ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງລົດຮັບ-ສົ່ງນັກຮຽນ

协议·关于学生接送车的管理

Agreement on Management of Student Transport Vehicles

ບົດສະຫຼຸບ

ຂໍ້ຕົກລົງນີ້ກຳນົດຫຼັກການຄຸ້ມຄອງ, ມາດຕະຖານ ແລະ ເງື່ອນໄຂດ້ານເຕັກນິກຂອງພາຫະນະ ແລະ ຄົນຂັບ, ໃບອະນຸຍາດ, ຄ່າທຳນຽມ, ສິດ ແລະ ໜ້າທີ່ຂອງຄະນະຄຸ້ມຄອງຂັ້ນຕ່າງໆ ແລະ ຜູ້ໃຫ້ບໍລິການ, ຂໍ້ຫ້າມ, ການແກ້ໄຂຂໍ້ຂັດແຍ່ງ, ກົນໄກກວດກາ ແລະ ມາດຕະການລົງໂທດ ສຳລັບການບໍລິການຮັບ-ສົ່ງນັກຮຽນໃນໂຮງຮຽນລັດ ແລະ ເອກະຊົນໃນແຂວງບໍລິຄຳໄຊ ເພື່ອຮັບປະກັນຄວາມປອດໄພ ແລະ ຄວາມສະດວກໃນການເດີນທາງໄປ-ກັບໂຮງຮຽນ, ຫຼຸດຜ່ອນພາລະຂອງຜູ້ປົກຄອງ ແລະ ຊຸກຍູ້ການພັດທະນາການສຶກສາ ແລະ ເສດຖະກິດ-ສັງຄົມ.

ມາດຕາ

ມາດຕາ 1

ຂ ການຂໍອະນຸຍາດລົດບໍລິການຮັບ-ສິ່ງນັກຮຽນ ການຂໍອະນຸຍາດລົດບໍລິການຮັບ-ສິ່ງນັກຮຽນ ຜູ້ບໍລິການຕ້ອງປະກອບເອກະສານໃຫ້ຄົບຖ້ວນ ເພື່ອສະ ເຫືຂໍອະນຸຍາດຈາກຄະນະກຳມະການຄຸ້ມຄອງຂັ້ນເມືອງ ແລະ ຂັ້ນແຂວງ. ການຂໍອະນຸຍາດຈາກຂັ້ນແຂວງມື: ໂຮງຮຽນມັດທະຍົມສຶກສາສົມບູນ ສີທ່ານາໄຊ, ໂຮງຮຽນມັດທະຍົມ ສຶກສາສົມບູນ ປາກງຽບ ແລະ ມັດທະຍົມສຶກສາຕອນປາຍ ປາກຊັ້ນ.

ມາດຕາ 2

ຂໍ້ຫ້າມສຳລັບເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງຂອງລັດ ຫ້າມເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງມີພຶດຕິກຳ ດັ່ງນີ້: 1. ກົດດັນຖ່ວງດຶງເອກະສານ, ກວດລົດ ທີ່ເຮັດໃຫ້ການນຳສົ່ງນັກຮຽນໄປເຖິງໂຮງຮຽນຊ້າ ຫຼື ກັບບ້ານ ເກີນເວລາ, ຍົກເວັ້ນລົດທີ່ມີເປົ້າໝາຍການກະທຳຜິດ; 2. ທວງເອົາ, ຂໍເອົາ, ຮັບສິນບົນ, ລຳອຽງ, ກົດດັນຖ່ວງດຶງ, ສົມຮູ້ຮ່ວມຄິດ, ປອມແປງເອກະສານ, ສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຜົນປະໂຫຍດສ່ວນຕົວ ແລະ ຫຼື ຄະນະກ່ຽວກັບການບໍລິການລົດຮັບ-ສົ່ງນັກຮຽນ; 3. ເມີນເສີຍ ຕໍ່ຄວາມຮັບຜິດຊອບຂອງຕົນ, ຕໍ່ພຶດຕິກຳທີ່ບໍ່ຖືກຕ້ອງ ຂອງຜູ້ບໍລິການລົດຮັບ-ສົ່ງນັກຮຽນ; 4. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 3

ຄຳອະທິບາຍຄຳສັບ. ໜຶ່ງ, ການກຳນົດໄລຍະທາງ, ໝາຍເຖິງ ການກຳນົດໄລຍະຫ່າງລະຫວ່າງບ້ານກັບໂຮງຮຽນ; ສອງ, ຄອບຄົວທຸກຍາກ, ໝາຍເຖິງ ຄອບຄົວທີ່ມີຊີວິດການເປັນຢູ່ລຳບາກ, ບໍ່ມີເສດຖະກິດພຽງພໍ; ສາມ, ຜູ້ທີ່ອ້າງວ້າງດ້ານການຊ່ວຍເຫຼືອ, ໝາຍເຖິງ ຜູ້ທີ່ບໍ່ມີທີ່ພຶ່ງ, ທຸກຍາກ, ຂາດແຮງງານ; ສີ່, ຜູ້ໃຫ້ບໍລິການ, ໝາຍເຖິງ ຜູ້ທີ່ໃຫ້ບໍລິການລົດຮັບ-ສົ່ງນັກຮຽນຢ່າງຖືກຕ້ອງຕາມກົດໝາຍ ໂດຍອີງຕາມຂໍ້ຕົກລົງການຄຸ້ມຄອງລົດຮັບ-ສົ່ງນັກຮຽນ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 41 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ