ຂໍຕົກລົງ ວ່າດ້ວຍ ການສ້າງຕັ້ງກອງທຶນເພື່ອນຳໃຊ້ເຂົ້າໃນວຽກງານ ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຢູ່ແຂວງສາລະວັນ
关于设立用于沙拉湾省管控、阻截和禁毒工作之基金的决定
Decision on the Establishment of a Fund for the Control, Interception, and Anti-Drug Efforts in Salavan Province
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບການສ້າງຕັ້ງ, ການຄຸ້ມຄອງ, ການນຳໃຊ້ ແລະ ການກວດກາກອງທຶນຄຸ້ມຄອງ, ສະກັດກັ້ນ ແລະ ແກ້ໄຂຢາເສບຕິດແຂວງສາລະວັນ (ເອີ້ນວ່າ 'ກອງທຶນຕ້ານຢາເສບຕິດ') ເຊິ່ງນຳໃຊ້ເຂົ້າໃນວຽກງານການຄຸ້ມຄອງ ແລະ ສະກັດກັ້ນຢາເສບຕິດ, ການປິ່ນປົວຟື້ນຟູ ແລະ ຝຶກອົບຮົມວິຊາຊີບເບື້ອງຕົ້ນໃຫ້ຜູ້ຕິດຢາເສບຕິດ ຢູ່ພາຍໃຕ້ການຄຸ້ມຄອງ ແລະ ຕິດຕາມກວດກາຂອງອົງການປົກຄອງແຂວງ, ຄະນະກຳມະການຄຸ້ມຄອງ ແລະ ສະກັດກັ້ນຢາເສບຕິດ ແລະ ຄະນະກຳມະການຄຸ້ມຄອງກອງທຶນ ກຳນົດການສ້າງຕັ້ງ ແລະ ການດຳເນີນງານຂອງກອງທຶນ, ອົງປະກອບ ແລະ ສິດ ແລະ ໜ້າທີ່ຂອງຄະນະກຳມະການຄຸ້ມຄອງ ແລະ ກວດກາ ແລະ ຄະນະເລຂາທິການ, ແຫຼ່ງລາຍຮັບ ແລະ ອັດຕາສ່ວນການແບ່ງປັນລາຍຮັບ (ງົບປະມານແຂວງ 30%, ກອງທຶນຕ້ານຢາເສບຕິດ 70%), ການເບີກຈ່າຍ ແລະ ອະນຸມັດ, ຂໍ້ຫ້າມ, ການກວດສອບບັນຊີ, ລະບຽບການລາຍງານ ແລະ ການປະຊຸມ, ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ຂໍ້ຕົກລົງນີ້ມີຜົນສັກສິດນັບແຕ່ວັນທີ່ລົງນາມ.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້, ກຳນົດຫຼັກການ, ລະບຽບການກ່ຽວກັບການສ້າງຕັ້ງ, ການຄຸ້ມຄອງບໍລິຫານ, ການນຳໃຊ້ ແລະ ການກວດກາ ການເຄື່ອນໄຫວຂອງກອງທຶນຄວບຄຸມ, ສະກັດກັນ ແລະ ຕ້ານຢາເສບຕິດ ເພື່ອມາຮັບໃຊ້ວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ລວມທັງການປິ່ນບົວຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບເບື້ອງຕົ້ນໃຫ້ແກ່ຜູ້ຕິດຢາເສບຕິດແນ່ໃສ່ເຮັດໃຫ້ຄົນລາວ ປອດຈາກຢາເສບຕິດປະຊາຊົນລາວບັນດາເຜົ່າມີສຸຂະພາບແຂງແຮງ. ມາດຕາ 2 ວ່າດ້ວຍກອງທຶນ ກອງທຶນຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງສາລະວັນ (ທຄສຂ) ຢູ່ພາຍໃຕ້ການຄຸ້ມຄອງ, ຕິດຕາມ, ກວດກາຂອງອົງການປົກຄອງແຂວງ, ຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດ, ຄະນະຄຸ້ມຄອງກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງສາລະວັນ.
ມາດຕາ 2
ຫຼັກການຄຸ້ມຄອງກອງທຶນ. — ຮັບປະກັນຄວາມໂປ່ງໃສ ໃນການຄຸ້ມຄອງ ແລະ ນຳໃຊ້ກອງທຶນ ເພື່ອໃຫ້ບັນລຸເປົ້າໝາຍ ແລະ ໄດ້ຮັບຜົນສຳເລັດທີ່ມີປະສິດທິພາບສູງ. — ຮັບປະກັນການຕິດຕາມກວດກາ, ກວດສອບ ແລະ ສະຫຼຸບລາຍງານ ການຮັບ-ຈ່າຍຂອງກອງທຶນ ຢ່າງເປັນປະຈຳ ແລະ ທຸກເດືອນ.
ມາດຕາ 3
ຫຼັກການບໍລິຫານກອງທຶນ - - ຮັບປະກັນຄວາມໂປ່ງໃສໃນການບໍລິຫານ ແລະ ການນຳໃຊ້ກອງທຶນໃຫ້ບັນລຸເປົ້າໝາຍ ແລະ ມີປະສິດທິຜົນສູງ. > ຮັບປະກັນໃຫ້ການຕິດຕາມ ກວດກາ - ກວດສອບ, ສະຫຼຸບເງິນກອງທຶນພາກລາຍຮັບລາຍຈ່າຍຢ່າງເປັນປົກກະຕິທຸກໆເດືອນ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 19 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ