ຂໍ້ຕົກລົງ ວ່າດ້ວຍ ການຕ້ານ, ສະກັດກັນ ແລະ ແກ້ໄຂຢາເສບຕິດ ຢູ່ແຂວງ ສາລະວັນ
关于在沙拉湾省防范、阻截和处置毒品的决定
Decision on the Prevention, Interception, and Disposal of Narcotic Drugs in Salavan Province
ບົດສະຫຼຸບ
ປະເພດຢາເສບຕິດ ແລະ ໄພອັນຕະລາຍ; ເນື້ອໃນ ແລະ ວິທີການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂ; ການແບ່ງຂັ້ນຄຸ້ມຄອງຂອງຂະແໜງການຕ່າງໆໃນລະດັບແຂວງ, ເມືອງ, ບ້ານ ແລະ ຄອບຄົວ; ລະບຽບການເຮັດວຽກ, ການປະສານງານ, ການປະຊຸມ ແລະ ການລາຍງານ; ຂໍ້ຫ້າມຕ່າງໆ; ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ; ແລະ ການຈັດຕັ້ງປະຕິບັດ ແລະ ມີຜົນສັກສິດ.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຕ້ານ, ສະກັດກັນ ແລະ ແກ້ໄຂຢາເສບຕິດທີ່ເປັນອັນຕະລາຍຕາມກຳນົດໄວ້ໃນກົດໝາຍວ່າດ້ວຍ ຢາເສບຕິດ ແນໃສ່ສ້າງສະຕິໃຫ້ປະຊາຊົນພົນລະເມືອງຮັບຮູ້ເຂົ້າໃຈຜົນຮ້າຍ ຂອງຢາເສບຕິດ ເພື່ອພ້ອມກັນຕ້ານ, ສະກັດກັນ ແລະ ແກ້ໄຂຢາເສບຕິດ ທີ່ເກີດຂຶ້ນໃນສັງຄົມ, ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ເຂົ້າສູ່ຄວາມເປັນ ລະບຽບຮຽບຮ້ອຍ ຂອງສັງຄົມ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີສະຖຽນລະພາບທາງດ້ານການເມືອງຢ່າງໝັ້ນແຫນ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ.
ມາດຕາ 2
ການຕ້ານ, ສະກັດກັນ ແລະ ແກ້ໄຂຢາເສບຕິດ ການຕ້ານ ແມ່ນການປ້ອງກັນ, ການຈຳກັດ, ການປາບປາມ, ການເກືອດຫ້າມ, ການກີດຂວາງ, ການສູ້ຢັນ, ການ ຕອບໂຕ້, ການລົບລ້າງ ແລະ ການຫຼຸດຜ່ອນ ແຫຼ່ງຕອບສະໜອງກັບຄວາມຕ້ອງການຢາເສບຕິດ ; ການສະກັດກັນ ແມ່ນການຄວບຄຸມ, ການຍຸດກັນການແຜ່ລະບາດ , ບໍ່ໃຫ້ແຜ່ລາມກວ້າງອອກ ຂອງຢາເສບຕິດ ບໍ່ໃຫ້ເຕີບໂຕສ້າງຜົນເສຍຫາຍໃຫ້ແກ່ບຸກຄົນ, ຄອບຄົວ ແລະ ສັງຄົມ. ຈ້ ການແກ້ໄຂຢາເສບຕິດ ແມ່ນການພົວພັນຫຼາຍວິທີການເຊັນ: ການໂຄສະນາ, ການສຶກສາອົບຮົມຜົນຮ້າຍຂອງ ຢາເສບຕິດ, ການປາບປາມ, ການສືບສວນ-ສອບສວນ ແລະ ກ້າວໄປເຖິງຕຳເນີນຄະດີຕາມຂັ້ນຕອນ ຂອງກົດໝາຍ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 51 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ