ຂໍ້ຕົກລົງ ວ່າດ້ວຍ ກຸ່ມ ແລະ ສະຫະກອນ ຫັດຖະກຳ

协议·关于手工业组与手工业合作社

Agreement on Handicraft Groups and Handicraft Cooperatives

ບົດສະຫຼຸບ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຂໍ້ຕົກລົງເລກທີ 124/ອຄ (ນະຄອນຫຼວງວຽງຈັນ, ເດືອນຕຸລາ 2022) ກຳນົດຫຼັກການສ້າງຕັ້ງ, ດຳເນີນງານ ແລະ ຄຸ້ມຄອງກຸ່ມຫັດຖະກຳ ແລະ ສະຫະກອນຫັດຖະກຳ, ກວມເອົາເຈັດຂົງເຂດອາຊີບຫັດຖະກຳ, ເງື່ອນໄຂ ແລະ ຂັ້ນຕອນການສ້າງຕັ້ງກຸ່ມ ແລະ ສະຫະກອນ, ຂໍ້ບັງຄັບ, ໃບອະນຸຍາດ, ການປະເມີນ, ການຮວມ, ແບ່ງແຍກ ແລະ ຍຸບເລີກ, ສິດ ແລະ ໜ້າທີ່ຂອງສະມາຊິກ ແລະ ອົງການຈັດຕັ້ງ, ການຄຸ້ມຄອງຂັ້ນສູນກາງ/ແຂວງ/ເມືອງ, ກົນໄກກວດກາ ແລະ ບົດບັນຍັດສຸດທ້າຍ ເພື່ອຊຸກຍູ້ການພັດທະນາການຜະລິດຫັດຖະກຳ, ຫຼຸດຜ່ອນຄວາມທຸກຍາກ, ເພີ່ມລາຍຮັບ ແລະ ອະນຸລັກສິລະປະພື້ນເມືອງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ

ມາດຕາ 1

ຂ ການພິຈາລະນາອະນຸຍາດສ້າງຕັ້ງກຸ່ມຫັດຖະກຳ ພາຍຫຼັງໄດ້ຮັບເອກະສານຖືກຕ້ອງ ແລະ ຄົບຖ້ວນ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ຕ້ອງຄົ້ນຄວ້າພິຈາລະນາ ອອກໃບອະນຸຍາດສ້າງຕັ້ງກຸ່ມຫັດຖະກຳ ພາຍໃນເວລາ ສາມ ວັນ ລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານເປັນຕົ້ນໄປ, ແລ້ວນຳສົ່ງສຳເນົາໃບອະນຸຍາດສ້າງຕັ້ງກຸ່ມໃຫ້ຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງ, ນະຄອນ ເພື່ອຊາບ ແລະ ຂຶ້ນບັນຊີກຸ່ມ. ກໍລະນີ ເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ຕ້ອງແຈ້ງໃຫ້ຜູ້ສະເໜີຊາບ ເພື່ອປັບປຸງແກ້ໄຂໃຫ້ ຖືກຕ້ອງ ແລະ ຄົບຖ້ວນ. ໃນກໍລະນີປະຕິເສດຄຳສະເໜີ ຕ້ອງແຈ້ງຕອບເປັນລາຍລັກອັກສອນ ພ້ອມທັງເຫດຜົນ ພາຍໃນເວລາ ສາມ ວັນ ລັດຖະການ ນັບແຕ່ວັນໄດ້ຮັບເອກະສານ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 38 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ