ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງການຈັດງານປະເພນີຕ່າງໆ ຢູ່ແຂວງອຸດົມໄຊ

决定 关于乌多姆赛省各类传统活动(庆典)举办之管理

Decision on Management of Traditional Events (Celebrations) in Oudomxay Province

ບົດສະຫຼຸບ

ບົດຕົກລົງສະບັບນີ້ກຳນົດຫຼັກການ, ມາດຕະການ ແລະ ຂໍ້ຫ້າມໃນການຈັດງານບຸນປະເພນີຕ່າງໆ ເຊັ່ນ: ງານແຕ່ງດອງ, ພິທີສູ່ຂວັນ, ງານລ້ຽງ, ບຸນປະເພນີ ແລະ ງານສົບ ຢູ່ແຂວງອຸດົມໄຊ ເພື່ອແນໃສ່ປະຢັດຄ່າໃຊ້ຈ່າຍ, ຕ້ານການຟຸມເຟືອຍ, ປົກປັກຮັກສາຮີດຄອງປະເພນີອັນດີງາມ ແລະ ຮັກສາຄວາມສະຫງົບຮຽບຮ້ອຍຂອງສັງຄົມ, ມີທັງໝົດສີ່ສິບສີ່ມາດຕາ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ ແລະ ມາດຕະການໃນການຄຸ້ມຄອງການຈັດງານປະເພນີຕ່າງໆ ຢູ່ ແຂວງອຸດົມໄຊ ເພື່ອຮັບປະກັນທາງດ້ານຊັບສິນ, ຊີວິດ, ສຸຂະພາບ, ແນໃສ່ການປະຢັດຄ່າໃຊ້ຈ່າຍ, ຕ້ານການ ຟູມເຟືອຍ, ປົກປັກຮັກສາຮີດຄອງປະເພນີອັນດີງາມທີ່ເປັນມູນເຊື້ອຂອງຊາດ, ຂອງບັນດາເຜົາ ປະກອບສ່ວນ ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຮັບປະກັນໃນການພັດທະນາ ເສດຖະກິດ, ວັດທະນະທຳ-ສັງຄົມ ໃຫ້ມີຄວາມຍືນຍົງ.

ມາດຕາ 2

ການຄຸ້ມຄອງການຈັດງານປະເພນີ ແມ່ນການກຳນົດຮູບແບບ, ວິທີການ ແລະ ມາດຕະການໃນການຈັດງານປະເພດຕ່າງໆ ໃຫ້ສອດຄ່ອງ ກັບກົດໝາຍ ແລະ ລະບຽບການ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ, ຮັບປະກັນການປະຢັດຄ່າ ໃຊ້ຈ່າຍ ແລະ ຕ້ານການຟູມເຟືອຍ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 44 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ