ຂໍ້ຕົກລົງ ວ່າດ້ວຍ ຮ້ານອາຫານ (ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ)
关于餐馆的决定(新闻、文化与旅游部)
Decision on Restaurants (Ministry of Information, Culture and Tourism)
ບົດສະຫຼຸບ
ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກຂໍ້ຕົກລົງວ່າດ້ວຍການສົ່ງເສີມ ແລະ ຄຸ້ມຄອງທຸລະກິດຮ້ານອາຫານ, ກຳນົດຫຼັກການປະກອບການ, ການຈັດປະເພດ ແລະ ຊັ້ນ, ໃບອະນຸຍາດປະກອບການ, ທຶນຈົດທະບຽນ, ສິດ ແລະ ໜ້າທີ່ຂອງຄູ່ສັນຍາ, ການພັກໃຊ້ ແລະ ຍົກເລີກ, ຂໍ້ຫ້າມ, ການແກ້ໄຂຂໍ້ຂັດແຍ່ງ, ການຄຸ້ມຄອງ ແລະ ກວດກາ, ພ້ອມທັງມາດຕະການສົ່ງເສີມ ແລະ ລົງໂທດ.
ມາດຕາ
ມາດຕາ 1
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ. ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ນະຄອນຫຼວງວຽງຈັນ. ຄຳຕັດສິນໃຈ ກ່ຽວກັບ ຮ້ານອາຫານ. ອີງຕາມ: ກົດໝາຍວ່າດ້ວຍການທ່ອງທ່ຽວ (ສະບັບປັບປຸງ) ສະບັບເລກທີ 32/ສພຊ (ວັນທີ 24 ກໍລະກົດ 2013); ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະບັບເລກທີ 95/ກສ (ວັນທີ 9 ມີນາ 2017); ຄຳສັ່ງ ຂອງ ນາຍົກລັດຖະມົນຕີ ກ່ຽວກັບ ການປັບປຸງວຽກງານການອອກໃບອະນຸຍາດການລົງທຶນ ແລະ ການດຳເນີນທຸລະກິດ ສະບັບເລກທີ 03/ກສ.
ມາດຕາ 2
ຈຸດປະສົງ ຂໍຕົກລົງສະບັບນີ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກຽວກັບການສົ່ງເສີມ ແລະ ຄຸ້ມຄອງຮ່ານ ອາຫານ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບ, ປອດໄພ, ມີຄວາມສະດວກ, ວອງໄວ, ໂປ່ງໃສ, ຍຸຕິທຳ, ຖືກ ຕ້ອງ, ສະອາດ, ມີຄຸນນະພາບ ແລະ ມາດຕະຖານ ເພື່ອປົກປ້ອງສິດ ຜົນປະໂຫຍດ ຂອງບຸກຄົນ ແລະ ນິຕິບຸກຄົນ ແນ : ເ ຈ“ ເ ! ຈ > > ໃມ ດ 656 .ມ ຕະ ຈະ ແ ຫ ໃສ ດຶງດຸດນັກທ້ອງທ່ຽວ ແລະ ນັກລົງທຶນ, ສົ່ງເສີມການຜະລິດສິນຄຳພາຍໃນ ເຊືອມໂຍງກັບພາກພື້ນ ແລະ ສາກົນ, ສ້າງລາຍຮັບ, ສ້າງວຽກເຮັດງານທຳ, ກະຈາຍລາຍໄດ໋ສູສັງຄົມ ປະກອບສວນພັດທະນາປະເທດຊາດໃຫ້ຂະຫຍາຍຕົວ ຕາມທິດສີຂຽວ ແລະ ຍືນຍົງ.
ມາດຕາ 3
ຮ້ານອາຫານ ແມ່ນ ສະຖານທີ່ບໍລິການອາຫານ ສຳລັບ ນັກທ່ອງທ່ຽວ, ນັກເດີນທາງ ແລະ ບຸກຄົນທົ່ວໄປ ທີ່ມີ ຄວາມສົນໃຈ ຊຶ່ງມີລະບົບໂຄງສ້າງ ເປັນຕຶກ, ອາຄານ, ຮ້ານ, ຫ້ອງ, ສວນອາຫານ, ພັດຕາຄານ, ຮ້ານອາຫານປະຈຳ ເຮືອ-ແພ, ລົດ ຫຼື ພາຫະນະ ແລະ ອື່ນໆ ຊຶ່ງມີການຕົບແຕ່ງສວຍງາມຕາມຍຸກສະໄໝຂອງຄານິຍົມ ຄວາມຕ້ອງການ, ມີຫຼາກຫຼາຍຮູບແບບ ແລະ ລະດັບ ທີ່ແຕກຕ່າງກັນ, ມີລະບົບບໍລິຫານຈັດການ ແລະ ການບໍລິການໃນຮູບແບບທຸລະກິດ, ມີສິ່ງອຳນວຍຄວາມສະດວກດ້ານການບໍລິການອາຫານ ທີ່ມີຄຸນນະພາບ, ມາດຕະຖານ, ສະອາດ ແລະ ປອດໄພ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 63 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ