ຄຳສັ່ງ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນຂະແໜງການສຶກສາທິການ ແລະ ກິລາ (ກະຊວງສຶກສາທິການ ແລະ ກິລາ)
关于遏制和解决教育体育系统不良现象的命令(教育体育部)
Order on Curbing and Resolving Negative Phenomena in the Education and Sports System (Ministry of Education and Sports)
ບົດສະຫຼຸບ
ຄຳສັ່ງຂອງລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການເພີ່ມທະວີການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນລະບົບການສຶກສາ ແລະ ກິລາ ກວມເອົາສິບດ້ານຄື: ຢາເສບຕິດ, ການອອກກາງທາງ, ການສໍ້ລາດບັງຫຼວງ, ການຕີກັນເປັນກຸ່ມ, ການຄ້າມະນຸດ, ອຸບັດຕິເຫດຈາລະຈອນ, ການຊຸມນຸມ ແລະ ໄພພິບັດສັງຄົມ ແລະ ການພະນັນ, ການປອມແປງກິລາ, ການເຂົ້າຮ້ານຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຮ້ານເກມ, ແລະ ການປອມແປງໃບປະກາດສະນີຍະບັດ ພ້ອມທັງການຈັດຕັ້ງປະຕິບັດ.
ມາດຕາ
ມາດຕາ 1
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ. ກະຊວງ ສຶກສາທິການ ແລະ ກິລາ, ເລກທີ □/ສສກ. ນະຄອນຫຼວງວຽງຈັນ, ວັນທີ □ ເດືອນ ຕຸລາ ປີ 2022. ຄຳສັ່ງ, ກ່ຽວກັບ ການສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ໃນລະບົບການສຶກສາ ແລະ ກິລາ. ເຖິງ: ຫົວໜ້າຫ້ອງການ, ຫົວໜ້າກົມ, ຫົວໜ້າອົງການທຽບເທົ່າກົມ ແລະ ສູນກາງ; ອະທິການບໍດີ 4 ມະຫາວິທະຍາໄລ; ຫົວໜ້າຫ້ອງການ ຄະນະກຳມະການສຶກສາສົງ; ເຈົ້າແຂວງ, ເຈົ້ານະຄອນຫຼວງ ກົມການສຶກສາ ແລະ ກິລາ; ຫົວໜ້າຫ້ອງການສຶກສາ ແລະ ກິລາ ເມືອງ, ເທດສະບານ, ນະຄອນ; ສະຖາບັນການສຶກສາຂອງລັດ, ເອກະຊົນ ແລະ ສົງ ທົ່ວປະເທດ. ອີງຕາມ: ຄຳສັ່ງ ກ່ຽວກັບ ການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ສະບັບເລກທີ 27/ກສ (ວັນທີ 5 ຕຸລາ 2011); ວາລະແຫ່ງຊາດ ແກ້ໄຂບັນຫາຢາເສບຕິດ 2021-2023; ຄຳຕັດສິນໃຈ ກ່ຽວກັບ ຈັນຍາບັນ, ຂໍ້ຫ້າມ ແລະ ການລົງໂທດທາງວິໄນ ຂອງ ຄູ-ອາຈານ ແລະ ພະນັກງານ ໃນລະບົບການສຶກສາ ແລະ ກິລາ ສະບັບເລກທີ 29/ສສກ (ວັນທີ 28 ທັນວາ 2021); ບົດລາຍງານ ຂອງ ກົມກວດກາ ສະບັບເລກທີ 239/ກກ (ວັນທີ 25 ສິງຫາ 2022).
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 13 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ