ກ່ຽວກັບການຄຸ້ມຄອງ, ນຳໃຊ້, ຕິດຕາມ ແລະ ກວດກາ ຊັບສິນ ຂອງລັດ ໃນຂະແບນງການສຶກສາທິການ ແລະ ກິລາ ໃຫ້ຖືກຕ້ອງ, ສອດຄ່ອງຕາມຈຸດປະສົງ, ເປົ້າໝາຍ ຢ່າງມີຈຸດສຸມ, ເຊິ່ງກວມເອົາຊັບສິນທີ່ເປັນສັງຫາລິມະຊັບ ແລະ ອະສັງຫາລິມະຊັບ ທີ່ໄດ້ມາຈາກການນຳໃຊ້ງົບປະມານຂອງລັດ, ແຫຼ່ງທຶນຊ່ວຍເຫຼືອລ້າ, ທຶນກູ້ຢືມ ແລະ ອື່ນໆ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 30 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ