ວ່າດ້ວຍ ການສ້າງຕັ້ງ ປ່າປ້ອງກັນແຫ່ງຊາດ ຍອດນ້ຳງື່ມ

关于设立南俄亭上游国家保护林的法令

Decree on the Establishment of Nam Ngum Ting Upper National Protection Forest

ບົດສະຫຼຸບ

ດຳລັດນາຍົກລັດຖະມົນຕີ ປະກາດສ້າງຕັ້ງປ່າສະຫງວນແຫ່ງຊາດ ນ້ຳງື່ມຕອນເທິງ ຢູ່ແຂວງຊຽງຂວາງ ເນື້ອທີ່ທັງໝົດ 227,692 ເຮັກຕາ, ພ້ອມທັງກຳນົດການຄຸ້ມຄອງ, ແຫຼ່ງທຶນ ແລະ ການຈັດຕັ້ງປະຕິບັດ. ດຳລັດສະບັບນີ້ມີຜົນສັກສິດແຕ່ວັນທີ 12 ທັນວາ 2022.

ມາດຕາ

ມາດຕາ 1

ຈຸດປະສົງ ດຳລັດສະບັບນີ້ ວາງອອກ ເພື່ອປະກາດສ້າງຕັ້ງ ປ່າປ້ອງກັນແຫ່ງຊາດ ຍອດນຳງື່ມ ແນໃສ່ຄຸ້ມຄອງ, ປົກປັກ ຮັກສາປ່າໄມ້, ທີ່ດິນປ່າໄມ້, ສັດນ້ຳ ແລະ ສັດປ່າ ໃຫ້ມີຄວາມອຸດົມສົມບູນ, ເປັນບ່ອນພັກຜ່ອນ, ທ່ອງທ່ຽວ ແລະ ສຶກສາຄົ້ນຄວ້າ ທາງດ້ານວິທະຍາສາດ ແນໃສ່ຮັບປະກັນການປົກປັກຮັກສາຊີວະນາໆພັນ, ສິ່ງແວດລ້ອມ ຕາມ ທິດສີຂຽວ ແລະ ຍືນຍົງ ປະກອບສ່ວນເຂົາໃນການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ແລະ ພັດທະນາ ເສດຖະກິດ-ສັງຄົມ ຂອງຊາດໃຫ້ເຂັ້ມແຂງ.

ມາດຕາ 2

ທີ່ຕັ້ງ, ຂອບເຂດ ແລະ ເນື້ອທີ່ ປ່າປ້ອງກັນແຫ່ງຊາດ ຍອດນໍ້ງື່ມ ປ່າປ້ອງກັນແຫ່ງຊາດ ຍອດນຳງື່ມ ຕັ້ງຢູ່ພາກເຫຼືອ ກວມເອົາ ] ແຂວງຄື: ແຂວງຊຽງຂວາງ, ມີ 4 ເມືອງ ຄື: ເມືອງຜາໄຊ, ເມືອງພູກູດ, ເມືອງແປກ ແລະ ເມືອງຄຳ ຊຶ່ງຢູ່ລະຫວ່າງ ເສັ້ນແວງ ແລະ ເສັ້ນຂະໜານ ດັງນີ້: ທິດເຫືອ ເສັ້ນແວງ: 1025 4? ໃງ" ເສັ້ນຂະໜານ: 199 49” 527? ທິດໃຕ້ ເສັ້ນແວງ: 1028 545 507” ເສັ້ນຂະໜານ: 195 11 595 ທິດຕາເວັນອອກ ເສັ້ນແວງ: 1039 26" 26?” ເສັ້ນຂະໜານ: 19” 43" 38?” ທິດຕາເວັນຕົກ ເສັ້ນແວງ: 1029 39" 97? ເສັ້ນຂະໜານ: 19%29" 35” ] ຂອບເຂດປ່າປ້ອງກັນແຫ່ງຊາດ ຍອດນ້າງື່ມ ອີງໃສ່ແຜນທີ່ພູມີປະເທດ ມາດຕາສ່ວນ 1: 100.000 ໂດຍຖືເອົາເສັ້ນແວງ ແລະ ເສັ້ນຂະໜານເປັນຫຼັກ ສົມທຽບໃສ່ກັບພື້ນທີ່ຕົວຈິງ ເຊັນ: ສັນພູ, ຕີນພູ, ສາຍ ຫ້ວຍ, ສາຍນ້ຳ, ເສັ້ນທາງ ເປັນຂີດຫາຍ ເພື່ອໃຫ້ອົງການປົກຄອງທ້ອງຖິ່ນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ໃຫ້ການຮ່ວມມື ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາ ເປັນຢ່າງດີ. ປ່າປ້ອງກັນແຫ່ງຊາດ ຍອດນ້ຳງື່ມ ມີເນື້ອທີ່ທັງທນົດ 227.692 ເຮັກຕາ (ສອງແສນຊາວເຈັດພັນຫົກ ຮ້ອຍເກົ້າສຶບສອງ ເຮັກຕາ). ທີ່ຕັ້ງ ແລະ ເນື້ອທີ່ ຂອງປ່າປ້ອງກັນແຫ່ງຊາດ ຍອດນໍ້າງື່ມ ສະແດງໃຫ້ເຫັນ ຢູ່ແຜນທີ່ ມາດຕາສ່ວນ 1: 500.000 ທີ່ຄັດຕິດມາພ້ອມນີ້.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 6 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ