ວ່າດ້ວຍ ການສ້າງຕັ້ງ ປ່າປ້ອງກັນແຫ່ງຊາດ ແຫຼ່ງນ້ຳມັດ
关于设立南马水源地国家保护林的法令
Decree on the Establishment of the Nam Ma Water Source Protection Forest
ບົດສະຫຼຸບ
ດຳລັດນາຍົກລັດຖະມົນຕີ ສ້າງຕັ້ງປ່າສະຫງວນແຫ່ງຊາດ ແຫຼ່ງນ້ຳນາມາ ຕັ້ງຢູ່ໃນແຂວງຊຽງຂວາງ ເນື້ອທີ່ທັງໝົດ 128,231 ເຮັກຕາ ແລະ ກຳນົດການຄຸ້ມຄອງ, ແຫຼ່ງທຶນ ແລະ ການຈັດຕັ້ງປະຕິບັດ. ດຳລັດສະບັບນີ້ ມີຜົນສັກສິດ ແຕ່ວັນທີ 12 ທັນວາ 2022.
ມາດຕາ
ມາດຕາ 1
ຈຸດປະສົງ ດຳລັດສະບັບນີ້ ວາງອອກ ເພື່ອປະກາດ ສ້າງຕັ້ງ ປ່າປ້ອງກັນແຫ່ງຊາດ ແຫຼ່ງນຳມັດ ແນໃສ່ ຄຸ້ມຄອງ, ປົກ ປັກຮັກສາປ່າໄມ້, ທີ່ດິນປ່າໄມ້, ສັດນຳ ແລະ ສັດປ່າ ໃຫ້ມີຄວາມອຸດົມສົມບູນ, ເປັນບ່ອນ ພັກຜ່ອນ, ທ່ອງທ່ຽວ ແລະ ສຶກສາຄົ້ນຄວ້າ ທາງດ້ານວິທະຍາສາດ ແນໃສ່ຮັບປະກັນການປົກປັກຮັກສາຊີວະນາໆພັນ, ສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ປະກອບສ່ວນເຂົາໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາ ເສດຖະກິດ-ສັງຄົມ ຂອງຊາດໃຫ້ເຂັມແຂງ. ແ ະ %# ເ , ຈະ , " <“ ພ
ມາດຕາ 2
ທີ່ຕັ້ງ, ຂອບເຂດ ແລະ ເນື້ອທີ່ ປ່າປ້ອງກັນແຫ່ງຊາດ ແຫຼ່ງນ້ຳມັດ ປ່າປ້ອງກັນແຫ່ງຊາດ ແຫຼ່ງນ້ຳມັດ ຕັ້ງຢູ່ພາກເໜືອ ກວມເອົາ 1 ແຂວງຄື: ແຂວງຊຽງຂວາງ, ກວມເອົາ 5 ເມືອງ ຄື: ເມືອງຄຳ, ເມືອງໜອງແຮດ, ເມືອງແປກ, ເມືອງຄູນ ແລະ ເມືອງພູກູດ ຊຶ່ງຢູ່ລະຫວ່າງ ເສັ້ນແວງ ແລະ ເສັ້ນຂະໜານ ດັ່ງນີ້: ທິດເໜືອ ເສັ້ນແວງ: 103°41'3" ເສັ້ນຂະໜານ: 19°49'13" ທິດໃຕ້ ເສັ້ນແວງ: 103°26'51" ເສັ້ນຂະໜານ: 19°22'42" ທິດຕາເວັນອອກ ເສັ້ນແວງ: 103°48'46" ເສັ້ນຂະໜານ: 19°40'6" ທິດຕາເວັນຕົກ ເສັ້ນແວງ: 103°13'19" ເສັ້ນຂະໜານ: 19°32'28" ຂອບເຂດປ່າປ້ອງກັນແຫ່ງຊາດ ແຫຼ່ງນ້ຳມັດ ອີງໃສ່ແຜນທີ່ພູມີປະເທດ ມາດຕາສ່ວນ 1:100,000 ແລະ ພັ, ໃຈ - ,ພ ຫໍ້ ຜລ ພ ພ ໂດຍຖືເອົາເສັ້ນແວງ ແລະ ເສັ້ນຂະໜານເປັນຫຼັກ ສົມທຽບໃສ່ກັບພື້ນທີ່ຕົວຈິງ ເຊັ່ນ: ສັນພູ, ຕີນພູ, ສາຍ ຫ້ວຍ, ສາຍນ້ຳ, ເສັ້ນທາງ ເປັນຂີດໝາຍ ເພື່ອໃຫ້ອົງການປົກຄອງທ້ອງຖິ່ນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ໃຫ້ການຮ່ວມມື ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາ ເປັນຢ່າງດີ. ປ່າປ້ອງກັນແຫ່ງຊາດ ແຫຼ່ງນ້ຳມັດ ມີເນື້ອທີ່ທັງໝົດ 128,231 ເຮັກຕາ (ໜຶ່ງແສນຊາວແປດພັນ ສອງ ຮ້ອຍສາມສິບເອັດ ເຮັກຕາ). ຮ, ໃ , ເ , " ຮ ພ ນ ແ , ເ , ທີ່ຕັ້ງ ແລະ ເນື້ອທີ່ ຂອງປ່າປ້ອງກັນແຫ່ງຊາດ ແຫຼ່ງນ້ຳມັດ ສະແດງໃຫ້ເຫັນ ຢູ່ແຜນທີ່ ມາດຕາສ່ວນ ະ <> ນ, ແ 1:500,000 ທີ່ຄັດຕິດມາພ້ອມນີ້.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 6 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ