ດຳລັດ ວ່າດ້ວຍກອງທຶນກິລາ-ກາຍຍະກຳ
关于体育-体能运动基金的法令
Decree on Sports and Physical Fitness Fund
ບົດສະຫຼຸບ
ຄຳສັ່ງສະບັບນີ້ກຳນົດຫຼັກການ ແລະ ລະບຽບການ ໃນການຄຸ້ມຄອງ, ການນຳໃຊ້ ແລະ ການຕິດຕາມກວດກາກອງທຶນກິລາ-ພະລະກຳ ເພື່ອລະດົມ ແລະ ສະສົມແຫຼ່ງທຶນໃຫ້ພຽງພໍ ເພື່ອສົ່ງເສີມການພັດທະນາວຽກງານກິລາ-ພະລະກຳ ໃຫ້ມີຄຸນນະພາບ, ທັນສະໄໝ ແລະ ກ້າວໜ້າ.
ມາດຕາ
ມາດຕາ 1
1 ໂຄງປະກອບບຸກຄະລາກອນສະພາບໍລິຫານ ໂຄງປະກອບບຸກຄະລາກອນ ສະພາບໍລິຫານກອງທຶນ ປະກອບມີ ດັ່ງນີ້: 1. ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເປັນປະທານ; 2. ທ່ານ ຮອງລັດຖະມົນຕີ ກະຊວງການເງິນ ເປັນຮອງປະທານ; 3. ທ່ານ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເປັນຮອງປະທານ ທີ່ເປັນຜູ້ປະຈຳການ; 4. ທ່ານ ຜູ້ຕາງໜ້າ ກະຊວງແຜນການ ແລະ ການລົງທຶນ ເປັນຄະນະ; 5. ທ່ານ ຜູ້ຕາງໜ້າ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເປັນຄະນະ; 6. ທ່ານ ຜູ້ຕາງໜ້າ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດ ເປັນຄະນະ; 7. ທ່ານ ຫົວໜ້າກົມການເງິນ ກະຊວງສຶກສາທິການ ແລະ ກິລາ ເປັນຄະນະ; 8. ທ່ານ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ເປັນຄະນະ; 9. ທ່ານ ເລຂາທິການ ຄະນະກຳມະການໂອແລມປຶກແຫ່ງຊາດ ເປັນຄະນະ; 10. ທ່ານ ຜູ້ຕາງໜ້າສະຫະພັນກິລາແຫ່ງຊາດ ເປັນຄະນະ; 11. ທ່ານ ຫົວໜ້າກົມກິລາລະດັບສູງ ເປັນຄະນະ ທັງເປັນຫົວໜ້າກອງເລຂາ. ໂຄງປະກອບບຸກຄະລາກອນຂອງສະພາບໍລິຫານ ກທກ ສາມາດປັບປຸງ ແລະ ປ່ຽນແປງ ຕາມຄວາມ ຈຳເປັນ ໂດຍການຕົກລົງຂອງນາຍົກລັດຖະມົນຕີ, ສະມາຊິກຂອງສະພາບໍລິຫານ ກທກ ຈະບໍ່ໄດ້ຮັບເງິນເດືອນ ແລະ ຄ່າແຮງງານ ໃນການປະຕິບັດໜ້າທີ່ ຂອງຕົນ ນອກຈາກເບ້ຍລ້ຽງປະຊຸມ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການຄຸ້ມຄອງ ກທກ.
ມາດຕາ 2
ກອງທຶນກິລາ-ກາຍຍະກຳ ກອງທຶນກິລາ-ກາຍຍະກຳ ຂຽນຫຍໍ້ເປັນພາສາລາວວ່າ “ກທກ” ແລະ ຂຽນເປັນພາສາອັງກິດວ່າ “Sports and Gymnastics Fund” ແມ່ນ ກອງທຶນຂອງລັດ ທີ່ສ້າງຕັ້ງຂຶ້ນ ເພື່ອລະດົມ ແລະ ສະສົມທຶນຈາກແຫຼ່ງຕ່າງໆ ແນໃສ່ ຮັບປະກັນໃຫ້ມີທຶນພຽງພໍ ແລະ ຍືນຍົງ ເຂົ້າໃນວຽກງານພັດທະນາກິລາ-ກາຍຍະກຳ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 21 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ