ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ, ປົກປັກຮັກສາ ປ່າສະຫງວນຫ້ວຍງົວ

协议·关于会奴(护溪)保护林的管理与保护

Agreement on Management and Protection of Houay Nuo (Stream Protection) Conservation Forest

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ມາດຕະການຄຸ້ມຄອງ ແລະ ປົກປັກຮັກສາປ່າສະຫງວນຫ້ວຍນູ (ເນື້ອທີ່ 4,595 ເຮັກຕາ) ໃນເມືອງບໍລິຄັນ, ແຂວງບໍລິຄຳໄຊ, ລວມທັງເຂດແດນ, ການແບ່ງເຂດຄຸ້ມຄອງຂອງແຕ່ລະບ້ານ, ການກຳນົດສິດນຳໃຊ້ທີ່ດິນ, ຂໍ້ຫ້າມ, ໂຄງສ້າງການຄຸ້ມຄອງລະດັບແຂວງ-ເມືອງ-ບ້ານ ແລະ ສິດໜ້າທີ່, ກົນໄກກວດກາ ແລະ ມາດຕະການຊຸກຍູ້-ລົງໂທດ, ເພື່ອຮັກສາຄວາມຫຼາກຫຼາຍທາງຊີວະພາບ ແລະ ຄວາມຍືນຍົງດ້ານນິເວດ.

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຂໍຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອຄຸ້ມຄອງ, ປົກປັກຮັກສາ ທີ່ດິນ, ການພັດທະນາ, ການນຳໃຊ້ປ່າສະຫງວນ, ເພື່ອໃຫ້ປ່າສະຫງວນມີຄວາມອຸດົມສົມບູນ ແລະ ມີຄວາມຍືນຍົງ ເພື່ອ ຮັກສາ ສິ່ງແວດລ້ອມ, ຊັບພະຍາກອນປ່າໄມ້, ແຫຼ່ງນ້ຳ ໃນຂອບເຂດພື້ນທີ່ປ່າສະຫງວນຫົ້ວຍງົວ, ແນໃສ່ໃຫ້ທຸກ ພາກສ່ວນ ມີສ່ວນຮ່ວມ ໃນການພັດທະນາປ່າສະຫງວນ ຕາມແຜນຄຸ້ມຄອງປ່າສະຫງວນ. ປະກອບສ່ວນໃນການ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ແລະ ການພັດທະນາເສດຖະກິດ ແລະ ສັງຄົມ ຂອງແຂວງບໍລິຄຳໄຊ ໃນແຕ່ລະໄລຍະ.

ມາດຕາ 2

ການຄຸ້ມຄອງ, ປົກປັກຮັກສາ ປ່າສະຫງວນຫ້ວຍງົວ ແມ່ນການກຳນົດຫຼັກການ ແລະ ວິທີການອັນລະອຽດ ເພື່ອຄຸ້ມຄອງ, ປົກປັກຮັກສາ ທີ່ດິນປ່າສະຫງວນ, ພັນໄມ້, ພັນພືດ, ຊີວະນາໆພັນ, ລະບົບນິເວດທີ່ມີຄຸນຄ່າທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ໃນ ພື້ນທີ່ປ່າສະຫງວນຫ້ວຍງົວ ໃຫ້ຄົງຕົວ ແລະ ອຸດົມສົມບູນ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 23 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ