ດຳລັດ ວ່າດ້ວຍການຈັດຕັ້ງປະຕິບັດແຜນຜັງລວມຕົວເມືອງ ນະຄອນຫຼວງວຽງຈັນ ຮອດປີ 2030
关于实施万象市城市总体规划(至2030年)的法令
Decree on the Implementation of the Vientiane Capital City Master Plan (Up to 2030)
ບົດສະຫຼຸບ
ຄຳສັ່ງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດຜັງເມືອງລວມຂອງນະຄອນຫຼວງວຽງຈັນ (ຮອດປີ 2030), ພ້ອມທັງມອບໜ້າທີ່ໃຫ້ກະຊວງ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ ໃນການຈັດຕັ້ງປະຕິບັດ, ກວດກາ ແລະ ລະດົມທຶນ.
ມາດຕາ
ມາດຕາ 1
ຈຸດປະສົງຂອງດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດແຜນຜັງລວມຕົວເມືອງ ນະຄອນຫຼວງວຽງຈັນ ຮອດປີ 2030 ເພື່ອຮັບປະກັນການພັດທະນາຕົວເມືອງ ຕາມແຜນຜັງລວມຕົວເມືອງ ນະຄອນຫຼວງວຽງຈັນ ກຳນົດ ພ້ອມທັງ ມີເອກະລັກ, ຄວາມສົມດູນ, ສວຍງາມ, ເປັນລະບຽບຮຽບຮ້ອຍ ຊຶ່ງມີເນື້ອທີ່ ແລະ ສ່ວນປະກອບຂອງແຜນຜັງ ດັງນີ້: 1. ມີເນື້ອທີ 61.600 ເຮັກຕາ ກວມເອົາ 288 ບ້ານ ທີ່ນອນໃນ 07 ເມືອງ ຄື: ເມືອງຈັນທະບູລີ, ເມືອງສີສັດຕະນາກ, ເມືອງໄຊເສດຖາ, ເມືອງສີໂຄດຕະບອງ, ເມືອງຫາດຊາຍຟອງ, ເມືອງນາຊາຍທອງ ແລະ ເມືອງໄຊທານີ; 2. ແຜນຜັງການແບ່ງເຂດນຳໃຊ້ທີ່ດິນ, ແຜນຜັງລະບົບໂຄງລ່າງພື້ນຖານທາງດ້ານເຕັກນິກ ແລະ ສັງຄົມ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 7 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ