关于教育和体育部门资产管理的决定

ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຊັບສິນ ຂອງຂະແໜງການສຶກສາທິການ ແລະ ກິລາ

Decision on Asset Management in the Education and Sports Sector

简介

本决定由教育和体育部部长发布,规定教育和体育部门国有资产管理、使用、跟踪和监察的原则、规章和措施,涵盖资产分类、登记、使用、清理处置及各级管理职责。 【OCR识别·机器翻译,未经律师终审,以官方PDF为准】

Summary

This Decision, issued by the Minister of Education and Sports, stipulates the principles, regulations and measures for the management, use, tracking and monitoring of state assets in the education and sports sector, covering asset classification, registration, use, disposal and management responsibilities at all levels.

ບົດສະຫຼຸບ

ຄຳສັ່ງສະບັບນີ້ອອກໂດຍລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ນຳໃຊ້, ຕິດຕາມ ແລະ ກວດກາຊັບສິນຂອງລັດໃນຂະແໜງສຶກສາທິການ ແລະ ກິລາ, ກວມເອົາການຈັດປະເພດຊັບສິນ, ການຂຶ້ນທະບຽນ, ການນຳໃຊ້, ການຈຳໜ່າຍ ແລະ ການກຳຈັດ ແລະ ໜ້າທີ່ຄຸ້ມຄອງໃນແຕ່ລະຂັ້ນ.

条文

第1条

目的。本决定规定关于教育和体育部门资产管理、使用、跟踪和监察工作的原则、规章和措施,以使该项工作能够高效、有益地实施并在全国范围内统一,旨在使资产管理按分级管理形成体系,正确并符合相关法律和规章,能够参与国家经济社会发展并节约国家预算。

ພາສາລາວ (老挝语原文)

ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ວຽກງານການ ຄຸ້ມຄອງ, ນຳໃຊ້, ຕິດຕາມ ແລະ ກວດກາ ຊັບສິນ ຂອງຂະແບນງການສຶກສາທິການ ແລະ ກິລາ ເພື່ອໃຫ້ວຽກງານດັ່ງກ່າວ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ, ມີປະສິດທິຜົນ ແລະ ເປັນເອກະພາບ ໃນຂອບເຂດ ທົ່ວປະເທດ ແນໃສ່ເຮັດໃຫ້ການຄຸ້ມຄອງຊັບສິນ ເປັນລະບົບຕາມການແບ່ງຂັ້ນຄຸ້ມຄອງ, ຖືກຕ້ອງ, ສອດຄ່ອງ ກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ເປັນການປະຢັດງົບປະມານຂອງລັດ.

第2条

教育和体育部门的资产管理。教育和体育部门的资产管理,是指执行关于教育和体育部门国有资产管理、使用、跟踪和监察的政策、法律和规章,使之正确、符合目的和目标且有重点,涵盖使用国家预算、无偿援助资金、借款及其他渠道所获得的动产和不动产。

ພາສາລາວ (老挝语原文)

ການຄຸ້ມຄອງຊັບສິນ ຂອງຂະແບນງການສຶກສາທິການ ແລະ ກິລາ ການຄຸ້ມຄອງຊັບສິນ ຂອງຂະແບນງການສຶກສາທິການ ແລະ ກິລາ ແມ່ນ ການຈັດຕັ້ງປະຕິບັດ ນະໂຍບາຍ, ກົດຫມາຍ ແລະ ລະບຽບການ ກ່ຽວກັບການຄຸ້ມຄອງ, ນຳໃຊ້, ຕິດຕາມ ແລະ ກວດກາ ຊັບສິນ ຂອງລັດ ໃນຂະແບນງການສຶກສາທິການ ແລະ ກິລາ ໃຫ້ຖືກຕ້ອງ, ສອດຄ່ອງຕາມຈຸດປະສົງ, ເປົ້າໝາຍ ຢ່າງມີຈຸດສຸມ, ເຊິ່ງກວມເອົາຊັບສິນທີ່ເປັນສັງຫາລິມະຊັບ ແລະ ອະສັງຫາລິມະຊັບ ທີ່ໄດ້ມາຈາກການນຳໃຊ້ງົບປະມານຂອງລັດ, ແຫຼ່ງທຶນຊ່ວຍເຫຼືອລ້າ, ທຶນກູ້ຢືມ ແລະ ອື່ນໆ.

第3条

关于资产管理的原则。教育和体育部门资产管理工作的开展须遵循以下原则:一、符合党的方针政策、国家的战略、法律和规章;二、保障统一、集中以及各管理层级的责任;三、符合目标、平等、公开、透明、公正且可审计;四、保障维护、修缮,使之保持良好状态、能长期持续使用;五、保障对损坏遗失资产依法律和规章进行赔偿补偿;六、保障在买卖、出租、特许、合资、交换等中按市场机制评估资产价值,法律另有规定的除外;七、保障将国有资产所得收入纳入国家预算收入。

ພາສາລາວ (老挝语原文)

ຫຼັກການກ່ຽວກັບການຄຸ້ມຄອງຊັບສິນ ການເຄື່ອນໄຫວວຽກງານ ຄຸ້ມຄອງຊັບສິນ ຂອງຂະແໜງການສຶກສາທິການ ແລະ ກິລາ ໃຫ້ປະຕິບັດຕາມ ຫຼັກການ ດັ່ງນີ້: 1. ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ຍຸດທະສາດ, ກົດໝາຍ ແລະ ລະບຽບການຂອງລັດ; 2. ຮັບປະກັນໃຫ້ມີຄວາມເປັນເອກະພາບ, ລວມສູນ ແລະ ຄວາມຮັບຜິດຊອບຂອງແຕ່ລະຂັ້ນຄຸ້ມຄອງ; 3. ຖືກຕາມເປົ້າໝາຍ, ສະເໝີພາບ, ເປີດເຜີຍ, ໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້; 4. ຮັບປະກັນໃນການບຳລຸງຮັກສາ, ສ້ອມແປງໃຫ້ຢູ່ໃນສະພາບດີ ສາມາດນຳໃຊ້ ໄດ້ຍາວນານ ແລະ ຍືນຍົງ; 5. ຮັບປະກັນການໃຊ້ແທນຄືນຊັບສິນທີ່ຕົກເຮ່ຍເສຍຫາຍ ຕາມກົດໝາຍ ແລະ ລະບຽບການ; 6. ຮັບປະກັນການຕີລາຄາມູນຄ່າຊັບສິນ ຕາມກົນໄກຕະຫຼາດ ໃນການຊື້-ຂາຍ, ໃຫ້ເຊົ່າ, ໃຫ້ ສຳປະທານ, ເຂົ້າຮ່ວມທຶນ, ແລກປ່ຽນ ແລະ ອື່ນໆ ເວັ້ນເສຍແຕ່ກົດໝາຍຫາກກຳນົດໄວ້ຢ່າງອື່ນ; 7. ຮັບປະກັນການມອບລາຍຮັບ ທີ່ໄດ້ຮັບຈາກຊັບສິນຂອງລັດ ເຂົ້າເປັນລາຍຮັບງົບປະມານຂອງລັດ.

第4条

适用范围。本决定适用于在教育和体育部门从中央到地方涉及并从事国有资产管理、使用、跟踪和监察工作的国内外个人、法人或组织。

ພາສາລາວ (老挝语原文)

ຂອບເຂດການນຳໃຊ້ ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນ ແລະ ເຄື່ອນໄຫວກ່ຽວກັບວຽກງານການ ຄຸ້ມຄອງ, ນຳໃຊ້, ຕິດຕາມ ແລະ ກວດກາ ຊັບສິນຂອງລັດ ນັບແຕ່ ຂັ້ນສູນກາງຮອດຂັ້ນທ້ອງຖິ່ນ ໃນຂະແໜງການສຶກສາທິການ ແລະ ກິລາ. ພາກທີ 2 ການແບ່ງປະເພດ ແລະ ການຈັດປະເພດຊັບສິນ

第5条

资产的大类划分。教育和体育部门的资产划分为五大类:一、土地类;二、楼宇、各类建筑物类;三、车辆类;四、各类物资设备类;五、家具类。

ພາສາລາວ (老挝语原文)

ການຈັດແບ່ງໜວດຂອງຊັບສິນ ຊັບສິນຂອງຂະແໜງການສຶກສາທິການ ແລະ ກິລາ ໄດ້ແບ່ງອອກເປັນ 5 ໜວດ ໃຫຍ່ຄື: 1. ໜວດ ທີ່ດິນ; 2. ໜວດ ອາຄານ ສິ່ງປຸກສ້າງຕ່າງໆ; 3. ໜວດ ພາຫະນະ; 4. ໜວດ ວັດສະດຸ-ອຸປະກອນຕ່າງໆ; 5. ໜວດ ເຄື່ອງເຟີນິເຈີ.

第6条

各大类资产的分项。教育和体育部门的资产在各大类下设有各大类专门编码,每一大类又分为多个种类,每种类设有专门物品编码。各大类、各种类的资产编码在《教育和体育部门资产使用与管理手册》中规定。

ພາສາລາວ (老挝语原文)

ການຈັດປະເພດຊັບສິນໃນແຕ່ລະບນວດ ຊັບສິນຂອງຂະແໜງການສຶກສາທິການ ແລະ ກິລາ ໃນແຕ່ລະບນວດໃຫຍ່ ໄດ້ມີລະຫັດສະເພາະຂອງ ແຕ່ລະບນວດ ແລະ ແຕ່ລະໜວດໄດ້ແບ່ງອອກເປັນຫຼາຍປະເພດ ເຊິ່ງແຕ່ລະປະເພດ ໄດ້ມີລະຫັດສະເພາະເຄື່ອງ. ສຳລັບລະຫັດຊັບສິນແຕ່ລະບນວດ ແຕ່ລະປະເພດ ໄດ້ກຳນົດໄວ້ໃນປຶ້ມຄູ່ມືການນຳໃຊ້ ແລະ ຄຸ້ມຄອງ ຊັບສິນ ຂອງຂະແໜງການສຶກສາທິການ ແລະ ກິລາ.

第7条

资产取得文件的保存。教育和体育部门以任何方式取得的资产,如以政府预算购置、来自无偿援助项目或借款等,均须妥善保存资产取得的证明文件,归档须按资产的各大类和种类分类。

ພາສາລາວ (老挝语原文)

ການເກັບຮັກສາເອກະສານທີ່ໄດ້ມາຂອງຊັບສິນ ຊັບສິນຂອງຂະແຫງການສຶກສາທິການ ແລະ ກິລາ ທີ່ໄດ້ມາໃນຮູບການໃດກໍ່ຕາມ ເຊັ່ນ: ການຊື້ດ້ວຍ ງົບປະມານຂອງລັດຖະບານ, ໄດ້ມາຈາກໂຄງການຊ່ວຍເຫຼືອລ້າ ຫຼື ກູ້ຢືມ ແລະ ອື່ນໆ. ຕ້ອງໄດ້ເກັບຮັກສາ ເອກະສານຢັ້ງຢືນ ການໄດ້ມາຂອງຊັບສິນໄວ້ເປັນຢ່າງດີ, ການເກັບມ້ຽນຕ້ອງຈັດເປັນແຕ່ລະບນວດ ແລະ ປະເພດຂອງຊັບສິນ.

第8条

资产入账。资产入账,是指将已编码并登记的资产的全部信息,纳入资产账目表或资产信息采集系统,各大类、各种类经采购或新建所得资产,须在资产交接后10日内完成入账。

ພາສາລາວ (老挝语原文)

ການຂຶ້ນບັນຊີຊັບສິນ ການຂຶ້ນບັນຊີຊັບສິນ ແມ່ນການນຳເອົາຂໍ້ມູນທັງຫົດ ຂອງຊັບສິນທີ່ໄດ້ຜ່ານການໃສ່ເລກລະຫັດ ແລະ ຂຶ້ນທະບຽນແລ້ວ ປະກອບເຂົ້າແບບຟອມບັນຊີຊັບສິນ ຫຼື ລະບົບເກັບກຳຂໍ້ມູນຊັບສິນທຸກທນວດ ແລະ ທຸກປະເພດ ທີ່ໄດ້ຈາກການຈັດຊື້ ຫຼື ສ້າງໃໜ່ ຕ້ອງສຳເລັດພາຍໃນ 10 ວັນ ພາຍຫຼັງ ມີການມອບ-ຮັບຊັບສິນ.

第9条

登记与编码。登记与编码如下:一、资产登记是指确认在教育和体育部门使用资产的权利。价值高且使用年限超过1年以上的资产,须先登记为国有资产再使用。资产登记的细节在《教育和体育部门资产使用与管理手册》中规定;二、教育和体育部门一切种类的资产,包括以政府预算购置、来自无偿援助项目或借款等取得的动产和不动产,须加注编码或资产专用编号,以便于管理、跟踪和监察;三、对各类消耗性物资,如纸张、笔、灯泡、石灰-涂料笔等,无需编码、无需登记,但须详细记录该物资的取得和支出。

ພາສາລາວ (老挝语原文)

ການຂຶ້ນທະບຽນ ແລະ ການໃສ່ລະຫັດ ການຂຶ້ນທະບຽນ ແລະ ການໃສ່ລະຫັດ ມີດັ່ງນີ້: 1. ການຂຶ້ນທະບຽນຊັບສິນ ແມ່ນການປັ້ງຢືນສິດນຳໃຊ້ຊັບສິນ ໃນຂະແໜງການສຶກສາທິການ ແລະ ກິລາ. ຊັບສິນທີ່ມີມູນຄ່າສູງ ແລະ ມີອາຍຸການນຳໃຊ້ຍາວນານເກີນ 1 ປີ ຂຶ້ນໄປ ຕ້ອງໄດ້ຂຶ້ນທະບຽນເປັນຊັບສິນ ຂອງລັດ ກ່ອນຈະນຳໃຊ້. ລາຍລະອຽດຂອງການຂຶ້ນທະບຽນຊັບສິນນັ້ນ ໄດ້ກຳນົດໄວ້ໃນ ປຶ້ມຄູ່ມືການນຳໃຊ້ ແລະ ຄຸ້ມຄອງຊັບສິນ ຂອງຂະແຫງການສຶກສາທິການ ແລະ ກິລາ; 2. ຊັບສິນທຸກປະເພດ ຂອງຂະແຫງການສຶກສາທິການ ແລະ ກິລາ ລວມທັງປະເພດສັງຫາລິມະຊັບ ແລະ ອະສັງຫາລິມະຊັບ ທີ່ຊື້ມາດ້ວຍງົບປະມານຂອງລັດຖະບານ, ໄດ້ມາຈາກໂຄງການຊ່ວຍເຫຼືອລ້າ ຫຼື ທຶນກູ້ຢືມ ແລະ ອື່ນໆ. ຕ້ອງໃສ່ລະຫັດ ຫຼື ເລກປະຈຳຕົວຂອງຊັບສິນ ເພື່ອຄວາມສະດວກໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາ. 3. ສຳລັບວັດສະດຸສິ້ນເປືອງຕ່າງໆ ເຊັ່ນ: ເຈ້ຍ, ສໍ, ດອກໄຟ, ສໍປູນຂາວ-ສີ ແລະ ອື່ນໆ ແມ່ນບໍ່ຈຳເປັນ ໃສ່ເລກລະຫັດ ແລະ ບໍ່ຈຳເປັນຂຶ້ນທະບຽນ ແຕ່ຕ້ອງບັນທຶກການໄດ້ມາ-ການຈ່າຍອອກ ຂອງວັດສະດຸນັ້ນ ຢ່າງລະອຽດ; 3

第10条

资产的交接。每次提拨时责任人应注意以下事项:一、若提拨或核销某一项资产,每次须从账目中销除;二、查验领拨单及其他参考文件;三、每次支出均须登账,并留存领拨单作为凭证;四、提拨人与领物人签字确认交接单;五、资产交接时,责任人或仓管员须留存交接单或送货单,并登记资产账目,以作入账参考。

ພາສາລາວ (老挝语原文)

ການມອບ-ຮັບ ຊັບສິນ ການເບີກຈ່າຍແຕ່ລະຄັ້ງຜູ້ຮັບຜິດຊອບ ຄວນເອົາໃຈໃສ່ດັ່ງນີ້: 1. ຖ້າມີການເບີກຈ່າຍ ຫຼື ຈຳໜ່າຍຊັບສິນ ລາຍການໃດລາຍການຫົຶ່ງອອກໄປ ຕ້ອງລົບລ້າງອອກ ຈາກບັນຊີທຸກຄັ້ງ; 2. ກວດສອບໃບຂໍເບີກຈ່າຍ ແລະ ເອກະສານອ້າງອີງ ອື່ນໆ; 3. ລົງບັນຊີ ທຸກຄັ້ງ ທີ່ມີການຈ່າຍອອກ ແລະ ເກັບໃບຂໍເບີກຈ່າຍເຄື່ອງ ໄວ້ເປັນຫຼັກຖານ; 4. ເຊັນຢືນຢັນໃບມອບ-ຮັບ ລະຫວ່າງ ຜູ້ເບີກຈ່າຍ ແລະ ຜູ້ຮັບເຄື່ອງ; 5. ເມື່ອມີການມອບ-ຮັບ ຊັບສິນ, ຜູ້ຮັບຜິດຊອບ ຫຼື ນາຍສາງ ຕ້ອງເກັບໃບມອບ-ຮັບ ຫຼື ໃບນຳ ສົ່ງເຄື່ອງ ພ້ອມທັງລົງບັນຊີຊັບສິນ ເພື່ອນຳໄປອ້າງອີງໃນການລົງບັນຊີຮັບ. ຫວດທີ 3 ການນຳໃຊ້ຊັບສິນ

第11条

资产的使用。教育和体育部门资产的使用须符合所定目的和目标,加以保护,在节约、高效、有益的基础上使用。如需变更使用目标,须书面提请并获所属资产管理部门批准。在采购或新建计划中,对来自借款或无偿援助项目的资产,须按项目目标正确使用,加以保护,节约使用,使之产生最高效率和效益。

ພາສາລາວ (老挝语原文)

ການນຳໃຊ້ຊັບສິນ ຂອງຂະແໜງການສຶກສາທິການ ແລະ ກິລາ ຕ້ອງໃຫ້ ຖືກຕາມຈຸດປະສົງ ແລະ ເປົ້າໝາຍ ທີ່ກຳນົດໄວ້, ມີການປົກປັກຮັກສາ ນຳໃຊ້ບົນພື້ນຖານການປະຢັດມັດທະຍັດ, ມີປະສິດທິພາບ ແລະ ມີປະສິດທິຜົນ. ກໍລະນີຕ້ອງການປ່ຽນເປົ້າໝາຍການນຳໃຊ້ ຕ້ອງໄດ້ເຮັດໜັງສືສະເໜີ ແລະ ໄດ້ຮັບອະນຸຍາດຈາກພາກສ່ວນ ຂັ້ນຄຸ້ມຄອງຊັບສິນ ທີ່ຕົນຂຶ້ນກັບ. ໃນແຜນການຈັດຊື້ ຫຼື ສ້າງໃໝ່, ສຳລັບຊັບສິນ ທີ່ໄດ້ຈາກໂຄງການກູ້ຢືມ ຫຼື ຊ່ວຍເຫຼືອລ້າ ຕ້ອງນຳໃຊ້ ໃຫ້ຖືກຕ້ອງຕາມເປົ້າໝາຍໂຄງການ, ມີການປົກປັກຮັກສາ, ນຳໃຊ້ຢ່າງປະຢັດ, ໃຫ້ເກີດປະສິດທິພາບ ແລະ ປະສິດທິຜົນສູງສຸດ.

第12条

借用、出租或特许。借用、出租或特许按以下执行:一、借用资产用于公务,借用人须有书面借用凭证,说明目的和理由并约定归还期限;必要时借用资产用于私人事务须按规章获得许可;二、借用方须全面负责维护并在损坏或遗失时按原状赔偿或补偿;三、出租或特许须按所定法律和规章执行。出租或特许资产所得款项须按财政部规章纳入国家预算收入。

ພາສາລາວ (老挝语原文)

ການປື້ມ, ການເຊົ່າ ຫຼື ການສຳປະທານ ການປືມ, ການເຊົ່າ ຫຼື ການສຳປະທານ ໃຫ້ປະຕິບັດ ດັ່ງນີ້: 1. ການປືມຊັບສິນໄປນຳໃຊ້ທາງລັດຖະການ ຜູ້ຢືມຕ້ອງມີຫຼັກຖານຂໍຢືມ ເປັນລາຍລັກອັກສອນ ສະແດງຈຸດປະສົງ ແລະ ເຫດຜົນ ພ້ອມທັງກຳນົດເວລາໃນການສົ່ງຄືນ; ກໍລະນີຈຳເປັນໃນການປືມຊັບສິນໄປນຳໃຊ້ ໃນກິດຈະການສ່ວນຕົວຕ້ອງໄດ້ຮັບອະນຸຍາດ ຕາມ ລະບຽບການ; 2. ຝ່າຍຜູ້ຢືມ ຕ້ອງຮັບຜິດຊອບທັງຫົົດຕໍ່ການບຳລຸງຮັກສາ ແລະ ທົດແທນຄືນ ໃນກໍລະນີມີ ການເປ່ເພເສຍຫາຍ ໃຫ້ໃຊ້ການໄດ້ຕາມສະພາບເດີມ; 3. ການເຊົ່າ ຫຼື ການສຳປະທານ ໃຫ້ຈັດຕັ້ງປະຕິບັດ ຕາມກົດໝາຍ ແລະ ລະບຽບການທີ່ໄດ້ກຳນົດໄວ້. ສຳລັບເງິນທີ່ໄດ້ຈາກການເຊົ່າ ຫຼື ການສຳປະທານຊັບສິນ ຕ້ອງມອບເຂົ້າເປັນລາຍຮັບຂອງ ງົບປະມານ ແຫ່ງລັດ ຕາມລະບຽບການ ຂອງກະຊວງການເງິນ.

本页展示前 12 条,全文共 30 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译