ດຳລັດ ວ່າດ້ວຍການຄຸ້ມຄອງໃບເກັບເງິນ

关于发票管理的法令

Decree on Invoice Management

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ນຳໃຊ້ ແລະ ກວດກາໃບສຳຄັນເກັບເງິນ (ໃບເກັບເງິນ), ລວມທັງປະເພດ, ຮູບແບບ ແລະ ເນື້ອໃນຂອງໃບສຳຄັນ, ການພິມ ແລະ ນຳໃຊ້, ສິດ ແລະ ໜ້າທີ່ຂອງພາກສ່ວນທີ່ກ່ຽວຂ້ອງ, ການກະທຳທີ່ຫ້າມ, ອົງການຄຸ້ມຄອງ ແລະ ກວດກາ, ແລະ ບົດລົງໂທດ, ນຳໃຊ້ທົ່ວປະເທດ, ແທນທີ່ກົດໝາຍວ່າດ້ວຍໃບສຳຄັນເກັບເງິນສະບັບເລກທີ 12/ທົ່ວປະເທດ ປີ 2006.

ມາດຕາ

ມາດຕາ 1

ຈຸດປະສົງ ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການ ຄຸ້ມຄອງ, ນຳໃຊ້ ແລະ ຕິດຕາມ ກວດກາໃບເກັບເງິນ ເພື່ອໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ແນໃສ່ ຮັບປະກັນໃຫ້ການເກັບລາຍຮັບເຂົ້າງົບປະມານແຫ່ງລັດ ມີຄວາມຖືກຕ້ອງ, ຄົບຖ້ວນ, ທັນເວລາ, ໂປ່ງໃສ ແລະ ສາມາດກວດສອບໄດ້ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2

ການຄຸ້ມຄອງໃບເກັບເງິນ. ໃບເກັບເງິນ ແມ່ນ ເອກະສານການຢັ້ງຢືນການຊື້-ຂາຍ ສິນຄ້າ ແລະ/ຫຼື ການບໍລິການ ທີ່ສະແດງໃຫ້ ເຫັນເນື້ອໃນ, ລາຍການ, ຈຳນວນ, ມູນຄ່າສິນຄ້າ ຫຼື ການບໍລິການ, ຈຳນວນເງິນອາກອນ. ການຄຸ້ມຄອງໃບເກັບເງິນ ແມ່ນ ການຈັດຕັ້ງປະຕິບັດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບວຽກງານໃບເກັບເງິນ ທີ່ເປັນເຄື່ອງມືຂອງລັດ ໃນການລົງບັນຊີ, ການແຈ້ງເສຍ, ການຫັກ ແລະ ການຂໍ ຄືນອາກອນ, ການເຄືອນຍ້າຍສິນຄ້າ ໃຫ້ຖືກຕ້ອງ, ໃຫ້ການບໍລິການ ແລະ ອຳນວຍຄວາມສະດວກ, ການເກັບ ລາຍຮັບ, ຕິດຕາມ ແລະ ກວດກາ ການມອບພັນທະສ່ວຍສາອາກອນ ຕາມກົດໝາຍ ແລະ ລະບຽບການ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 48 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ