ດຳລັດ ວ່າດ້ວຍການສົ່ງເສີມອາຫານທ່ຽງໃນໂຮງຮຽນ

关于促进学校营养午餐的法令

Decree on the Promotion of School Lunch Programs

ບົດສະຫຼຸບ

ບົດບັນຍັດນີ້ກຳນົດການສົ່ງເສີມ ແລະ ການຈັດຕັ້ງປະຕິບັດອາຫານທ່ຽງໂພຊະນາການໃນໂຮງຮຽນ, ເພື່ອແນໃສ່ຮັບປະກັນສຸຂະພາບດ້ານອາຫານຂອງນັກຮຽນ. ເນື້ອໃນຂອງມັນກວມເອົາມາດຕະການສົ່ງເສີມອາຫານທ່ຽງ ແລະ ຄຳນິຍາມຂອງຄຳສັບທີ່ກ່ຽວຂ້ອງ, ນຳໃຊ້ກັບການຄຸ້ມຄອງການຈັດຫາອາຫານໃນໂຮງຮຽນ, ເພື່ອສົ່ງເສີມການປັບປຸງໂພຊະນາການຂອງເດັກ.

ມາດຕາ

ມາດຕາ 1

ມາດຕາ 1 ຈຸດປະສົງ

ຄຳສັ່ງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານສົ່ງເສີມອາຫານທ່ຽງ ໃນໂຮງຮຽນ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ ໂດຍມີຈຸດປະສົງ ເພື່ອຊຸກຍູ້ ແລະ ສົ່ງເສີມ ນັກຮຽນ ໃນສະຖານການສຶກສາກ່ອນໄວຮຽນ ແລະ ການສຶກສາທົ່ວໄປ ໃຫ້ໄດ້ຮັບອາຫານທ່ຽງ ທີ່ມີໂພຊະນາການດີ, ມີການເຕີບໂຕ ທາງດ້ານຮ່າງກາຍ, ສະຕິປັນຍາ ແລະ ເຂົ້າເຖິງການສຶກສາ ທີ່ມີຄຸນນະພາບ ແລະ ສະເໝີພາບ ແລະ ກິລາ ປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ.

ມາດຕາ 2

ມາດຕາ 2 ການສົ່ງເສີມອາຫານທ່ຽງໂຮງຮຽນ

ການສົ່ງເສີມອາຫານທ່ຽງໂຮງຮຽນ ແມ່ນການຈັດຫາອາຫານ ທີ່ກຽມຕາມຫຼັກໂພຊະນາການ ໃຫ້ແກ່ນັກຮຽນ ໃນສະຖານການສຶກສາກ່ອນໄວຮຽນ ແລະ ການສຶກສາທົ່ວໄປ.

ມາດຕາ 3

ມາດຕາ 3 ຄຳອະທິບາຍຄຳສັບ

ຄຳສັບທີ່ໃຊ້ໃນຄຳສັ່ງສະບັບນີ້ ມີຄວາມໝາຍດັ່ງນີ້:
1. ໂພຊະນາການ ໝາຍເຖິງ ການກະກຽມອາຫານ ທີ່ໄດ້ມາດຕະຖານ, ສະອາດ, ປອດໄພ, ມີປະໂຫຍດຕໍ່ສຸຂະພາບ ແລະ ເປັນອາຫານຄົບຊຸດ;
2. ອາຫານທ່ຽງໂຮງຮຽນ ໝາຍເຖິງ ອາຫານ ທີ່ກະກຽມ ໃນສະຖານການສຶກສາກ່ອນໄວຮຽນ ແລະ ການສຶກສາທົ່ວໄປ ສຳລັບນັກຮຽນ ກິນໃນຕອນທ່ຽງ;
3. ຄະນະກຳມະການພັດທະນາການສຶກສາປະຈຳບ້ານ (VEDC) ໝາຍເຖິງ ອົງການຈັດຕັ້ງຂັ້ນບ້ານ ທີ່ຮັບຜິດຊອບ ການພັດທະນາການສຶກສາ ພາຍໃນບ້ານ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 29 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ