ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງກຸ່ມນຳໃຊ້ນ້ຳຊົນລະປະທານ ຢູ່ແຂວງສາລະວັນ

关于在沙拉湾省管理灌溉用水户组的决定

Decision on the Management of Irrigation Water User Groups in Salavan Province

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງກຸ່ມຜູ້ໃຊ້ນ້ຳຊົນລະປະທານຢູ່ແຂວງສາລະວັນ, ປະກອບດ້ວຍ 12 ໝວດ, ກວມເອົາບົດທົ່ວໄປ, ປະເພດ ແລະ ຂະໜາດຊົນລະປະທານ, ສະຖານະ ແລະ ບົດບາດຂອງກຸ່ມຜູ້ໃຊ້ນ້ຳ, ການຈັດຕັ້ງ ແລະ ການແບ່ງງານ, ສິດ ແລະ ພັນທະ, ການຄຸ້ມຄອງການໃຊ້ນ້ຳ, ການປະຊຸມ, ກອງທຶນພັດທະນາ, ອົງການຄຸ້ມຄອງ, ອົງການກວດກາ, ຂໍ້ຫ້າມ, ການແກ້ໄຂຂໍ້ຂັດແຍ່ງ, ນະໂຍບາຍ ແລະ ມາດຕະການ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງກຸ່ມນຳ ໃຊ້ນ້ຳຊົນລະປະທານ ເຂົ້າໃນການຜະລິດກະສິກຳ, ເພື່ອເຮັດໃຫ້ການຄຸ້ມຄອງ, ການນຳໃຊ້ນ້ຳຊົນລະປະທານໃຫ້ມີປະສິດທິຜົນ ແລະ ຮັບປະກັນການສະໜອງນ້ຳໃຫ້ພຽງພໍກັບເນື້ອທີ່ການຜະລິດ ແລະ ຍົກສູງປະສິດທິຜົນທາງດ້ານການຜະລິດກະສິກຳ, ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ແຂວງ ໃຫ້ມີການຂະຫຍາຍຕົວໃນລະດັບອັນແນ່ນອນ.

ມາດຕາ 2

ການຄຸ້ມຄອງ ກຸ່ມນຳໃຊ້ນ້ຳຊົນລະປະທານ ແມ່ນການຄຸ້ມຄອງການຈັດຕັ້ງຂອງກຸ່ມນຳໃຊ້ນ້ຳຊົນລະປະທານ ໃຫ້ເຂົ້າສູ່ຫຼັກການ, ລະບຽບການ ແລະ ນິຕິກຳຕ່າງໆ ຂອງການຈັດຕັ້ງລວມຫູຂອງຊາວກະສິກອນ ທີ່ສະຫັກໃຈເຂົ້າຮ່ວມ ແລະ ສ້າງຕັ້ງຂຶ້ນ ເພື່ອນຳໃຊ້ນ້ຳໃຫ້ພຽງພໍ ແລະ ຄຸ້ມຄອງລະບົບຊົນລະປະທານ ໃຫ້ຖືກຕ້ອງຕາມເຕັກນິກວິຊາການ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 49 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ