ດຳລັດ ວ່າດ້ວຍກອງທຶນປ້ອງກັນຄວາມປອດໄພທາງລົດໄຟ

关于铁路安全保卫基金的法令

Decree on Railway Security Protection Fund

ບົດສະຫຼຸບ

ຄຳສັ່ງສະບັບນີ້ກຳນົດຫຼັກການ ແລະ ລະບຽບການໃນການຄຸ້ມຄອງ, ນຳໃຊ້ ແລະ ຕິດຕາມກວດກາກອງທຶນປ້ອງກັນຄວາມປອດໄພທາງລົດໄຟ, ເພື່ອລະດົມ ແລະ ສະສົມທຶນຮອນ ສຳລັບວຽກງານປ້ອງກັນຄວາມປອດໄພຕາມຂະບວນລົດໄຟ, ສະຖານີ ແລະ ເສັ້ນທາງລົດໄຟ.

ມາດຕາ

ມາດຕາ 1

ຈຸດປະສົງ ດຳລັດສະບັບນີ ກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບການ ຄຸ້ມຄອງ, ນຳໃຊ້ ແລະ ຕິດຕາມ ກວດກາ ກອງທຶນປ້ອງກັນຄວາມປອດໄພທາງລົດໄຟ ເພື່ອລະດົມ, ຂົນຂວາຍ ແລະ ສະສົມ ທຶນ ແນໃສ່ໃຫ້ມີ ທຶນພຽງພໍ ແລະ ຢືນຍົງ ເພື່ອນຳໃຊ້ເຂົ້າໃນວຽກງານ ປ້ອງກັນຄວາມປອດໄພ ຕາມ ຂະບວນ, ສະຖານີ ແລະ ແລວທາງ ລົດໄຟ ໃຫ້ມີປະສິດທິຜົນ.

ມາດຕາ 2

ກອງທຶນປ້ອງກັນຄວາມປອດໄພທາງລົດໄຟ ກອງທຶນປ້ອງກັນຄວາມປອດໄພທາງລົດໄຟ ຂຽນຫຍໍ້ວ່າ: “ກປຟ” ແມ່ນກອງທຶນຂອງລັດ ທີ່ສ້າງຕັ້ງ ຂຶນ ເພື່ອສະສົມທຶນຈາກພາຍໃນ ແລະ ຕ່າງປະເທດ ນຳໃຊ້ເຂົ້າໃນວຽກງານ ປ້ອງກັນ ແລະ ຮັກສາຄວາມ ປອດໄພ ຕາມ ຂະບວນ, ສະຖານີ ແລະ ແລວທາງ ລົດໄຟ ຂອງ ຕຳຫຼວດລົດໄຟ, ເຈົ້ານ້າທີ່ກວດກາການ ແລ່ນລົດໄຟ ແລະ ກຳລັງປ້ອງກັນຊາດ ໃຫ້ມີຄວາມສະດວກ, ປອດໄພ ແລະ ໂລ່ງລ່ຽນ.

ມາດຕາ 3

ຫຼັກການ ຄຸ້ມຄອງ ແລະ ນຳໃຊ້ ກອງທຶນປ້ອງກັນຄວາມປອດໄພທາງລົດໄຟ ການ ຄຸ້ມຄອງ ແລະ ນຳໃຊ້ ກປຟ ໃຫ້ປະຕິບັດຕາມຫຼັກການ ດັງນີ: 1. ຄຸ້ມຄອງ ກປຟ ໃຫ້ມີຄວາມຄ່ອງຕົວ, ວ່ອງໄວ, ຍຸຕິທຳ, ໂປ່ງໃສ , ສາມາດກວດສອບໄດ້ ແລະ ຮັບປະກັນລາຍຈ່າຍ ຕາມແຜນການປະຈຳປີ; 2. ນຳໃຊ້ກອງທຶນ ໃຫ້ຖືກຕາມເປົາຫາຍ, ປະຢັດ, ມີປະສິດທິຜົນ ແລະ ມີຄວາມຍືນຍົງ; 3. ເຄື່ອນໄຫວລາຍຮັບ-ລາຍຈ່າຍ ຜ່ານລະບົບບັນຊີເງິນຝາກທະນາຄານ ບົນພື້ນຖານແຜນລາຍຈ່າຍ ທີ່ໄດ້ຮັບອະນຸມັດຈ່າຍ ຈາກ ກະຊວງການເງິນ ຕາມການມອບຕົວເລກລາຍຮັບເຂົ້າງົບປະມານແຫ່ງລັດໃນແຕ່ ລະປີ. ສຳລັບຍອດເຫຼືອບັນຊີເງິນຝາກ ແມ່ນສະສົມເປັນລາຍຮັບ ເພື່ອນຳໃຊ້ໃນປີຕໍ່ໄປ; 4. ກວດກາ ແລະ ກວດສອບ ເປັນປົກກະຕິຕາມ ກົດໝາຍ ແລະ ລະບຽບການ. ໝວດທີ 2 ແຫຼ່ງລາຍຮັບ ແລະ ການນຳໃຊ້ກອງທຶນປ້ອງກັນຄວາມປອດໄພທາງລົດໄຟ

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 18 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ