ຄຳແນະນຳ ກ່ຽວກັບ ການຢັ້ງຢືນ ແລະ ການຕັດຕົ້ນໄມ້ທຳມະຊາດ ແລະ ໄມ້ປູກໃຫ້ໝາກ ທີ່ມີໃນທີ່ດິນ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ

关于认证及砍伐位于个人、法人和组织土地上的天然树木与果树的指导意见

Guidelines on Certification and Cutting of Natural Trees and Fruit Trees on Lands of Individuals, Legal Entities, and Organizations

ບົດສະຫຼຸບ

ກະຊວງກະສິກຳ ແລະ ປ່າໄມ້ ອອກຄຳແນະນຳເພື່ອປະຕິບັດມາດຕາ 40 ຂອງກົດໝາຍວ່າດ້ວຍປ່າໄມ້, ກຳນົດເງື່ອນໄຂ, ຂັ້ນຕອນ ແລະ ກົນໄກປະສານງານກ່ຽວກັບການຮັບຮອງ, ຕັດ, ຂົນສົ່ງ, ຊື້ຂາຍ ແລະ ສົ່ງອອກໄມ້ທຳມະຊາດ ແລະ ໄມ້ໃຫ້ໝາກທີ່ຢູ່ໃນທີ່ດິນຂອງບຸກຄົນ, ນິຕິບຸກຄົນ ແລະ ອົງກອນ.

ມາດຕາ

ມາດຕາ 1

ຈຸດປະສົງ ແລະ ເປົ້າໝາຍ. ເພື່ອນຳເອົາຕົ້ນໄມ້ທຳມະຊາດ ແລະ ຕົ້ນໄມ້ໃຫ້ໝາກ ທີ່ເປັນຂອງບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ ເຂົ້າສູ່ຂອບເຂດກົດໝາຍ, ແລະ ເພື່ອຈັດການຢ່າງເປັນເອກະພາບໃນທົ່ວປະເທດ ກ່ຽວກັບການຮັບຮອງ ແລະ ການຕັດຕົ້ນໄມ້ທຳມະຊາດ ແລະ ຕົ້ນໄມ້ໃຫ້ໝາກ ທີ່ມີຢູ່ໃນທີ່ດິນຂອງບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ, ຈຶ່ງໄດ້ກຳນົດເງື່ອນໄຂ, ຂັ້ນຕອນ, ກົນໄກການປະສານງານ ແລະ ການແບ່ງປັນໜ້າທີ່ຮັບຜິດຊອບ ກ່ຽວກັບການຮັບຮອງ ແລະ ການຕັດຕົ້ນໄມ້ທຳມະຊາດ ແລະ ຕົ້ນໄມ້ໃຫ້ໝາກ ຢ່າງເປັນເອກະພາບ.

ມາດຕາ 2

ຄວາມໝາຍ ແລະ ຄວາມສຳຄັນຂອງການຢັ້ງຢືນຕົ້ນໄມ້ທຳມະຊາດ ແລະ ຕົ້ນໄມ້ໃຫ້ໝາກ. ການຢັ້ງຢືນຕົ້ນໄມ້ທຳມະຊາດ ແລະ ຕົ້ນໄມ້ໃຫ້ໝາກ ແມ່ນການຢັ້ງຢືນສິດຄອບຄອງ ແລະ ແຫຼ່ງທີ່ມາທີ່ຖືກຕ້ອງຕາມກົດໝາຍ ເພື່ອນຳໃຊ້ນະໂຍບາຍທີ່ກ່ຽວຂ້ອງກັບເຈົ້າຂອງ ໃນການຕັດ, ຂົນສົ່ງ, ຊື້ຂາຍ ແລະ ສົ່ງອອກ. "ຕົ້ນໄມ້ທຳມະຊາດ" ໝາຍເຖິງ ຕົ້ນໄມ້ທີ່ຂຶ້ນຕາມທຳມະຊາດ ໃນເຂດຕົວເມືອງ, ຂ້າງທາງ, ສວນສາທາລະນະ, ນາເຂົ້າ, ສວນ, ພື້ນທີ່ກໍ່ສ້າງຂອງບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ (ທີ່ດິນຂອງເຂົາເຈົ້າໄດ້ຮັບການອະນຸຍາດໃຫ້ນຳໃຊ້ຈາກລັດຕາມກົດໝາຍ). "ຕົ້ນໄມ້ໃຫ້ໝາກ" ໝາຍເຖິງ ຕົ້ນໄມ້ທີ່ອອກໝາກ, ເຊິ່ງບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ ໄດ້ປູກ ແລະ ບົວລະບັດຮັກສາໄວ້ເປັນເວລາດົນນານ ໃນທີ່ດິນທີ່ລັດອະນຸຍາດໃຫ້ນຳໃຊ້ຕາມກົດໝາຍ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 8 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ