ຂໍ້ຕົກລົງ ວ່າດ້ວຍກຳນົດໝາຍການໃຊ້ຈ່າຍງົບປະມານຂອງລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ
关于国家预算支出定额、节约与反铺张浪费的决定
Decision on National Budget Expenditure Quotas, Savings, and Anti-Waste
ບົດສະຫຼຸບ
ຂໍ້ຕົກລົງຂອງກະຊວງການເງິນສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງການນຳໃຊ້ງົບປະມານແຫ່ງລັດ, ຊັບສິນຂອງລັດ, ຊັບພະຍາກອນທຳມະຊາດ, ພະລັງງານ ແລະ ເວລາຮັບໃຊ້ວຽກງານ, ລະອຽດການຈັດຕັ້ງປະຕິບັດດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ, ກວມເອົາການກຳນົດວົງເງິນ ແລະ ຂໍ້ກຳນົດປະຢັດສຳລັບລົດລາຊະການ, ນ້ຳ-ໄຟ, ໂທລະຄົມ, ການເດີນທາງລາຊະການ, ການຕ້ອນຮັບ ແລະ ການຈັດຊື້-ຈຳໜ່າຍຊັບສິນ.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການລວມ ແລະ ມາດຕະການໃນການຄຸ້ມຄອງ ແລະ ນຳໃຊ້ ງົບປະມານຂອງລັດ, ແຫຼ່ງທຶນ, ຊັບສິນຂອງລັດ, ຊັບພະຍາກອນ (ທຳມະຊາດ, ຄົນ), ພະລັງງານ ແລະ ເວລາ ລັດຖະການ ໃນການຜັນຂະຫຍາຍ ດຳລັດ ສະບັບເລກທີ 205/ລບ. ລົງວັນທີ 22 ກໍລະກົດ 2022 ໃຫ້ມີຄວາມ ລະອຽດ ແລະ ຈະແຈ້ງຂຶ້ນຕື່ມ ແນໃສ່ປູກຈິດສຳນຶກໃນການປະຢັດ ແລະ ຕ້ານການ ຟູມເຟືອຍ, ການສ້າງແຜນ ງົບປະມານ ແລະ ຈັດຕັ້ງປະຕິບັດລາຍຈ່າຍງົບປະມານຂອງລັດ, ເພື່ອໃຫ້ ຖືກຕ້ອງ, ສອດຄ່ອງ, ທັນສະໄໝ, ສະດວກ, ວ່ອງໄວ, ໂປ່ງໃສ, ສາມາດກວດສອບໄດ້, ມີປະສິດທິພາບ, ປະສິດທິຜົນ ແລະ ເປັນບ່ອນອີງໃນ ການຈັດຕັ້ງປະຕິບັດ ເອກະພາບໃນຂອບເຂດທົ່ວປະເທດ.
ມາດຕາ 2
ກຳນົດຫາຍໃຊ້ຈ່າຍງົບປະມານຂອງລັດ ກຳນົດໜາຍໃຊ້ຈ່າຍງົບປະມານຂອງລັດ ແມ່ນການກຳນົດຂອບເຂດບັນດາລາຍຈ່າຍສູງສຸດ ແຕ່ລະລູກຮ່ວງ, ຮ່ວງ ຂອງແຕ່ລະພາກລາຍຈ່າຍ ໃນການສ້າງແຜນ ແລະ ຈັດຕັ່ງປະຕິບັດການຄຸ້ມຄອງ ລາຍຈ່າຍງົບປະມານແຫ່ງລັດ ເພືອສາມາດເຄືອນໄຫວຢ່າງປົກກະຕິ ແລະ ເປັນການຕອບສະໜອງ ການນຳໃຊ້ລາຍຈ່າຍງົບປະມານຂອງລັດ າ ໃຫ້ມີຈຸດສຸມ. ປະສິດທິຜົນສູງສຸດ. ປະຢັດມັດທະຍັດ, ຮັບປະກັນໃຫ້ແກ່ການບົກປັກຮັກສາ, ນຳໃຊ້ຊັບສິນຂອງລັດ ແລະ ສົມຄູ່ກັບດວາມອາດສາມາດໃນການຈັດສັນແຜນງົບປະມານທີ່ໄດ້ຮັບແຕ່ລະປີ ຢ່າງມີປະສິດທິຜົນ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 28 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ