关于铁路安全保卫基金的法令

ດຳລັດ ວ່າດ້ວຍກອງທຶນປ້ອງກັນຄວາມປອດໄພທາງລົດໄຟ

Decree on Railway Security Protection Fund

简介

本法令规定铁路安全保卫基金的管理、使用、跟踪检查的原则与规章,旨在筹集和积累资金,用于沿铁路列车、车站和线路的安全保卫工作。 【OCR识别·机器翻译,未经律师终审,以官方PDF为准】

Summary

This Decree stipulates principles and regulations for the management, use, and monitoring of the Railway Security Fund, aiming to raise and accumulate funds for security work along railway trains, stations, and lines.

ບົດສະຫຼຸບ

ຄຳສັ່ງສະບັບນີ້ກຳນົດຫຼັກການ ແລະ ລະບຽບການໃນການຄຸ້ມຄອງ, ນຳໃຊ້ ແລະ ຕິດຕາມກວດກາກອງທຶນປ້ອງກັນຄວາມປອດໄພທາງລົດໄຟ, ເພື່ອລະດົມ ແລະ ສະສົມທຶນຮອນ ສຳລັບວຽກງານປ້ອງກັນຄວາມປອດໄພຕາມຂະບວນລົດໄຟ, ສະຖານີ ແລະ ເສັ້ນທາງລົດໄຟ.

条文

第1条

宗旨。本法令规定铁路安全保卫基金的管理、使用及跟踪检查的原则与规章,旨在调动、筹募和积累资金,以确保拥有充足而可持续的资金,用于沿铁路列车、车站和线路的安全保卫工作,使之富有成效。

ພາສາລາວ (老挝语原文)

ຈຸດປະສົງ ດຳລັດສະບັບນີ ກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບການ ຄຸ້ມຄອງ, ນຳໃຊ້ ແລະ ຕິດຕາມ ກວດກາ ກອງທຶນປ້ອງກັນຄວາມປອດໄພທາງລົດໄຟ ເພື່ອລະດົມ, ຂົນຂວາຍ ແລະ ສະສົມ ທຶນ ແນໃສ່ໃຫ້ມີ ທຶນພຽງພໍ ແລະ ຢືນຍົງ ເພື່ອນຳໃຊ້ເຂົ້າໃນວຽກງານ ປ້ອງກັນຄວາມປອດໄພ ຕາມ ຂະບວນ, ສະຖານີ ແລະ ແລວທາງ ລົດໄຟ ໃຫ້ມີປະສິດທິຜົນ.

第2条

铁路安全保卫基金。铁路安全保卫基金(缩写为「ກປຟ」)系国家设立的基金,旨在从境内外积累资金,用于铁路警察、列车运行检查人员及国防力量沿铁路列车、车站和线路开展的安全保卫与维护工作,使之便利、安全和畅通。

ພາສາລາວ (老挝语原文)

ກອງທຶນປ້ອງກັນຄວາມປອດໄພທາງລົດໄຟ ກອງທຶນປ້ອງກັນຄວາມປອດໄພທາງລົດໄຟ ຂຽນຫຍໍ້ວ່າ: “ກປຟ” ແມ່ນກອງທຶນຂອງລັດ ທີ່ສ້າງຕັ້ງ ຂຶນ ເພື່ອສະສົມທຶນຈາກພາຍໃນ ແລະ ຕ່າງປະເທດ ນຳໃຊ້ເຂົ້າໃນວຽກງານ ປ້ອງກັນ ແລະ ຮັກສາຄວາມ ປອດໄພ ຕາມ ຂະບວນ, ສະຖານີ ແລະ ແລວທາງ ລົດໄຟ ຂອງ ຕຳຫຼວດລົດໄຟ, ເຈົ້ານ້າທີ່ກວດກາການ ແລ່ນລົດໄຟ ແລະ ກຳລັງປ້ອງກັນຊາດ ໃຫ້ມີຄວາມສະດວກ, ປອດໄພ ແລະ ໂລ່ງລ່ຽນ.

第3条

铁路安全保卫基金的管理与使用原则。基金的管理与使用应遵循以下原则:1. 对基金的管理应灵活、迅速、公正、透明、可审计,并保障按年度计划支出;2. 使用基金应符合目标、节约、有成效并具可持续性;3. 收支应通过银行存款账户系统运作,以财政部批准的支出计划为基础,按每年纳入国家预算的收入指标拨付。存款账户的结余作为收入积累,以供下一年度使用;4. 依法依规定期检查与审计。

ພາສາລາວ (老挝语原文)

ຫຼັກການ ຄຸ້ມຄອງ ແລະ ນຳໃຊ້ ກອງທຶນປ້ອງກັນຄວາມປອດໄພທາງລົດໄຟ ການ ຄຸ້ມຄອງ ແລະ ນຳໃຊ້ ກປຟ ໃຫ້ປະຕິບັດຕາມຫຼັກການ ດັງນີ: 1. ຄຸ້ມຄອງ ກປຟ ໃຫ້ມີຄວາມຄ່ອງຕົວ, ວ່ອງໄວ, ຍຸຕິທຳ, ໂປ່ງໃສ , ສາມາດກວດສອບໄດ້ ແລະ ຮັບປະກັນລາຍຈ່າຍ ຕາມແຜນການປະຈຳປີ; 2. ນຳໃຊ້ກອງທຶນ ໃຫ້ຖືກຕາມເປົາຫາຍ, ປະຢັດ, ມີປະສິດທິຜົນ ແລະ ມີຄວາມຍືນຍົງ; 3. ເຄື່ອນໄຫວລາຍຮັບ-ລາຍຈ່າຍ ຜ່ານລະບົບບັນຊີເງິນຝາກທະນາຄານ ບົນພື້ນຖານແຜນລາຍຈ່າຍ ທີ່ໄດ້ຮັບອະນຸມັດຈ່າຍ ຈາກ ກະຊວງການເງິນ ຕາມການມອບຕົວເລກລາຍຮັບເຂົ້າງົບປະມານແຫ່ງລັດໃນແຕ່ ລະປີ. ສຳລັບຍອດເຫຼືອບັນຊີເງິນຝາກ ແມ່ນສະສົມເປັນລາຍຮັບ ເພື່ອນຳໃຊ້ໃນປີຕໍ່ໄປ; 4. ກວດກາ ແລະ ກວດສອບ ເປັນປົກກະຕິຕາມ ກົດໝາຍ ແລະ ລະບຽບການ. ໝວດທີ 2 ແຫຼ່ງລາຍຮັບ ແລະ ການນຳໃຊ້ກອງທຶນປ້ອງກັນຄວາມປອດໄພທາງລົດໄຟ

第4条

收入来源。基金的收入来源包括:1. 铁路货物运输服务费;2. 对违反铁路法律法规者所处的罚款;3. 境内外国家和私营的个人、法人及组织的捐助;4. 基金收入账户的银行存款利息;5. 其他合法收入。其中铁路货物运输服务费另由专门规章规定。

ພາສາລາວ (老挝语原文)

ແຫຼງລາຍຮັບ ແຫຼງລາຍຮັບເຂົ້າໃນ ກປຟ ປະກອບດ້ວຍ: 1. ຄ່າບໍລິການຂົນສົ່ງສິນຄ້າທາງລົດໄຟ: 2. ຄຳປັບໃຫມຜູ້ລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບການລົດໄຟ; 3. ການປະກອບສ່ວນ ຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຂອງ ລັດ, ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ; 4. ດອກເບ້ຍເງິນຝາກທະນາຄານຈາກບັນຊີລາຍຮັບ ກປຟ: 5. ລາຍຮັບອື່ນທີ່ຖືກຕ້ອງຕາມ ກົດໝາຍ ແລະ ລະບຽບການ. ສ່ວນຄ່າບໍລິການຂົນສົ່ງສິນຄ້າທາງລົດໄຟ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

第5条

铁路安全保卫基金的使用。基金用于以下目标:1. 在各车站修建、养护和维修办公场所、营地、岗楼、营地通道、巡逻道路及其他为铁路安全保卫工作服务的便利设施;2. 跟踪、检查和处理铁路安全保卫工作;3. 跟踪、检查列车运行,使之符合技术标准、手册及列车运行规章;4. 提供用于铁路安全保卫的交通工具、器械和设备;5. 宣传普及铁路安全保卫的法律法规;6. 举办有关铁路安全保卫工作的会议和培训;7. 缴纳国际铁路组织的会员费;8. 按年度支出计划用于行政工作。

ພາສາລາວ (老挝语原文)

ການນຳໃຊ້ ກອງທຶນປ້ອງກັນຄວາມປອດໄພທາງລົດໄຟ ກອງທຶນປ້ອງກັນຄວາມປອດໄພທາງລົດໄຟ ນຳໃຊ້ເຂົ້າໃນເປົ້າໝາຍ ດັ່ງນີ້: 1. ກໍ່ສ້າງ, ບູລະນະຮັກສາ ແລະ ສ້ອມແປງ ຫ້ອງການຢູ່ແຕ່ລະສະຖານີ, ຄ້າຍ, ປ້ອມຍາມ, ທາງເຂົ້າ ຄ້າຍ, ທາງລາດຕະເວນ ແລະ ສິ່ງອຳນວຍຄວາມສະດວກອື່ນ ທີ່ຮັບໃຊ້ໃຫ້ແກ່ວຽກງານປ້ອງກັນຄວາມປອດໄພທາງລົດໄຟ; 2. ຕິດຕາມ ກວດກາ ແລະ ແກ້ໄຂ ວຽກງານປ້ອງກັນຄວາມປອດໄພທາງລົດໄຟ; 3. ຕິດຕາມ ກວດກາ ການແລ່ນລົດໄຟ ໃຫ້ສອດຄ່ອງກັບມາດຕະຖານເຕັກນິກ, ປຶ້ມຄູ່ມື ແລະ ລະບຽບການ ກ່ຽວກັບການແລ່ນລົດໄຟ; 4. ສະໜອງ ຍານພາຫະນະ, ເຄື່ອງມື ແລະ ວັດຖຸປະກອນ ເຂົ້າໃນການປ້ອງກັນຄວາມປອດໄພທາງລົດໄຟ; 5. ໂຄສະນາເຜີຍແຜ່ ກົດໝາຍ ແລະ ລະບຽບການ ກ່ຽວກັບການປ້ອງກັນຄວາມປອດໄພທາງລົດໄຟ; 6. ຈັດ ກອງປະຊຸມ, ຝຶກອົບຮົມ ກ່ຽວກັບວຽກງານປ້ອງກັນຄວາມປອດໄພທາງລົດໄຟ; 7. ໃຊ້ຈ່າຍຄ່າສະມາຊິກຂອງ ອົງການຈັດຕັ້ງລົດໄຟສາກົນ; 8. ໃຊ້ຈ່າຍເຂົ້າໃນວຽກງານບໍລິຫານ ຕາມແຜນລາຍຈ່າຍໃນແຕ່ລະປີ. ໝວດທີ 3 ການຄຸ້ມຄອງ ບໍລິຫານ ກອງທຶນປ້ອງກັນຄວາມປອດໄພທາງລົດໄຟ

第6条

铁路安全保卫基金的组织结构。基金的组织结构包括:1. 管理委员会;2. 秘书处。

ພາສາລາວ (老挝语原文)

ໂຄງປະກອບການຈັດຕັ້ງ ກອງທຶນປ້ອງກັນຄວາມປອດໄພທາງລົດໄຟ ໂຄງປະກອບການຈັດຕັ້ງຂອງ ກປຟ ປະກອບດ້ວຍ: 1. ສະພາບໍລິຫານ; 2. ກອງເລຂາ.

第7条

铁路安全保卫基金管理委员会。基金管理委员会由总理根据公共工程与运输部部长的提名任命,其职责是领导、管理基金的使用,使之符合目标、富有效率和成效。基金管理委员会的任期为五年。

ພາສາລາວ (老挝语原文)

ສະພາບໍລິຫານ ກອງທຶນປ້ອງກັນຄວາມປອດໄພທາງລົດໄຟ ສະພາບໍລິຫານ ກປຟ ຖືກແຕ່ງຕັ້ງໂດຍ ນາຍົກລັດຖະມົນຕີ ຕາມການສະເພີຂອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງມີພາລະບົດບາດ ຊິນຳ, ຄຸ້ມຄອງການນຳໃຊ້ ກປຟ ໃຫ້ຖືກຕ້ອງ ຕາມເປົ້າ ບນາຍ, ມີປະສິດທິພາບ ແລະ ມີປະສິດທິຜົນ. ສະພາບໍລິຫານ ກປຟ ມີວາລະບໍລິຫານ ກອງທຶນ ຫ້າ ປີ.

第8条

铁路安全保卫基金管理委员会的人员组成。基金管理委员会组成如下:1. 公共工程与运输部部长任主席;2. 计划与投资部副部长任副主席;3. 财政部副部长任副主席;4. 国防部副部长任副主席;5. 公安部副部长任副主席;6. 公共工程与运输部铁路司司长任委员;7. 公安部铁路警察司司长任委员;8. 军队总参谋部作战局局长任委员;9. 公共工程与运输部计划与财务司司长任委员。

ພາສາລາວ (老挝语原文)

ໂຄງປະກອບບຸກຄະລະກອນສະພາບໍລິຫານ ກອງທຶນປ້ອງກັນຄວາມປອດໄພທາງລົດໄຟ ສະພາບໍລິຫານ ກປຟ ປະກອບມີ ດັງນີ້: 1. ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ; 2. ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເປັນຮອງປະທານ; 3. ຮອງລັດຖະມົນຕີ ກະຊວງການເງິນ ເປັນຮອງປະທານ; 4. ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ເປັນຮອງປະທານ; 5. ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເປັນຮອງປະທານ; 6. ຫົວພ້າກົມທາງລົດໄຟ, ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຄະນະ; 7. ຫົວຫ້າກົມຕຳຫຼວດລົດໄຟ, ກະຊວງປ້ອງກັນຄວາມສະຫງົບ ເປັນຄະນະ; 8. ຫົວຫໍ້າກົມສູ້ຮົບ, ກົມໃຫຍ່ເສນາທິການກອງທັບ ເປັນຄະນະ; 9. ຫົວພ້າກົມແຜນການ ແລະ ການເງິນ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຄະນະ.

第9条

铁路安全保卫基金管理委员会的权利与义务。基金管理委员会具有以下权利与义务:1. 领导、指导、推动、跟踪和检查基金秘书处工作的落实;2. 审议并批准基金的年度活动计划、报告以及收支计划;3. 审议批准基金的规章;4. 任免基金秘书处的职位;5. 跟踪、检查并评估基金资金的使用情况;6. 批准基金的财务审计报告;7. 跟踪、检查、管理基金的运作与使用,使之符合目标和计划,并保障透明和高效;8. 从境内外筹措资金以充实基金;9. 定期向政府总结报告基金各项工作的开展情况;10. 行使基金规章所规定的其他权利和义务。

ພາສາລາວ (老挝语原文)

ສິດ ແລະ ໜ້າທີ່ ຂອງສະພາບໍລິຫານ ກອງທຶນປ້ອງກັນຄວາມປອດໄພທາງລົດໄຟ ສະພາບໍລິຫານ ກປຟ ມີ ສິດ ແລະ ໜ້າທີ ດັງນີ້: 1. ນຳພາ, ຊີ້ນຳ, ຊຸກຍູ້, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານ ຂອງກອງເລຂາ ກປຟ; 2. ພິຈາລະນາ ແລະ ຮັບຮອງ ແຜນການເຄື່ອນໄຫວ, ບົດລາຍງານ ແລະ ແຜນ ລາຍຮັບ-ລາຍຈ່າຍ ປະຈຳປີ ຂອງ ກປຟ; 3. ພິຈາລະນາ ຮັບຮອງ ເອົາລະບຽບການ ຂອງ ກປຟ; 4. ແຕ່ງຕັ້ງ ຫຼື ປົດຕຳແໜ່ງຂອງກອງເລຂາ ກປຟ; 5. ຕິດຕາມ ກວດກາ ແລະ ປະເມີນຜົນການນຳໃຊ້ເງິນກອງທຶນ; 6. ຮັບຮອງບົດລາຍງານຜົນການກວດສອບດ້ານການເງິນຂອງກອງທຶນ; 7. ຕິດຕາມ ກວດກາ ຄຸ້ມຄອງການເຄື່ອນໄຫວ ແລະ ນຳໃຊ້ ຕາມເປົ້າໝາຍ ແລະ ແຜນການ ໃຫ້ມີ ຄວາມໂປ່ງໃສ ແລະ ມີປະສິດທິຜົນສູງ; 8. ລະດົມແຫຼ່ງທຶນ ຈາກພາຍໃນ ແລະ ຕ່າງປະເທດ ເພື່ອປະກອບໃຫ້ ກປຟ; 9. ສະຫຼຸບ ແລະ ລາຍງານການເຄື່ອນໄຫວຂອງວຽກງານຂອງ ກປຟ ຕໍ່ລັດຖະບານເປັນປະຈຳ; 10. ນຳໃຊ້ ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບການຂອງກອງທຶນ.

第10条

铁路安全保卫基金管理委员会会议。基金管理委员会会议每年举行两次;遇有重要问题需紧急商讨和决定时,可由管理委员会主席召集召开临时会议,须有三分之二以上的管理委员会成员出席。管理委员会会议决议须经出席会议的多数成员通过方可生效。主席缺席或受阻时,由受委托的副主席代行职务。

ພາສາລາວ (老挝语原文)

ກອງປະຊຸມສະພາບໍລິຫານ ກອງທຶນປ້ອງກັນຄວາມປອດໄພທາງລົດໄຟ ກອງປະຊຸມສະພາບໍລິຫານ ກປຟ ຈັດຂຶ້ນປີລະ ສອງ ເທື່ອ, ໃນກໍລະນີມີບັນຫາສຳຄັນທີ່ຕ້ອງໄດ້ ປຶກສາຫາລື ແລະ ພິຈາລະນາຕົກລົງດ່ວນ ກໍສາມາດຈັດກອງປະຊຸມວິສາມັນຂຶ້ນໄດ້ ຕາມການຮຽກປະຊຸມ ຂອງປະທານສະພາບໍລິຫານ ຊຶ່ງມີສະມາຊິກສະພາບໍລິຫານ ເຂົ້າຮ່ວມແຕ່ ສອງສ່ວນສາມຂຶ້ນໄປ. ມະຕິກອງ ປະຊຸມສະພາບໍລິຫານຈະມີຜົນບັງຄັບໃຊ້ ກໍ່ຕໍ່ເມື່ອໄດ້ຮັບການຮັບຮອງຈາກສຽງສ່ວນຫຼາຍ ຂອງສະມາຊິກ ສະພາບໍລິຫານທີ່ເຂົ້າຮ່ວມກອງປະຊຸມ. ໃນກໍລະນີ ປະທານສະພາບໍ່ຢູ່ ຫຼື ຕິດຂັດ ແມ່ນໃຫ້ຮອງປະທານສະພາ ຜູ້ທີ່ຖືກມອບຫາຍເປັນຜູ້ ປະຕິບັດພ້າທີແທນ. 3

第11条

秘书处。基金秘书处由处长、副处长及若干协助工作的专业人员组成,由基金管理委员会主席根据管理委员会的提名任免。秘书处处长与副处长的行政职级如下:1. 基金秘书处处长相当于第2类行政职位;2. 基金秘书处副处长相当于第3类行政职位。

ພາສາລາວ (老挝语原文)

ກອງເລຂາ ກອງເລຂາກອງທຶນ ປະກອບດ້ວຍ ຫົວຫ້າ, ຮອງຫົວຫຼ້າ ແລະ ວິຊາການຊ່ວຍວຽກຈຳນວນຫຼຶ່ງ ຊຶ່ງ ຖືກແຕ່ງຕັ້ງ ຫຼື ປົດຕຳແຫ່ງໂດຍປະທານສະພາບໍລິຫານກອງທຶນ ຕາມການສະເຫືີຂອງສະພາບໍລິຫານກອງ ທຶນ. ຫົວຫ້າ ແລະ ຮອງຫົວຫຼ້າ ກອງເລຂາ ມີຕຳແຫ່ງບໍລິຫານ ດັງນີ: 1. ຫົວພ້າກອງເລຂາກອງທຶນ ທຽບເທົ່າຕຳແຫ່ງບໍລິຫານ ປະເພດ 2; 2. ຮອງຫົວຫ້າກອງເລຂາກອງທຶນ ທຽບເທົ່າຕຳແໜ່ງບໍລິຫານ ປະເພດ 3;

第12条

秘书处的权利与义务。秘书处具有以下权利与义务:1. 担任基金管理委员会的参谋,协助管理基金的工作运作及账务、财务;2. 编制、汇总并向基金管理委员会提交基金活动使用计划,供审议批准;3. 制定有关基金管理、使用的规章和指南;4. 宣传普及基金的意义、重要性及作用;5. 跟踪、检查并评估各部门经批准对基金的使用;6. 按基金管理委员会的指导,协调并落实本职工作;7. 按基金管理委员会的委派,与境内外有关组织联系合作;8. 定期向基金管理委员会总结报告基金各方面工作的开展情况;9. 行使基金规章所规定的其他权利和义务。

ພາສາລາວ (老挝语原文)

ສິດ ແລະ ຫ້າທີ່ຂອງກອງເລຂາ ກອງເລຂາ ມີ ສິດ ແລະ ໜ້າທີ່ ດັ່ງນີ້: 1. ເປັນເສນາທິການ ໃຫ້ແກ່ສະພາບໍລິຫານກອງທຶນ ໃນການຄຸ້ມຄອງບໍລິຫານ ການເຄື່ອນໄຫວ ວຽກງານ ແລະ ບັນຊີ-ການເງິນ ຂອງກອງທຶນ; 2. ສ້າງ, ສັງລວມ ແລະ ສະເໜີແຜນການເຄື່ອນໄຫວນຳໃຊ້ກອງທຶນຕໍ່ສະພາບໍລິຫານກອງທຶນ ເພື່ອ ພິຈາລະນາ ແລະ ຮັບຮອງ; 3. ສ້າງ ລະບຽບການ, ຄຳແນະນຳ ກ່ຽວກັບ ການຄຸ້ມຄອງ, ບໍລິຫານ ແລະ ນຳໃຊ້ ກອງທຶນ; 4. ໂຄສະນາເຜີຍແຜ່ ກ່ຽວກັບຄວາມໝາຍຄວາມສຳຄັນ ແລະ ພາລະບົດບາດຂອງກອງທຶນ; 5. ຕິດຕາມ ກວດກາ ແລະ ປະເມີນຜົນໃນການນຳໃຊ້ກອງທຶນຂອງພາກສ່ວນຕ່າງໆ ທີ່ໄດ້ຮັບ ອະນຸມັດ; 6. ປະສານສົມທົບ ແລະ ຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ຕາມການຊີ້ນຳຂອງສະພາບໍລິຫານກອງທຶນ; 7. ພົວພັນຮ່ວມມືກັບອົງການຈັດຕັ້ງທີ່ກ່ຽວຂ້ອງທັງ ພາຍໃນ ແລະ ຕ່າງປະເທດ ຕາມການມອບໝາຍຂອງສະພາບໍລິຫານກອງທຶນ; 8. ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານຮອບດ້ານຂອງກອງທຶນ ຕໍ່ສະພາບໍລິຫານ ກປຟ ຢ່າງເປັນປົກກະຕິ; 9. ນຳໃຊ້ ສິດ ແລະ ປະຕິບັດໜ້າທີ່ ອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບການຂອງກອງທຶນ. ໝວດທີ 4 ການເປີດບັນຊີ, ການກວດສອບ ແລະ ການລາຍງານ

本页展示前 12 条,全文共 18 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译