ຂໍ້ຕົກລົງ ວ່າດ້ວຍ ທຸລະກິດນຳທ່ຽວ

关于旅行社业务的决定

Decision on Travel Agency Operations

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການສົ່ງເສີມ ແລະ ຄຸ້ມຄອງທຸລະກິດບໍລິການທ່ອງທ່ຽວ, ປະກອບດ້ວຍຄຳສັບ, ນະໂຍບາຍແຫ່ງຊາດ, ສິດທິປະໂຫຍດດ້ານການລົງທຶນ ແລະ ຄ່າທຳນຽມແຮງງານ, ທຸລະກິດສະຫງວນ, ປະເພດ ແລະ ສິດ ແລະ ໜ້າທີ່ຂອງບໍລິສັດທ່ອງທ່ຽວ ແລະ ຕົວແທນທ່ອງທ່ຽວ, ນັກທ່ອງທ່ຽວ ແລະ ກິດຈະກຳທ່ອງທ່ຽວ, ໃບອະນຸຍາດດຳເນີນທຸລະກິດ ແລະ ທຶນຈົດທະບຽນ, ການພັກໃຊ້, ການຖອນໃບອະນຸຍາດ ແລະ ການຍຸບເລີກ, ຂໍ້ຫ້າມ, ການແກ້ໄຂຂໍ້ຂັດແຍ່ງ, ການເກັບຄ່າທຳນຽມ ແລະ ການຄຸ້ມຄອງ ແລະ ກວດກາແບບຫຼາຍຂັ້ນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ.

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການສົ່ງເສີມ ແລະ ຄຸ້ມຄອງ ທຸລະກິດນຳທ່ຽວ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບ, ປອດໄພ, ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ, ຍຸຕິທຳ, ຖືກຕ້ອງ, ມີຄຸນນະພາບ ແລະ ມາດຕະຖານ ເພື່ອປົກປ້ອງສິດ ຜົນປະໂຫຍດຂອງບຸກຄົນ, ນິຕິບຸກຄົນ ແລະ ນັກທ່ອງທ່ຽວ ທີ່ກ່ຽວຂ້ອງກັບທຸລະກິດນຳທ່ຽວ ແນໃສ່ ດຶງດູດນັກທ່ອງທ່ຽວ, ນັກລົງທຶນ, ສົ່ງເສີມການ ທ່ອງທ່ຽວ ພາຍໃນ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ສ້າງລາຍຮັບ, ສ້າງວຽກເຮັດງານທຳ, ກະຈາຍລາຍໄດ້ສູ່ສັງຄົມ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ແລະ ການທ່ອງທ່ຽວ ຂອງ ສປປ ລາວ ໃຫ້ຂະຫຍາຍຕົວ ຕາມ ທິດສີຂຽວ ແລະ ຍືນຍົງ.

ມາດຕາ 2

ທຸລະກິດນຳທ່ຽວ ທຸລະກິດນຳທ່ຽວ ແມ່ນ ຫົວຫ່ວຍທຸລະກິດບໍລິການ ດ້ານການນຳທ່ຽວ, ການໃຫ້ຂໍ້ມູນຂ່າວສານກ່ຽວກັບ ການທ່ອງທ່ຽວ, ການເດີນທາງ, ອາຫານ, ສະຖານທີ່ພັກແຮມ, ສະຖານທີ່ທ່ອງທ່ຽວ, ກິດຈະກຳທ່ອງທ່ຽວ, ພະນັກງານນຳທ່ຽວ ແລະ ການບໍລິການ ຕົວແທນທຸລະກິດການທ່ອງທ່ຽວ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 68 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ