ຄຳສັ່ງ ວ່າດ້ວຍ ການເພີ່ມທະວີການຕິດຕາມ, ກວດກາ ການລັກລອບຕັດໄມ້, ຊື້-ຂາຍໄມ້, ເຄື່ອນຍ້າຍໄມ້ ແລະ ຄຸ້ມຄອງ-ດັດສົມໂຮງງານປຸງແຕ່ງໄມ້, ປົກປັກຮັກສາປ່າໄມ້ ໃນຂອບເຂດທົ່ວແຂວງສາລະວັນ

关于加强对盗伐林木、买卖木材、运输木材的跟踪检查并管理调整木材加工厂、保护森林(在沙拉湾省全境范围内)的命令

Order on Strengthening Monitoring and Inspection of Illegal Logging, Timber Trading, and Transport, and Regulating and Adjusting Timber Processing Factories for Forest Protection (Throughout Salavan Province)

ບົດສະຫຼຸບ

ຄຳສັ່ງສະບັບນີ້ອອກໂດຍຮອງເຈົ້າແຂວງສາລະວັນ (ຫົວໜ້າຄະນະສະເພາະກິດໄມ້ຂັ້ນແຂວງ) ເພື່ອສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນາຍົກ, ມອບໃຫ້ຂັ້ນຕ່າງໆ ເພີ່ມທະວີການກວດກາການຕັດໄມ້ທຳລາຍປ່າ, ການຄ້າ-ຂົນສົ່ງໄມ້ຜິດກົດໝາຍ ແລະ ການບຸກລຸກທີ່ດິນປ່າໄມ້ປະເພດ 3, ພ້ອມທັງຄຸ້ມຄອງໂຮງງານໄມ້ ແລະ ເຟີນີເຈີ ແລະ ຄຸ້ມຄອງການສົ່ງອອກຜະລິດຕະພັນໄມ້.

ມາດຕາ

ມາດຕາ 1

ມອບໃຫ້ເຈົ້າເມືອງ 08 ເມືອງ ເອົາໃຈໃສ່ຕື່ມອີກ, ຊີ້ນຳໃຫ້ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ຂັ້ນບ້ານ ປະຕິບັດໜ້າທີ່, ເຜີຍແຜ່, ຈັດຕັ້ງປະຕິບັດ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບກົດໝາຍ ແລະ ລະບຽບການ ວ່າດ້ວຍການປົກປັກຮັກສາປ່າໄມ້, ການນຳໃຊ້ທີ່ດິນ, ແຫຼ່ງນ້ຳທຳມະຊາດ, ຕ້ອງຕັດສິນໃຈຢ່າງເດັດດ່ຽວ ບໍ່ໃຫ້ມີປະກົດການບຸກລຸກທີ່ດິນປ່າໄມ້ ແລະ ຕົ້ນໄມ້, ຫ້າມຢ່າງເດັດຂາດ ບໍ່ໃຫ້ມີການກະທຳຜິດກົດໝາຍ ໃນເຂດປ່າສະຫງວນທຳມະຊາດ, ປ່າປ້ອງກັນ, ປ່າຜະລິດ; ພ້ອມທັງກວດກາ ແລະ ປິດກິດຈະການເຮັດເຄື່ອງເຟີນີເຈີໃນຄົວເຮືອນ ທີ່ບໍ່ໄດ້ຮັບອະນຸຍາດ ໃນແຕ່ລະບ້ານ.

ມາດຕາ 2

ມອບໃຫ້ກົມກະສິກຳ ແລະ ປ່າໄມ້ແຂວງ ເອົາໃຈໃສ່ຕື່ມອີກ, ຮີບຮ້ອນປະສານງານ ແລະ ຮ່ວມມື ກັບພາກສ່ວນທີ່ກ່ຽວຂ້ອງ ໃນຂັ້ນແຂວງ, ເມືອງ, ບ້ານ ແລະ ຮາກຖານ, ສຸມໃສ່ປະຕິບັດໜ້າທີ່ ໃນການຄຸ້ມຄອງ, ກວດກາ, ປົກປັກຮັກສາທີ່ດິນ, ສືບສວນ ແລະ ດຳເນີນຄະດີ ຕໍ່ການລັກລອງຕັດໄມ້ທຳລາຍປ່າ, ການບຸກລຸກທີ່ດິນປ່າ ໃນເຂດປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ ເພື່ອປູກມັນຕົ້ນ ແລະ ການກະທຳຜິດອື່ນໆ, ພ້ອມທັງຈັດຕັ້ງປະຕິບັດ ແຜນຜັງລວມ, ແຜນຍຸດທະສາດ ແລະ ແຜນນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ແບບຍືນຍົງ ຂອງ ລັດ ຢ່າງເຂັ້ມງວດ, ແລະ ດຳເນີນມາດຕະການຢ່າງເດັດຂາດ ຕໍ່ບຸກຄົນ, ນິຕິບຸກຄົນ ແລະ ອົງກອນ ທີ່ລະເມີດກົດໝາຍ ແລະ ລະບຽບການ; ພ້ອມກັນນັ້ນ, ສືບຕໍ່ດຳເນີນການສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ແກ່ ພະນັກງານກວດກາປ່າໄມ້ປະຈຳດ່ານ, ທີມງານຄຸ້ມຄອງປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ ຢ່າງຕໍ່ເນື່ອງ ເພື່ອຍົກສູງສະຕິຄວາມຮັບຜິດຊອບຕໍ່ຊາດ ແລະ ປະຕິບັດກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 12 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ