ຂໍ້ຕົກລົງ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ ຂັ້ນແຂວງ

关于省级灾害管理基金的协议

Agreement on the Provincial Disaster Management Fund

ບົດສະຫຼຸບ

ເຈົ້າແຂວງຜົ້ງສາລີ ໄດ້ອອກຂໍ້ຕົກລົງກອງທຶນຄຸ້ມຄອງໄພພິບັດຂັ້ນແຂວງ ເຊິ່ງກຳນົດແຫຼ່ງທຶນ, ການນຳໃຊ້, ການຖອນ, ອົງການຄຸ້ມຄອງ, ການກວດສອບ ແລະ ກວດກາ, ຂໍ້ຫ້າມ ແລະ ມາດຕະການລົງໂທດ.

ມາດຕາ

ມາດຕາ 1

ຈຸດປະສົງ. ຂໍຕົກລົງສະບັບນີ້ ເພື່ອກຳນົດຫຼັກຖານ, ລະບຽບການ, ກ່ຽວກັບການຄຸ້ມຄອງ ແລະ ການນຳໃຊ້ກອງທຶນ ຄຸ້ມຄອງໄພພິບັດຂັ້ນແຂວງ; ສ້າງກຳລັງແຮງປະກອບສ່ວນຈາກທົ່ວສັງຄົມ ດ້ວຍການປຸກລະດົມທົ່ວປວງຊົນ ໃຫ້ ຮັບຮູ້, ເຂົ້າໃຈ ແລະ ມີສ່ວນຮ່ວມ ເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ, ກະກຽມຄວາມພ້ອມໂຕ້ຕອບ ແລະ ການຟື້ນຟູຫຼັງໄພພິບັດ; ລະດົມທຶນຈາກບຸກຄົນ, ມູນນິທິ, ບໍລິສັດ, ຫົວໜ່ວຍທຸລະກິດ, ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເພື່ອຫຼຸດຜ່ອນພາລະແບກຫາບດ້ານງົບປະມານຂອງລັດ ແນໃສ່ສະໜອງທຶນ ໃຫ້ແກ່ການ ຊ່ວຍເຫຼືອເຫດສຸກເສີນ, ການສ້ອມແປງພື້ນຖານໂຄງລ່າງທີ່ຈຳເປັນ, ການຊອກຄົ້ນ, ຄົ້ນຫາ ແລະ ກູ້ໄພ ຕອບສະໜອງໃຫ້ຊີວິດການເປັນຢູ່ຂອງຜູ້ປະສົບໄພພິບັດ ໄດ້ຮັບການແກ້ໄຂກັບຄືນສູ່ສະພາບປົກກະຕິ ຫຼື ດີຂຶ້ນກວ່າເກົ່າ.

ມາດຕາ 2

ກອງທຶນຄຸ້ມຄອງໄພພິບັດ. ກອງທຶນຄຸ້ມຄອງໄພພິບັດ ຂຽນຫຍໍ້ວ່າ “ກຄພ” ແມ່ນກອງທຶນຂອງລັດ, ສ້າງຂຶ້ນເພື່ອເປັນບ່ອນອີງໃນ ການລະດົມ ແລະ ການສະສົມທຶນຈາກແຫຼງຕາງໆ ແນໃສ່ຮັບປະກັນໃຫ້ມີງົບປະມານ ແລະ ມີຄວາມຢືນ ຍົງໃນການນຳໃຊ້ເຂົ້າໃນການຄຸ້ມຄອງໄພພິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 26 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ