ດຳລັດ ວ່າດ້ວຍ ນະໂຍບາຍລາຄານ້ຳປະປາ (ລັດຖະບານ)

关于自来水价格政策的法令(政府)

Decree on Tap Water Pricing Policy (Government)

ບົດສະຫຼຸບ

ລັດຖະບານລາວ ໄດ້ອອກດຳລັດວ່າດ້ວຍການຄຸ້ມຄອງ ແລະ ກວດການະໂຍບາຍລາຄານ້ຳປະປາ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ, ລວມທັງໂຄງສ້າງລາຄານ້ຳ, ການຈັດປະເພດຜູ້ໃຊ້, ລາຄານ້ຳສຳລັບແຕ່ລະປະເພດ, ການຄືນທຶນ, ການກຳນົດ ແລະ ປັບປຸງລາຄານ້ຳ, ການຄຸ້ມຄອງຊັບສິນ, ຂໍ້ຫ້າມ, ອົງການຄຸ້ມຄອງ ແລະ ກວດກາ, ພ້ອມທັງມາດຕະການສົ່ງເສີມ ແລະ ລົງໂທດ.

ມາດຕາ

ມາດຕາ 1

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ. ລັດຖະບານ, ເລກທີ □/ລບ. ນະຄອນຫຼວງວຽງຈັນ, ປີ 2023. ດຳລັດ, ວ່າດ້ວຍນະໂຍບາຍລາຄານ້ຳປະປາ. ອີງຕາມ: ກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 03/ສພຊ (ວັນທີ 16 ພະຈິກ 2021); ກົດໝາຍວ່າດ້ວຍນ້ຳປະປາ ສະບັບເລກທີ 04/ສພຊ (ວັນທີ 9 ກໍລະກົດ 2009); ບົດລາຍງານຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 526/ຍທຂ (ວັນທີ 5 ກັນຍາ 2022). ລັດຖະບານອອກດຳລັດ:

ມາດຕາ 2

1 ລາຄານໍ້າປະປາ ສຳລັບ ລູກຄ້າປະເພດຄົວເຮືອນ ຜູ້ບໍລິການນໍ້າປະປາ ຕ້ອງກຳນົດລາຄານ້ຳປະປາ ເພື່ອໃຫ້ຜູ້ໃຊ້ບໍລິການນ້ຳປະປາ ສາມາດຊຳລະຄ່າ ບໍລິການນໍ້າປະປາໄດ້ ຢູ່ໃນລະຫວ່າງ ສາມ ຫາ ຫ້າ ສ່ວນຮ້ອຍ (3-5%) ຂອງລາຍຮັບສະເລ່ຍຂອງຄົວເຮືອນ. ພື້ນຖານການກຳນົດລາຍຮັບຄົວເຮືອນທີ່ມີລາຍຮັບຕ່ຳ ແມ່ນອີງຕາມ ແຈ້ງການແນະນຳກ່ຽວກັບ ການປັບປຸງ ຄ່າແຮງງານຂັ້ນຕ່ຳສຸດ ສຳລັບ ຜູ້ອອກແຮງງານຢູ່ ສປປ ລາວ ແຕ່ລະໄລຍະ.

ມາດຕາ 3

ນະໂຍບາຍລາຄານ້າປະປາ ນະໂຍບາຍລາຄານ້າປະປາ ແມນ ການວາງລາຄານ້ຳປະປາ ທີສົມເຫດສົມຜົນ ເພືອໃຫ້ຜູ່ບໍລິການນ້າ ປະປາສາມາດດຳເນີນທຸລະກິດຢ່າງມືປະສິດທິຜົນ, ຍືນຍົງ ແລະ ໃຫ້ທຸກຄົນສາມາດໄດ້ຊົມໃຊ້ນຳປະປາ ທ ຮັບປະກັນ ທາງດ້ານປະລິມານ, ຄຸນນະພາບ ແລະ ສາມາດຈາຍຄາບໍລິການນ້າປະປາໄດ໋.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 49 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ