ຄຳສັ່ງ ວ່າດ້ວຍການເພີ່ມທະວີຈັດຕັ້ງປະຕິບັດ ຄຸ້ມຄອງພະນັກງານ, ລັດຖະກອນ ແລະ ກຳລັງປະກອບອາວຸດ ຢູ່ແຂວງອຸດົມໄຊ
命令 关于加强组织落实、管理乌多姆赛省干部、公务员及武装力量
Order on Strengthening Organization, Implementation, and Management of Cadres, Civil Servants, and Armed Forces in Oudomxay Province
ບົດສະຫຼຸບ
ຄຳສັ່ງຂອງເຈົ້າແຂວງອຸດົມໄຊສະບັບນີ້ຮຽກຮ້ອງໃຫ້ພະນັກງານ, ທະຫານ, ຕຳຫຼວດ ແລະ ພະນັກງານລັດວິສາຫະກິດທຸກຂັ້ນໃນແຂວງ ປະຕິບັດຕາມລະບຽບການຄຸ້ມຄອງ ແລະ ຂໍ້ຫ້າມຢ່າງເຄັ່ງຄັດ, ແກ້ໄຂປະກົດການຫຍໍ້ທໍ້ໃນກຳລັງພະນັກງານ, ພ້ອມທັງກຳນົດໜ້າທີ່ຂອງຫົວໜ້າອົງການ ແລະ ອົງການກວດກາ ໃນການຈັດຕັ້ງປະຕິບັດ, ຕິດຕາມ ແລະ ດຳເນີນມາດຕະການ.
ມາດຕາ
ມາດຕາ 1
ໜຶ່ງ, ພະນັກງານ, ລັດຖະກອນ, ກຳລັງປະກອບອາວຸດ, ແລະ ພະນັກງານວິສາຫະກິດລັດ ໃນທຸກຂັ້ນຂອງແຂວງອຸດົມໄຊ ຕ້ອງປະຕິບັດໜ້າທີ່ເປັນເຈົ້າການ, ປະຕິບັດຕາມກົດໝາຍ, ກົດລະບຽບ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງພະນັກງານ, ລັດຖະກອນ, ກຳລັງປະກອບອາວຸດ, ແລະ ພະນັກງານວິສາຫະກິດລັດ ຢ່າງເຂັ້ມງວດ, ໂດຍຕ້ອງເອົາໃຈໃສ່ໃນດ້ານດັ່ງຕໍ່ໄປນີ້:
1.1 ຈົງຮັກພັກດີຕໍ່ປະເທດຊາດ, ມີຄວາມຊື່ສັດສຸດຈິດສຸດໃຈຕໍ່ປະເທດຊາດ ແລະ ປະຊາຊົນ, ຮັກບ້ານເກີດເມືອງນອນຂອງຕົນ, ເຄົາລົບ ແລະ ປະຕິບັດຕາມລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ ທີ່ໄດ້ປະກາດໃຊ້ຢ່າງເປັນແບບຢ່າງ, ພະຍາຍາມຝຶກຝົນຕົນເອງ, ປັບປຸງຕົນເອງ, ກາຍເປັນພະນັກງານ, ລັດຖະກອນ, ກຳລັງປະກອບອາວຸດ ທີ່ດີເດັ່ນ ທີ່ມີຄຸນສົມບັດທາງດ້ານການເມືອງເຂັ້ມແຂງ ແລະ ມີຄຸນທຳປະຕິວັດທີ່ດີ;
1.2 ພະຍາຍາມປະຕິບັດໜ້າທີ່, ພາລະກິດ ແລະ ຄວາມຮັບຜິດຊອບ ທີ່ອົງການຈັດຕັ້ງມອບໝາຍໃຫ້ ໃຫ້ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການທີ່ໄດ້ປະກາດໃຊ້, ເຂົ້າຮ່ວມກິດຈະກຳວຽກງານຕ່າງໆ ຂອງອົງການຈັດຕັ້ງທີ່ຕົນສັງກັດ ຢ່າງຕັ້ງໜ້າ;
1.3 ເປັນແບບຢ່າງທີ່ດີໃນການປະຫຍັດມັດທະຍັດ, ເຂົ້າຮ່ວມການຕໍ່ຕ້ານການຟຸ່ມເຟືອຍ, ການຫຼົງໄຫຼໃນລະບຽບການ, ການສໍ້ລາດບັງຫຼວງ; ຮັກສາຈັນຍາບັນວິຊາຊີບຂອງພະນັກງານ, ລັດຖະກອນ, ກຳລັງປະກອບອາວຸດ, ຄືການຮັກສາກຽດສັກສີ ແລະ ສັກສີຂອງຕົນ; ກ້າວິຈານ ແລະ ກ່າວຟ້ອງຕໍ່ອົງການຈັດຕັ້ງ ແລະ ເພື່ອນຮ່ວມງານຂອງຕົນ, ພ້ອມທັງຮັບເອົາຄຳວິຈານ ແລະ ການກ່າວຟ້ອງຈາກອົງການຈັດຕັ້ງ ແລະ ເພື່ອນຮ່ວມງານ ຢ່າງຈິງໃຈ ເພື່ອທົບທວນ, ປັບປຸງ ແລະ ປ່ຽນແປງຕົນເອງ;
1.4 ຕໍ່ກັບຂໍ້ມູນຂ່າວສານຈາກສື່ອອນໄລນ໌ປະເພດຕ່າງໆ, ຕ້ອງມີການກັ່ນຕອງ, ນຳໃຊ້ ແລະ ບໍລິໂພກຢ່າງຖືກຕ້ອງ; ເມື່ອຈະເຜີຍແຜ່ຂໍ້ມູນຂ່າວສານທາງລັດຖະການຕ່າງໆ, ຂໍ້ມູນສ່ວນຕົວຂອງຕົນ ໃສ່ສື່ອອນໄລນ໌ປະເພດຕ່າງໆ, ຕ້ອງພິຈາລະນາຢ່າງຮອບຄອບ ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ສອດຄ່ອງກັບຮີດຄອງປະເພນີອັນດີງາມຂອງລາວ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 6 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ