ດຳລັດ ວ່າດ້ວຍພົນລະເມືອງກິດຕິມະສັກ ຂອງ ສປປ ລາວ

关于老挝人民民主共和国荣誉公民的法令

Decree on Honorary Citizens of the Lao People's Democratic Republic

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດເງື່ອນໄຂ, ຂັ້ນຕອນການມອບ ແລະ ຖອນຖານະ 'ພົນລະເມືອງກຽດຕິຍົດແຫ່ງ ສປປ ລາວ' ໃຫ້ແກ່ຊາວຕ່າງປະເທດ, ສິດ ແລະ ໜ້າທີ່, ການຄຸ້ມຄອງ ແລະ ກວດກາ, ມີຜົນບັງຄັບໃຊ້ແຕ່ວັນທີ 1 ຕຸລາ 2022.

ມາດຕາ

ມາດຕາ 1

ຈຸດປະສົງ ດຳລັດສະບັບນີ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ການພິຈາລະນາໃຫ້ ແລະ ຖອນນາມມະຍົດພົນລະເມືອງກິດຕິມະສັກ ເພື່ອເຮັດໃຫ້ວຽກ ງານດັ່ງກ່າວມີປະສິດທິພາບ ແນໃສ່ຮັບຮູ້ຄຸນງາມຄວາມດີພົນເດັ່ນ, ຜົນງານອັນໃຫຍ່ຫຼວງເປັນພິເສດ, ຄວາມຮູ້ ຄວາມສາມາດໂດດເດັ່ນ, ເຊີດຊູກຽດສັກສີ ແລະ ຍົກສູງຄວາມຮັບຜິດຊອບຂອງພົນລະເມືອງກິດຕິມະສັກ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ມາດຕາ 2

ພົນລະເມືອງກິດຕິມະສັກ ຂອງ ສປປ ລາວ ພົນລະເມືອງກິດຕິມະສັກ ຂອງ ສປປ ລາວ ແມ່ນນາມມະຍົດໃນລັກສະນະສັ້ນຍາລັກ ຊຶ່ງລັດຖະບານ ແຫ່ງ ສປປ ລາວ ມອບໃຫ້ແກ່ຄົນຕ່າງປະເທດທີ່ມີຄຸນງາມຄວາມດີພົນເດັນ ແລະ ຜົນງານອັນໃຫຍ່ຫຼວງເປັນ ພິເສດປະກອບສ່ວນເຂົາໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ການໃຫ້ນາມມະຍົດພົນລະເມືອງກິດຕິມະສັກ ຈະບໍ່ພາໃຫ້ມີການປຽນແປງສັນຊາດເດີມຂອງຜູ້ກ່ຽວ. ພົນລະເມືອງກິດຕິມະສັກ ເປັນນາມມະຍົດທີ່ຕິດພັນກັບຕົວບຸກຄົນ ຊຶງບໍ່ສາມາດສືບທອດເໄດ້. 1

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 34 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ