ຂໍ້ຕົກລົງ ວ່າດ້ວຍການປັບໃໝ ແລະ ນໍຳໃຊ້ມາດຕະການອື່ນ ຕໍ່ຜູ້ທີ່ລະເມີດກົດໝາຍ, ລະບຽບການກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ

协议·关于对违反环境管理法律法规者处以罚款及采用其他措施

Agreement on Fines and Other Measures for Violations of Environmental Management Laws

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ກຳນົດຫຼັກການການປັບໃໝ ແລະ ມາດຕະການອື່ນໆ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການດ້ານສິ່ງແວດລ້ອມຢູ່ແຂວງບໍລິຄຳໄຊ, ລວມທັງການກຳນົດບັນຊີໂທດຕາມລະດັບສຳລັບກິດຈະກຳທີ່ສົ່ງຜົນກະທົບທາງລົບ (ການດຳເນີນທຸລະກິດຢາງພາລາ ແລະ ການຂົນສົ່ງ, ການຖິ້ມ ແລະ ເຜົາສິ່ງເສດເຫຼືອ, ການປ່ອຍມົນລະພິດເກີນມາດຕະຖານ, ສິ່ງລົບກວນ ແລະ ກິ່ນ, ການປ່ຽນແປງສະພາບທຳມະຊາດ, ການດຳເນີນທຸລະກິດໂດຍບໍ່ມີໃບອະນຸຍາດດ້ານສິ່ງແວດລ້ອມ), ມາດຕະຖານສິ່ງແວດລ້ອມທົ່ວໄປ, ຄະນະປະຕິບັດງານ, ການຄຸ້ມຄອງເງິນປັບໃໝ (60% ເຂົ້າຄັງເງິນແຫ່ງຊາດ, 40% ແບ່ງເປັນ 70% ໃຫ້ຄະນະປະຕິບັດງານ ແລະ 30% ໃຫ້ຜູ້ແຈ້ງຂ່າວ), ຂໍ້ຫ້າມ, ອົງການຄຸ້ມຄອງ ແລະ ກວດກາ, ແລະ ມາດຕະການຊຸກຍູ້-ລົງໂທດ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ, ມາດຕະການ, ເພື່ອປັບໃໝ ແລະ ນຳໃຊ້ ມາດຕະການອື່ນຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ລະເມີດກົດໝາຍ, ລະບຽບການກ່ຽວກັບການຄຸ້ມຄອງ ສິ່ງແວດລ້ອມ, ແນໃສ່ເຮັດໃຫ້ຜູ້ລະເມີດໄດ້ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ຮັບປະກັນ ໃຫ້ທຸກຄົນໃນສັງຄົມມີສະຕິ ປະຕິບັດກົດໝາຍ, ລະບຽບການ, ເປັນເຈົ້າການປົກປັກຮັກສາສິ່ງແວດລ້ອມ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໄປຕາມທິດສີຂຽວ ແລະ ຍືນຍົງ, ສ້າງພື້ນຖານການດຳລົງ ຊີວິດທີ່ດີໃນທົ່ວແຂວງ.

ມາດຕາ 2

ການປັບໃໝ ແລະ ນຳໃຊ້ມາດຕະການອື່ນ ການປັບໃໝ ແມ່ນມາດຕະການທາງດ້ານການເງິນທີ່ນຳໃຊ້ຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ເຊິ່ງກໍ່ໃຫ້ເກີດຜົນກະທົບທາງ ລົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ ຕາມອັດຕາປັບໃໝ ທີ່ໄດ້ກຳນົດໄວ້ ໃນຂໍ້ຕົກລົງສະບັບນີ້. ນຳໃຊ້ມາດຕະການອື່ນ ແມ່ນການນຳໃຊ້ມາດຕະການເພີ່ມຈາກການປັບໃໝ ເປັນຕົ້ນ: ການສຶກສາອົບຮົມ ກ່າວເຕືອນ, ສະເໜີໃຫ້ອົງການທີ່ກ່ຽວຂ້ອງໂຈະ, ຍຸບເລີກ ຫຼື ຖອນໃບທະບຽນວິສາຫະກິດ, ໃບອະນຸຍາດດຳ ເນີນທຸລະກິດ, ໃຊ້ແທນຄ່າເສຍຫາຍ ແລະ ດຳເນີນຄະດີຕາມຂະບວນການຍຸຕິທຳ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 34 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ