ຂໍ້ຕົກລົງ ວ່າດ້ວຍກອງທຶນເລືອດ ແຂວງ ໄຊຍະບູລີ
关于血液基金的协议(沙耶武里省)
Agreement on the Blood Fund (Xayaboury Province)
ບົດສະຫຼຸບ
ຂໍ້ຕົກລົງຂອງເຈົ້າແຂວງໄຊຍະບູລີ ວ່າດ້ວຍກອງທຶນເລືອດ ກຳນົດຈຸດປະສົງ, ແຫຼ່ງລາຍຮັບ, ເປົ້າໝາຍການນຳໃຊ້, ຄະນະບໍລິຫານ ແລະ ຫ້ອງການທຸກຂັ້ນ, ການກວດສອບບັນຊີ, ຂໍ້ຫ້າມ ແລະ ນະໂຍບາຍລາງວັນໃຫ້ຜູ້ບໍລິຈາກເລືອດ ແລະ ສະມາຊິກກອງທຶນ.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດ ຫຼັກການ, ລະບຽບການກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ກອງທຶນເລືອດຂອງ ແຂວງ ໄຊຍະບູລີ ເພື່ອເຮັດໃຫ້ວຽກງານ ການປຸກລະດົມຂົນຂວາຍ ແລະ ສະສົມທຶນ ຈາກພາຍໃນ ແລະ ຕ່າງປະເທດດຳເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ແນໃສ່ຮັບປະກັນ ໃຫ້ມີແຫຼ່ງທຶນທີ່ຍືນຍົງ ເພື່ອສະໜອງໃຫ້ແກ່ວຽກງານລະດົມຂົນຂວາຍບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ, ເຮັດໃຫ້ປະຊາຊົນບັນດາເຜົ່າພາຍໃນແຂວງ ທີ່ເຈັບເປັນ ແລະ ຕ້ອງການປິ່ນປົວດ້ວຍເລືອດ, ໃຫ້ໄດ້ຮັບການບໍລິການເລືອດທີ່ພຽງພໍ, ປອດໄພ ແລະ ທັນກັບເວລາ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊຍະບູລີ.
ມາດຕາ 2
ກອງທຶນເລືອດ ແຂວງໄຊຍະບູລີ ກອງທຶນເລືອດ ແຂວງໄຊຍະບູລີ ຂຽນຫຍໍ້ວ່າ "ກທລຂ" ແມ່ນ ກອງທຶນຂອງລັດ ສ້າງຂຶ້ນເພື່ອການລະດົມ ຂົນຂວາຍ ແລະ ສະສົມທຶນ ຈາກແຫຼງຕ່າງໆ ແນໃສ່ຮັບປະກັນ ໃຫ້ມີງົບປະມານພຽງພໍ ແລະ ຍືນຍົງ ເພື່ອນຳໃຊ້ເຂົ້າໃນການລະດົມຂົນຂວາຍ, ການບໍລິຈາກເລືອດ, ການສະຫອງເລືອດໃຫ້ພຽງພໍ, ປອດໄພ ແລະ ທັນເວລາ ໃນຂອບເຂດທົ່ວແຂວງ. ເລືອດ ແມ່ນທາດແຫຼວສະນິດໜຶ່ງ ທີ່ໄຫຼບມູນວຽນໃນຮ່າງກາຍຂອງຄົນ, ເລືອດປະກອບມີ 2 ພາກສ່ວນຄື: ພາກສ່ວນທີ່ເປັນນ້ຳ ແລະ ພາກສ່ວນທີ່ເປັນຈຸລັງ ຊຶ່ງມີຄວາມສຳຄັນ ເຮັດໜ້າທີ່ລຳລຽງອົກຊີແຊນໄປຫຼໍ່ລ້ຽງເນື້ອເຍື່ອ ຕ່າງໆໃນຮ່າງກາຍ ເພື່ອໃຫ້ຄົນເຮົາມີຊີວິດ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 32 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ