关于禁止屠宰怀孕大牲畜的命令
ຄຳສັ່ງ ກ່ຽວກັບການຫ້າມຂ້າສັດໃຫຍ່ຖືພາມານ
Order on the Prohibition of Slaughtering Pregnant Livestock
简介
老挝农林部为保护和扩大牛、水牛等大牲畜种群、保障食品供应与出口,命令在全国范围内禁止屠宰怀孕的大牲畜,并就宣传、繁育推广、技术培训和监督检查等作出部署。 【OCR识别·机器翻译,未经律师终审,以官方PDF为准】
Summary
The Ministry of Agriculture and Forestry of Laos, to protect and expand the population of large livestock such as cattle and buffalo, ensure food supply and export, ordered a nationwide ban on slaughtering pregnant large livestock, and deployed measures for publicity, breeding promotion, technical training, and supervision and inspection.
ບົດສະຫຼຸບ
ກະຊວງກະສິກຳ ແລະ ປ່າໄມ້ ອອກຄຳສັ່ງ ຫ້າມຂ້າສັດໃຫຍ່ທີ່ຖືພາ ໃນທົ່ວປະເທດ ເພື່ອອະນຸລັກ ແລະ ຂະຫຍາຍຝູງສັດໃຫຍ່ ເຊັ່ນ ງົວ, ຄວາຍ ແລະ ອື່ນໆ, ຮັບປະກັນການສະໜອງອາຫານ ແລະ ການສົ່ງອອກ, ພ້ອມທັງກຳນົດການໂຄສະນາ, ການສົ່ງເສີມການປັບປຸງພັນ, ການຝຶກອົບຮົມດ້ານວິຊາການ ແລະ ການກວດກາ.
条文
第1条
老挝人民民主共和国。和平 独立 民主 统一 繁荣昌盛。农林部,第……/农林号。万象市,……年……月……日。命令。关于禁止屠宰怀孕大牲畜。致:农林部办公厅、各司、直属机构;全国范围内各省、万象市农林厅。依据《畜牧与兽医法》(修订版)第08/国会号,2016年11月1日;依据总理《关于农林部组织与活动的法令》第603/总理号,2021年10月15日;依据畜牧与渔业司的呈报函第274/畜渔司号,2022年10月4日;依据农林部办公厅2022年10月5日的研究与呈报。落实粮食生产与商品化生产规划,是农林部门重要的优先工作,旨在支持国家社会经济发展规划的具体落实,特别是为偏远农村地区各族人民创造收入、改善生活、逐步摆脱贫困。为按计划落实上述规划,农林部认识到发展养牛、养水牛对保障食品供应、满足国内需求和出口(尤其是中国市场)的重要性。但与此同时,我国在牛、水牛的发展与利用方面仍存在诸多局限,尚未重视对优良牛、水牛品种的发展、保育与保护;更有甚者,各地仍发现屠宰怀孕牛、水牛的现象,这是导致我国大牲畜种群未能应有增长的原因之一。因此,为促进大牲畜种群增长,并杜绝和减少不符合畜牧科学原理的、对母牛、母水牛的不当屠宰行为,农林部部长发布命令:
ພາສາລາວ (老挝语原文)
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ. ກະຊວງກະສິກຳ ແລະ ປ່າໄມ້, ເລກທີ ……/ກປ. ນະຄອນຫຼວງວຽງຈັນ, ວັນທີ …… ເດືອນ …… ປີ …… ຄຳສັ່ງ. ກ່ຽວກັບການຫ້າມຂ້າສັດລ້ຽງໃຫຍ່ທີ່ຖືພາ. ເຖິງ: ຫ້ອງການກະຊວງກະສິກຳ ແລະ ປ່າໄມ້, ບັນດາກົມ ແລະ ອົງການທີ່ຂຶ້ນກັບກະຊວງ; ບັນດາພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ທົ່ວປະເທດ. ອີງໃສ່ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ (ສະບັບປັບປຸງ) ເລກທີ 08/ສພຊ, ວັນທີ 1 ພະຈິກ 2016; ອີງໃສ່ ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການດຳເນີນງານຂອງກະຊວງກະສິກຳ ແລະ ປ່າໄມ້ ເລກທີ 603/ນຍ, ວັນທີ 15 ຕຸລາ 2021; ອີງໃສ່ ໜັງສືສະເໜີຂອງກົມລ້ຽງສັດ ແລະ ປະມົງ ເລກທີ 274/ລສປ, ວັນທີ 4 ຕຸລາ 2022; ອີງໃສ່ ການຄົ້ນຄວ້າ ແລະ ສະເໜີຂອງຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ວັນທີ 5 ຕຸລາ 2022. ການຈັດຕັ້ງປະຕິບັດແຜນການຜະລິດສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ແມ່ນວຽກງານບູລິມະສິດທີ່ສຳຄັນຂອງຂະແໜງກະສິກຳ ແລະ ປ່າໄມ້, ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ເປັນຮູບປະທຳ, ໂດຍສະເພາະ ການສ້າງລາຍຮັບ, ປັບປຸງຊີວິດການເປັນຢູ່ ແລະ ຄ່ອຍໆ ຫຼຸດພົ້ນອອກຈາກຄວາມທຸກຍາກໃຫ້ແກ່ປະຊາຊົນບັນດາເຜົ່າ ໃນເຂດຊົນນະບົດຫ່າງໄກສອກຫຼີກ. ເພື່ອຈັດຕັ້ງປະຕິບັດແຜນການດັ່ງກ່າວໃຫ້ສຳເລັດຕາມແຜນ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮັບຮູ້ເຖິງຄວາມສຳຄັນຂອງການພັດທະນາການລ້ຽງງົວ, ຄວາຍ ເພື່ອຮັບປະກັນການສະໜອງສະບຽງອາຫານ, ຕອບສະໜອງຄວາມຕ້ອງການພາຍໃນ ແລະ ການສົ່ງອອກ (ໂດຍສະເພາະ ຕະຫຼາດຈີນ). ແຕ່ໃນຂະນະດຽວກັນ, ການພັດທະນາ ແລະ ນຳໃຊ້ງົວ, ຄວາຍ ຂອງປະເທດເຮົາ ຍັງມີຂໍ້ຈຳກັດຫຼາຍຢ່າງ, ຍັງບໍ່ທັນໄດ້ເອົາໃຈໃສ່ໃນການພັດທະນາ, ອະນຸລັກ ແລະ ປົກປ້ອງສາຍພັນງົວ, ຄວາຍ ທີ່ດີ; ຍິ່ງກວ່ານັ້ນ, ຍັງພົບເຫັນການຂ້າງົວ, ຄວາຍ ທີ່ຖືພາ ໃນທ້ອງຖິ່ນຕ່າງໆ, ເຊິ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ຝູງສັດລ້ຽງໃຫຍ່ຂອງປະເທດເຮົາ ບໍ່ສາມາດເພີ່ມຂຶ້ນຕາມທີ່ຄວນ. ດັ່ງນັ້ນ, ເພື່ອຊຸກຍູ້ການເພີ່ມຂຶ້ນຂອງຝູງສັດລ້ຽງໃຫຍ່ ແລະ ກຳຈັດ ແລະ ຫຼຸດຜ່ອນການຂ້າແມ່ງົວ, ແມ່ຄວາຍ ທີ່ບໍ່ຖືກຕ້ອງ ເຊິ່ງບໍ່ສອດຄ່ອງກັບຫຼັກວິທະຍາສາດການລ້ຽງສັດ, ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ຈຶ່ງອອກຄຳສັ່ງ:
第2条
由办公厅、各司、机构、各省及万象市农林厅协同有关部门,组织面向全国农民和经营者的宣传普及,使其了解屠宰怀孕大牲畜属违反法律和规章的行为;同时动员人民、农民和经营者,不得买卖此类牲畜用于屠宰和食用。
ພາສາລາວ (老挝语原文)
ໂດຍການຮ່ວມມືຂອງຫ້ອງວ່າການ, ບັນດາກົມ, ອົງການ, ແຂວງ ແລະ ກົມກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ກັບບັນດາອົງການທີ່ກ່ຽວຂ້ອງ, ຈັດການເຜີຍແຜ່ ແລະ ສຶກສາອົບຮົມໃຫ້ແກ່ຊາວກະສິກອນ ແລະ ຜູ້ປະກອບການທົ່ວປະເທດ, ເພື່ອໃຫ້ເຂົາເຈົ້າເຂົ້າໃຈວ່າ ການຂ້າສັດລ້ຽງທີ່ຖືພາເປັນການກະທຳທີ່ຜິດກົດໝາຍ ແລະ ລະບຽບການ; ພ້ອມດຽວກັນນັ້ນ, ກໍ່ລະດົມປະຊາຊົນ, ຊາວກະສິກອນ ແລະ ຜູ້ປະກອບການ ບໍ່ໃຫ້ຊື້ຂາຍສັດລ້ຽງປະເພດນີ້ ເພື່ອນຳໄປຂ້າ ແລະ ບໍລິໂພກ.
第3条
各省及万象市农林厅集中扶持农民和经营者,将处于良好可繁育期的母牛、母水牛留作种群更新或扩繁之用。同时通知各经营者、屠宰场及小型屠宰点,严禁屠宰怀孕牲畜。若确有必要出售怀孕母畜或带仔母畜,禁止售入屠宰场,但可出售给他人用于饲养。售入屠宰场的母畜,必须仅限于产仔不良、配种不孕、不能产仔,或受伤且无法医治的母畜。
ພາສາລາວ (老挝语原文)
ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ສຸມໃສ່ຊ່ວຍເຫຼືອຊາວກະສິກອນ ແລະ ຜູ້ປະກອບການ ໃນການສະຫງວນແມ່ງົວ, ແມ່ຄວາຍ ທີ່ຢູ່ໃນໄລຍະການຈະເລີນພັນທີ່ດີ ໄວ້ເປັນຝູງສືບພັນ ຫຼື ຂະຫຍາຍພັນ. ພ້ອມດຽວກັນນັ້ນ, ໃຫ້ແຈ້ງໃຫ້ຜູ້ປະກອບການ, ໂຮງຂ້າສັດ ແລະ ຈຸດຂ້າສັດຂະໜາດນ້ອຍ ທຸກແຫ່ງ ຫ້າມຂ້າສັດທີ່ຖືພາ. ຖ້າມີຄວາມຈຳເປັນຕ້ອງຂາຍແມ່ສັດທີ່ຖືພາ ຫຼື ແມ່ສັດທີ່ມີລູກອ່ອນ, ໃຫ້ຫ້າມຂາຍເຂົ້າໂຮງຂ້າສັດ, ແຕ່ສາມາດຂາຍໃຫ້ຜູ້ອື່ນເພື່ອການລ້ຽງໄດ້. ແມ່ສັດທີ່ຂາຍເຂົ້າໂຮງຂ້າສັດ ຕ້ອງຈຳກັດສະເພາະ ແມ່ສັດທີ່ມີການອອກລູກບໍ່ດີ, ບໍ່ຕິດທ້ອງ, ບໍ່ສາມາດອອກລູກໄດ້, ຫຼື ໄດ້ຮັບບາດເຈັບ ແລະ ບໍ່ສາມາດປິ່ນປົວໄດ້.
第4条
各省及万象市农林厅调查养牛、养水牛者,收集大牲畜繁育、可产仔母畜数量等统计资料,以便制定发展规划,并适时分阶段提升本地区的生产与出口能力。
ພາສາລາວ (老挝语原文)
ກົມກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ສຳຫຼວດຜູ້ລ້ຽງງົວ, ຜູ້ລ້ຽງຄວາຍ, ເກັບກຳສະຖິຕິການຂະຫຍາຍພັນສັດໃຫຍ່, ຈຳນວນແມ່ພັນທີ່ສາມາດອອກລູກໄດ້ ເພື່ອວາງແຜນພັດທະນາ ແລະ ຍົກລະດັບຄວາມສາມາດໃນການຜະລິດ ແລະ ສົ່ງອອກຂອງທ້ອງຖິ່ນ ເປັນໄລຍະໆ ຕາມຄວາມເໝາະສົມ.
第5条
畜牧与渔业司协同各省、万象市农林厅,面向农民和经营者组织各类技术专业培训,使其掌握饲养技术以及科学、正确地饲喂怀孕牲畜的方法。
ພາສາລາວ (老挝语原文)
ກົມລ້ຽງສັດ ແລະ ປະມົງ ຮ່ວມກັບກົມກະສິກຳ ແລະ ປ່າໄມ້ ຂອງແຂວງ ແລະ ນະຄອນຫຼວງວຽງຈັນ, ຈັດການຝຶກອົບຮົມວິຊາການດ້ານຕ່າງໆ ໃຫ້ແກ່ຊາວກະສິກອນ ແລະ ຜູ້ປະກອບການ ເພື່ອໃຫ້ມີຄວາມຊຳນານໃນເຕັກນິກການລ້ຽງ ແລະ ວິທີການໃຫ້ອາຫານສັດທີ່ຖືພາຢ່າງຖືກຕ້ອງ ແລະ ວິທະຍາສາດ.
第6条
畜牧与渔业司协同各省、万象市农林厅,提升乡村兽医、肉品卫生检验人员、县级技术人员关于怀孕牲畜检查技术的能力。
ພາສາລາວ (老挝语原文)
ກົມລ້ຽງສັດ ແລະ ປະມົງ ຮ່ວມກັບກົມກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ເພີ່ມທະວີຄວາມສາມາດຂອງສັດຕະວະແພດປະຈຳບ້ານ, ພະນັກງານກວດກາອະນາໄມຊີ້ນ, ແລະ ພະນັກງານວິຊາການຂັ້ນເມືອງ ກ່ຽວກັບເຕັກນິກການກວດກາສັດຖືພາ.
第7条
中央和地方各有关部门抓紧相互协同,组织落实本命令,务求取得良好成效;同时分阶段进行总结报告和经验总结。
ພາສາລາວ (老挝语原文)
ບັນດາອົງການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ຈົ່ງຮີບຮ້ອນປະສານງານເຊິ່ງກັນ ແລະ ກັນ ເພື່ອຈັດຕັ້ງປະຕິບັດຄຳສັ່ງນີ້ ໃຫ້ໄດ້ຮັບຜົນດີ; ພ້ອມດຽວກັນນີ້ ກໍ່ໃຫ້ມີການສະຫຼຸບລາຍງານ ແລະ ຖອດຖອນບົດຮຽນ ເປັນໄລຍະໆ.
第8条
本命令自签署之日起、并在政府公报刊登后生效。农林部部长。抄送:1. 各位部长、副部长各1份;2. 农林部办公厅1份;3. 畜牧与渔业司1份;4. 计划与合作司1份;5. 各有关技术司各1份;6. 各省农林厅每省1份;7. 存档1份。〔部长签署:博士 碧·蓬披帕(ປອ.ເພັດ ພົມພີພັກ)〕
ພາສາລາວ (老挝语原文)
ຄຳສັ່ງສະບັບນີ້ ມີຜົນສັກສິດນັບແຕ່ວັນທີ່ລົງນາມ ແລະ ຫຼັງຈາກໄດ້ລົງພິມໃນຈົດໝາຍຂ່າວຂອງລັດຖະບານ. ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້. ສຳເນົາສົ່ງ: 1. ທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີ ແຕ່ລະທ່ານ 1 ສະບັບ; 2. ຫ້ອງວ່າການກະຊວງກະສິກຳ ແລະ ປ່າໄມ້ 1 ສະບັບ; 3. ກົມລ້ຽງສັດ ແລະ ປະມົງ 1 ສະບັບ; 4. ກົມແຜນການ ແລະ ຮ່ວມມື 1 ສະບັບ; 5. ບັນດາກົມວິຊາການທີ່ກ່ຽວຂ້ອງ ແຕ່ລະກົມ 1 ສະບັບ; 6. ກົມກະສິກຳ ແລະ ປ່າໄມ້ແຂວງ ແຕ່ລະແຂວງ 1 ສະບັບ; 7. ເກັບໄວ້ 1 ສະບັບ. [ລັດຖະມົນຕີລົງນາມ: ປອ.ເພັດ ພົມພີພັກ]