ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງໂຮງງານປຸງແຕ່ງພືດ

关于植物加工厂管理的决定

Decision on Management of Plant Processing Factories

ບົດສະຫຼຸບ

ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກຄຳສັ່ງກຳນົດລະບຽບການສ້າງຕັ້ງ, ດຳເນີນທຸລະກິດ, ການຄຸ້ມຄອງກິດຈະກຳ, ການກວດກາ ແລະ ສິດ ແລະ ໜ້າທີ່ຂອງຜູ້ປະກອບການໂຮງງານປຸງແຕ່ງພືດ ເພື່ອຮັບປະກັນໃຫ້ສອດຄ່ອງກັບມາດຕະຖານເຕັກນິກ ແລະ ຫຼັກການຜະລິດທີ່ດີ, ຊຸກຍູ້ການພັດທະນາສີຂຽວ ແລະ ຍືນຍົງ.

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຮ່າງຄຳສັ່ງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການສ້າງຕັ້ງ, ການດຳເນີນກິດຈະການ, ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ໂຮງງານປຸງແຕ່ງພືດ ເພື່ອໃຫ້ຖືກຕ້ອງຕາມ ມາດຕະຖານເຕັກນິກໂຮງງານ, ມາດຕະຖານຫຼັກການຜະລິດທີ່ດີ, ການຄຸ້ມຄອງຜະລິດຕະພັນ ແລະ ເຄື່ອນໄຫວໃຫ້ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແນໃສ່ ປັບປຸງ ແລະ ຍົກລະດັບສະມັດຕະພາບການຜະລິດ, ສ້າງມູນຄ່າເພີ່ມ, ສ້າງຜະລິດຕະພັນພືດໃຫ້ມີຄຸນນະພາບ, ໄດ້ມາດຕະຖານດ້ານສຸຂານາໄມ ແລະ ສຸຂານາໄມພືດ, ຫຼຸດຜ່ອນຜົນກະທົບຕໍ່ ຄົນ, ສັດ ແລະ ສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ.

ມາດຕາ 2

ການຄຸ້ມຄອງໂຮງງານປຸງແຕ່ງພືດ ການຄຸ້ມຄອງໂຮງງານປຸງແຕ່ງພືດ ແມ່ນ ການຄົ້ນຄວ້າ, ພິຈາລະນາ ກ່ຽວກັບ ການອອກ, ໂຈະ ແລະ ຍົກເລີກ ຂໍ້ຕົກລົງ ວ່າດ້ວຍການອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງພືດ, ໃບຢັ້ງຢືນການດຳເນີນກິດຈະການ ໂຮງງານປຸງແຕ່ງພືດ, ໃບຢັ້ງຢືນມາດຕະຖານໂຮງງານປຸງແຕ່ງພືດ, ໃບຢັ້ງຢືນການຜະລິດທີ່ດີ ແລະ ການຄຸ້ມຄອງກິດຈະກຳ ຂອງໂຮງງານປຸງແຕ່ງພືດ, ການວາງແຜນວັດຖຸດິບ, ການຜະລິດວັດຖຸດິບ, ການປຸງແຕ່ງຕິດພັນ ກັບການຕະຫຼາດ ພ້ອມທັງ ຊຸກຍູ້, ຕິດຕາມ ແລະ ກວດກາ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ມາດຕະຖານ ເຕັກນິກໂຮງງານປຸງແຕ່ງພືດ ທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 60 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ