关于植物加工厂管理的决定
ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງໂຮງງານປຸງແຕ່ງພືດ
Decision on Management of Plant Processing Factories
简介
老挝农林部颁布的决定,规定植物加工厂的设立、经营、活动管理、监督检查及经营者权利义务等制度,以保障符合工厂技术标准与良好生产规范,推动绿色与可持续发展。 【OCR识别·机器翻译,未经律师终审,以官方PDF为准】
Summary
The Ministry of Agriculture and Forestry of Laos issued a decision stipulating regulations on the establishment, operation, activity management, supervision, and rights and obligations of plant processing factories to ensure compliance with factory technical standards and good manufacturing practices, promoting green and sustainable development.
ບົດສະຫຼຸບ
ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກຄຳສັ່ງກຳນົດລະບຽບການສ້າງຕັ້ງ, ດຳເນີນທຸລະກິດ, ການຄຸ້ມຄອງກິດຈະກຳ, ການກວດກາ ແລະ ສິດ ແລະ ໜ້າທີ່ຂອງຜູ້ປະກອບການໂຮງງານປຸງແຕ່ງພືດ ເພື່ອຮັບປະກັນໃຫ້ສອດຄ່ອງກັບມາດຕະຖານເຕັກນິກ ແລະ ຫຼັກການຜະລິດທີ່ດີ, ຊຸກຍູ້ການພັດທະນາສີຂຽວ ແລະ ຍືນຍົງ.
条文
第1条
目的。本决定规定有关植物加工厂的设立、经营、管理、跟踪与检查的原则、制度与措施,以符合工厂技术标准、良好生产规范原则、产品管理,并依相关法律法规正确开展活动,旨在改善和提升生产效能、创造增值、生产有质量并达到卫生及植物卫生标准的植物产品,减少对人、畜及环境的影响,按绿色与可持续方向为国家经济社会发展作出贡献。
ພາສາລາວ (老挝语原文)
ຈຸດປະສົງ ຂອງຮ່າງຄຳສັ່ງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການສ້າງຕັ້ງ, ການດຳເນີນກິດຈະການ, ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ໂຮງງານປຸງແຕ່ງພືດ ເພື່ອໃຫ້ຖືກຕ້ອງຕາມ ມາດຕະຖານເຕັກນິກໂຮງງານ, ມາດຕະຖານຫຼັກການຜະລິດທີ່ດີ, ການຄຸ້ມຄອງຜະລິດຕະພັນ ແລະ ເຄື່ອນໄຫວໃຫ້ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແນໃສ່ ປັບປຸງ ແລະ ຍົກລະດັບສະມັດຕະພາບການຜະລິດ, ສ້າງມູນຄ່າເພີ່ມ, ສ້າງຜະລິດຕະພັນພືດໃຫ້ມີຄຸນນະພາບ, ໄດ້ມາດຕະຖານດ້ານສຸຂານາໄມ ແລະ ສຸຂານາໄມພືດ, ຫຼຸດຜ່ອນຜົນກະທົບຕໍ່ ຄົນ, ສັດ ແລະ ສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ.
第2条
植物加工厂的管理。植物加工厂的管理,是指就《植物加工厂设立许可决定》、植物加工厂经营许可证、植物加工厂标准认证书、良好生产认证书的颁发、中止与撤销,及植物加工厂活动管理、原料规划、原料生产、与营销相关的加工等进行研究审议,并推动、跟踪和检查,使其符合本决定规定的法律及植物加工厂技术标准。
ພາສາລາວ (老挝语原文)
ການຄຸ້ມຄອງໂຮງງານປຸງແຕ່ງພືດ ການຄຸ້ມຄອງໂຮງງານປຸງແຕ່ງພືດ ແມ່ນ ການຄົ້ນຄວ້າ, ພິຈາລະນາ ກ່ຽວກັບ ການອອກ, ໂຈະ ແລະ ຍົກເລີກ ຂໍ້ຕົກລົງ ວ່າດ້ວຍການອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງພືດ, ໃບຢັ້ງຢືນການດຳເນີນກິດຈະການ ໂຮງງານປຸງແຕ່ງພືດ, ໃບຢັ້ງຢືນມາດຕະຖານໂຮງງານປຸງແຕ່ງພືດ, ໃບຢັ້ງຢືນການຜະລິດທີ່ດີ ແລະ ການຄຸ້ມຄອງກິດຈະກຳ ຂອງໂຮງງານປຸງແຕ່ງພືດ, ການວາງແຜນວັດຖຸດິບ, ການຜະລິດວັດຖຸດິບ, ການປຸງແຕ່ງຕິດພັນ ກັບການຕະຫຼາດ ພ້ອມທັງ ຊຸກຍູ້, ຕິດຕາມ ແລະ ກວດກາ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ມາດຕະຖານ ເຕັກນິກໂຮງງານປຸງແຕ່ງພືດ ທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.
第3条
术语解释。本决定所用术语含义如下:1. 植物加工厂,指开展植物及植物产品加工经营的场所,如碾米厂、木薯加工厂、甘蔗加工厂及植物产品包装厂,由机器、厂房、设备组成,按机器功率及工人劳动力数量分为小型、中型、大型三种规模;植物加工厂名录由农林部分阶段复核与更新;2. 植物加工厂技术标准,指工厂的选址、建筑、机器、设备、清洁、安全、卫生、生产工艺及环境等方面的标准;3. 植物加工厂经营者,指依法取得植物加工厂经营许可证的个人、法人或组织;4. 植物加工厂经营许可证,指工厂完成设立、安装机器并通过试生产后,为开展生产而颁发的植物加工厂经营许可;5. 废弃物,指在植物加工厂建设、经营及停业期间产生、无法利用的物质,如固态、液态和气态废弃物。
ພາສາລາວ (老挝语原文)
ການອະທິບາຍຄຳສັບ ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້: 1. ໂຮງງານປຸງແຕ່ງພືດ ໝາຍເຖິງ ສະຖານທີ່ດຳເນີນກິດຈະການປຸງແຕ່ງພືດ ແລະ ຜະລິດຕະພັນພືດ ເປັນຕົ້ນ ໂຮງສີເຂົ້າ, ໂຮງງານປຸງແຕ່ງມັນຕົ້ນ, ໂຮງງານປຸງແຕ່ງອ້ອຍ ແລະ ໂຮງງານຫຸ້ມຫໍ່ຜະລິດຕະພັນພືດ ຊຶ່ງປະກອບດ້ວຍ ເຄື່ອງຈັກ, ໂຮງເຮືອນ, ວັດຖຸປະກອນ ໂດຍໄດ້ຈັດແບ່ງ ໂຮງງານປຸງແຕ່ງພືດເປັນສາມຂະໜາດ ຄື: ໂຮງງານປຸງແຕ່ງພືດ ຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ ທີ່ຂຶ້ນກັບ ກຳລັງແຮງຂອງເຄື່ອງຈັກ ແລະ ຈຳນວນແຮງງານຂອງຄົນງານ. ບັນຊີ ໂຮງງານປຸງແຕ່ງພືດ ກະຊວງກະສິກຳ ແລະ ປ່າໄມ້ ຈະທົບທວນ ແລະ ປັບປຸງ ໃນແຕ່ລະ ໄລຍະ; 2. ມາດຕະຖານເຕັກນິກໂຮງງານປຸງແຕ່ງພືດ ໝາຍເຖິງ ມາດຕະຖານດ້ານ ທີ່ຕັ້ງ, ອາຄານ, ເຄື່ອງຈັກ, ອຸປະກອນ, ຄວາມສະອາດ, ປອດໄພ, ສຸຂານາໄມ, ຂະບວນການຜະລິດ ແລະ ສິ່ງແວດລ້ອມຂອງໂຮງງານ; 3. ຜູ້ດຳເນີນກິດຈະການໂຮງງານປຸງແຕ່ງພືດ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບໃບຢັ້ງຢືນການດຳເນີນກິດຈະການໂຮງງານປຸງແຕ່ງພືດ ຖືກຕ້ອງຕາມ ລະບຽບກົດໝາຍ; 4. ໃບຢັ້ງຢືນການດຳເນີນກິດຈະການໂຮງງານປຸງແຕ່ງພືດ ໝາຍເຖິງ ໃບອະນຸຍາດດຳເນີນທຸລະກິດ ກ່ຽວກັບ ໂຮງງານປຸງແຕ່ງພືດ ເພື່ອດຳເນີນການຜະລິດ ພາຍຫຼັງທີ່ໂຮງງານ ໄດ້ ສຳເລັດການສ້າງຕັ້ງ, ຕິດຕັ້ງເຄື່ອງຈັກ ແລະ ຜ່ານການຜະລິດທົດລອງ; 5. ສິ່ງເສດເຫຼືອ ໝາຍເຖິງ ສິ່ງທີ່ເກີດຂຶ້ນ ໃນໄລຍະການກໍ່ສ້າງ, ດຳເນີນ ແລະ ຢຸດເຊົາ ກິດຈະການໂຮງງານປຸງແຕ່ງພືດ ທີ່ບໍ່ສາມາດນຳໃຊ້ໄດ້ເປັນຕົ້ນ ສິ່ງເສດເຫຼືອປະເພດ ແຂງ, ແຫຼວ ແລະ ອາຍ.
第4条
适用范围。本决定适用于在老挝境内经营小型、中型、大型植物加工厂的境内外个人、法人或组织。
ພາສາລາວ (老挝语原文)
ຂອບເຂດການນຳໃຊ້ ຂໍຕົກລົງສະບັບນີ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນກິດຈະການໂຮງງານປຸງແຕ່ງພືດ ຂະຫາດນ້ອຍ, ຂະຫາດກາງ ແລະ ຂະຫາດໃຫຍ່ ຢູ່ ສປປ ລາວ. ໆມວດທີ 2 ການສ້າງຕັ້ງໂຮງງານປຸງແຕ່ງພືດ
第5条
植物加工厂设立许可的申请。植物加工厂设立许可的申请,是指按条件及植物加工厂技术标准备齐文件、编制经济技术论证报告,经研究、检查与审议,作出《植物加工厂设立许可决定》。以申请设立植物加工厂为目的的个人、法人或组织,须向农林部提交意向书,经研究在原则上同意后,方可前往备齐其他相关文件,如工业与贸易领域的企业登记证、自然资源与环境领域的环境影响评估确认书、公共工程与运输领域的工厂建设许可证。
ພາສາລາວ (老挝语原文)
ການຂໍອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງພືດ ການຂໍອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງພືດ ແມ່ນ ການກະກຽມປະກອບເອກະສານ ແລະ ສ້າງບົດ ວິພາກເສດຖະກິດ-ເຕັກນິກ ໃຫ້ຖືກຕ້ອງຕາມເງື່ອນໄຂ ແລະ ມາດຕະຖານເຕັກນິກໂຮງງານປຸງແຕ່ງພືດ ໂດຍ ຜ່ານການຄົ້ນຄວ້າ, ກວດກາ ແລະ ພິຈາລະນາ ອອກຂໍ້ຕົກລົງ ວ່າດ້ວຍການອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງ ພືດ. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຂໍອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງພືດ ຕ້ອງສະ ເຫຼືເຈດຈຳນົງມາຫາກະຊວງກະສິກຳ ແລະ ປ່າໄມ້ ເພື່ອຄົ້ນຄວ້າເຫັນດີທາງດ້ານຫຼັກການ ຫຼັງຈາກນັ້ນຈຶ່ງ ສາມາດໄປປະກອບເອກະສານອື່ນໆທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ໃບທະບຽນວິສາຫະກິດ ຂອງຂະແຫງການ ອຸດສາຫະກຳ ແລະ ການຄ້າ, ໃບຢັ້ງຢືນປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຂອງຂະແໜງການຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ, ໃບອະນຸຍາດປູກສ້າງໂຮງງານ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ. 2
第6条
植物加工厂设立许可的条件。以设立植物加工厂为目的的个人、法人或组织须具备下列条件:1. 系依《企业法》合法的法人;2. 有投资预算、机器、设备及车辆;3. 有具备学历、有从业经历及与植物加工厂相关经验的专业人员;4. 有建厂用地及生产用地或原料来源;5. 具备有关植物加工厂设立经营的其他条件。
ພາສາລາວ (老挝语原文)
ເງື່ອນໄຂການຂໍອະນຸຍາດ ສ້າງຕັ້ງໂຮງງານປຸງແຕ່ງພືດ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ສ້າງຕັ້ງໂຮງງານປຸງແຕ່ງພືດ ຕ້ອງມີເງື່ອນໄຂ ດັ່ງນີ້: 1. ເປັນນິຕິບຸກຄົນ ທີ່ຖືກຕ້ອງຕາມກົດໝາຍ ວ່າດ້ວຍວິສາຫະກິດ; 2. ມີງົບປະມານການລົງທຶນ, ເຄື່ອງຈັກ, ວັດຖຸປະກອນ ແລະ ພາຫະນະຮັບໃຊ້; 3. ມີວິຊາການ ທີ່ມີຄຸນວຸດທິການສຶກສາ, ເຄີຍຜ່ານງານ ແລະ ມີປະສົບການ ທີ່ກ່ຽວຂ້ອງກັບ ໂຮງງານປຸງແຕ່ງພືດ; 4. ມີພື້ນທີ່ສຳລັບຕັ້ງໂຮງງານ ແລະ ພື້ນທີ່ການຜະລິດ ຫຼື ແຫຼ່ງວັດຖຸດິບ; 5. ມີເງື່ອນໄຂອື່ນ ກ່ຽວກັບ ການດຳເນີນກິດຈະການສ້າງຕັ້ງໂຮງງານປຸງແຕ່ງພືດ.
第7条
植物加工厂设立许可的文件。申请文件包括:1. 按本决定附件表H1的设立许可申请书;2. 植物加工厂经济技术论证报告;3. 企业登记证复印件;4. 纳税确认书复印件;5. 如系特许经营,投资许可证复印件;6. 财务往来确认书复印件;7. 植物加工厂环境确认书复印件;8. 土地/房屋租赁合同、土地所有权移交书或地契复印件;9. 建设许可证复印件。
ພາສາລາວ (老挝语原文)
ແລະ ການສະເຫືອອກໃບຢັ້ງຢຶນການດຳເນີນກິດຈະການໂຮງງານປຸງແຕ່ງພືດ
第8条
植物加工厂经济技术论证报告。编制该报告须包含下列内容:1. 项目概况:1)项目选址;2)项目立项理由;3)项目目的与目标。2. 工厂建设技术:1)工厂建设场所;2)厂房及其他建筑物建设计划;3)生产用机器设备使用计划;4)原料使用计划;5)生产工艺流程图及说明;6)环境管理;7)厂内安全与卫生;8)工厂福利;9)按建设制度的建设平面图及工厂机器技术系统复印件;10)为便利政府开展推动、跟踪与检查工作的预算计划。3. 经济部分:1)生产成本;2)收入、支出及利润预估;3)生产与销售计划;4)劳动力使用计划。4. 项目预期成果:1)投资效益(经济、社会、环境及生物多样性);2)植物加工厂经营的风险分析。
ພາສາລາວ (老挝语原文)
ບົດວິພາກເສດຖະກິດ-ເຕັກນິກໂຮງງານປຸງແຕ່ງພືດ ການສ້າງບົດວິພາກເສດຖະກິດ-ເຕັກນິກໂຮງງານປຸງແຕ່ງພືດ ຕ້ອງປະກອບເນື້ອໃນ ດັ່ງນີ້: 1. ສະພາບລວມໂຄງການ 1) ທີ່ຕັ້ງຂອງໂຄງການ; 2) ເຫດຜົນການສະເໜີໂຄງການ; 3) ຈຸດປະສົງ ແລະ ເປົ້າໝາຍຂອງໂຄງການ. 2. ເຕັກນິກການກໍ່ສ້າງໂຮງງານ 1) ສະຖານທີ່ສ້າງຕັ້ງໂຮງງານ; 2) ແຜນການປູກສ້າງອາຄານໂຮງງານ ແລະ ອາຄານອື່ນ; 3) ແຜນການນຳໃຊ້ເຄື່ອງຈັກ ແລະ ອຸປະກອນຮັບໃຊ້ການຜະລິດ; 4) ແຜນການນຳໃຊ້ວັດຖຸດິບ; 5) ແຜນວາດຂະບວນການຜະລິດ ແລະ ບົດອະທິບາຍ; 6) ການຄຸ້ມຄອງດ້ານສິ່ງແວດລ້ອມ; 7) ຄວາມປອດໄພ ແລະ ສຸຂານາໄມ ໃນໂຮງງານ; 8) ສະຫວັດດີການໂຮງງານ; 9) ສຳເນົາແຜນຜັງການກໍ່ສ້າງ ແລະ ລະບົບເຕັກນິກເຄື່ອງຈັກໂຮງງານ ຕາມລະບຽບການປູກສ້າງ; 10) ແຜນງົບປະມານ ເພື່ອອຳນວຍຄວາມສະດວກໃຫ້ພາກລັດ ຈັດຕັ້ງປະຕິບັດວຽກງານຊຸກຍູ້, ຕິດຕາມ ແລະ ກວດກາ. 3. ພາກເສດຖະກິດ 1) ຕົ້ນທຶນການຜະລິດ; 2) ຄາດຄະເນລາຍຮັບ, ລາຍຈ່າຍ ແລະ ກຳໄລ; 3) ແຜນການຜະລິດ ແລະ ຈຳໜ່າຍ; 4) ແຜນການນຳໃຊ້ແຮງງານ. 4. ຄາດຄະເນຜົນໄດ້ຮັບຈາກໂຄງການ 1) ປະສິດທິຜົນການລົງທຶນ (ເສດຖະກິດ, ສັງຄົມ, ສິ່ງແວດລ້ອມ ແລະ ຊີວະນາໆພັນ); 2) ການວິເຄາະຄວາມສ່ຽງ ໃນການດຳເນີນກິດຈະການໂຮງງານປຸງແຕ່ງພືດ.
第9条
植物加工厂设立的步骤。备齐上述文件后,按下列步骤办理:1. 审查工厂经济技术论证报告内容;2. 会同相关领域检查植物加工厂选址;3. 审议作出《植物加工厂设立许可决定》;4. 取得《植物加工厂设立许可决定》后开始建厂;5. 推动、促进、跟踪和检查植物加工厂的设立。
ພາສາລາວ (老挝语原文)
ຂັ້ນຕອນການສ້າງຕັ້ງໂຮງງານປຸງແຕ່ງພືດ
第10条
植物加工厂选址的检查。农林领域须会同相关领域检查工厂选址,每次实地检查须有下列相关部门代表参加:1. 农林部种植司;2. 省级农林处;3. 县级农林办公室;4. 自然资源与环境领域;5. 公共工程与运输领域及视情形参加的其他相关部门;6. 工厂所在地的村行政机关。每次实地检查须制作记录,明确工厂位置、周边环境,即工厂不得位于居民区及禁区(如学校、寺院、文化场所、国防安全区、保护林、防护林、生产林、水源地、生物多样性保护区)。检查人员须在记录上签字,检查内容须依各阶段法律法规执行。
ພາສາລາວ (老挝语原文)
ການກວດກາສະຖານທີ່ຕັ້ງໂຮງງານປຸງແຕ່ງພືດ ຂະແໜງການກະສິກຳ ແລະ ປ່າໄມ້ ຕ້ອງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອກວດກາ ສະຖານທີ່ຕັ້ງໂຮງງານ ຊຶ່ງການລົງກວດກາແຕ່ລະຄັ້ງຕ້ອງປະກອບມີຜູ້ຕາງໜ້າ ຈາກພາກສ່ວນທີ່ກ່ຽວຂ້ອງ ດັ່ງນີ້: 1. ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້; 2. ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ; 3. ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ; 4. ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; 5. ຂະແໜງການໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຕາມແຕ່ລະກໍລະນີ; 6. ອົງການປົກຄອງບ້ານ ບ່ອນທີ່ໂຮງງານຕັ້ງຢູ່. ການລົງກວດກາແຕ່ລະຄັ້ງ ຕ້ອງເຮັດບົດບັນທຶກ ໂດຍກຳນົດແຈ້ງ ຈຸດທີ່ຕັ້ງໂຮງງານ, ສະພາບແວດ ລ້ອມອ້ອມຂ້າງໂຮງງານປຸງແຕ່ງພືດ ຄື: ໂຮງງານຕ້ອງບໍ່ຕັ້ງຢູ່ໃນ ເຂດຊຸມຊົນ ແລະ ເຂດຫວງຫ້າມ ເປັນຕົ້ນ ໂຮງຮຽນ, ໂຮງທໍ, ວັດ, ແຫຼ່ງວັດທະນະທຳ, ເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ປ່າສະຫງວນ, ປ່າ ປ້ອງກັນ, ປ່າຜະລິດ, ແຫຼ່ງຕົ້ນນ້ຳ, ເຂດອານຸລັກຊີວະນາໆພັນ. ຜູ້ລົງກວດກາ ຕ້ອງລົງລາຍເຊັນໃນບົດບັນທຶກ, ເນື້ອໃນການກວດກາ ຕ້ອງຖືກຕ້ອງຕາມລະບຽບກົດໝາຍ ໃນແຕ່ລະໄລຍະ.
第11条
作出植物加工厂设立许可决定的审议。在完成植物加工厂选址检查、有同意设立的检查记录后,农林领域须自签署工厂检查记录之日起十个工作日内审议作出《植物加工厂设立许可决定》。
ພາສາລາວ (老挝语原文)
ການພິຈາລະນາ ອອກຂໍ້ຕົກລົງອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງພືດ ພາຍຫຼັງສຳເລັດ ການກວດກາສະຖານທີ່ຕັ້ງໂຮງງານປຸງແຕ່ງພືດ ແລະ ມີບົດບັນທຶກການກວດກາ ໂຮງງານ ທີ່ເຫັນດີໃຫ້ດຳເນີນການສ້າງຕັ້ງໂຮງງານ, ຂະແຫງການກະສິກຳ ແລະ ປ່າໄມ້ ຕ້ອງພິຈາລະນາອອກ ຂໍ້ຕົກລົງ ວ່າດ້ວຍການອະນຸຍາດສ້າງຕັ້ງໂຮງງານປຸງແຕ່ງພືດ ພາຍໃນ ສິບ ວັນລັດຖະການ ນັບແຕ່ມື້ເຊັນບົດ ບັນທຶກການກວດກາໂຮງງານ.
第12条
植物加工厂的规模。植物加工厂分为三种规模,并按其经营有相应资本:1. 小型植物加工厂,指机器功率为10至50马力、或劳动力为10至50人的工厂;2. 中型植物加工厂,指机器功率为51至200马力、或劳动力为51至200人的工厂;3. 大型植物加工厂,指机器功率为200马力以上、或劳动力为200人以上的工厂。植物加工厂经营的注册资本依工厂规模而定,不得低于总投资额的百分之三十。
ພາສາລາວ (老挝语原文)
ຂະຫາດໂຮງງານປຸງແຕ່ງພືດ ໂຮງງານປຸງແຕ່ງພືດ ປະກອບດ້ວຍ ສາມ ຂະຫາດ ແລະ ມີທຶນ ຕາມກິດຈະການຂອງໂຮງງານປຸງ ແຕ່ງພືດ ດັງນີ້: 1. ໂຮງງານປຸງແຕ່ງພືດ ຂະຫາດນ້ອຍ ແມ່ນ ໂຮງງານທີ່ມີກຳລັງແຮງຂອງເຄື່ອງຈັກແຕ່ ສິບ ແຮງ ມ້າ ຫາ ຫ້າສິບ ແຮງມ້າ ຫຼື ຈຳນວນແຮງງານແຕ່ ສິບ ຄົນ ຫາ ຫ້າສິບ ຄົນ; 2. ໂຮງງານປຸງແຕ່ງພືດ ຂະຫາດກາງ ແມ່ນ ໂຮງງານທີ່ມີກຳລັງແຮງຂອງເຄື່ອງຈັກແຕ່ ຫ້າສິບເອັດ ແຮງມ້າ ຫາ ສອງຮ້ອຍ ແຮງມ້າ ຫຼື ຈຳນວນແຮງງານແຕ່ ຫ້າສິບເອັດ ຄົນ ຫາ ສອງຮ້ອຍ ຄົນ; 3. ໂຮງງານປຸງແຕ່ງພືດ ຂະຫາດໃຫຍ່ ແມ່ນ ໂຮງງານທີ່ມີກຳລັງແຮງຂອງເຄື່ອງຈັກແຕ່ ສອງຮ້ອຍ ແຮງມ້າ ຂຶ້ນໄປ ຫຼື ຈຳນວນແຮງງານແຕ່ ສອງຮ້ອຍ ຄົນ ຂຶ້ນໄປ. ທຶນຈົດທະບຽນຂອງກິດຈະການໂຮງງານປຸງແຕ່ງພືດ ແມ່ນອີງຕາມຂະຫາດຂອງໂຮງງານ ຊຶ່ງບໍ່ໃຫ້ ຫຼຸດ ສາມສິບ ສ່ວນຮ້ອຍ ຂອງມູນຄ່າການລົງທຶນທັງໝົດ. ໝວດທີ 3 ການດຳເນີນກິດຈະການໂຮງງານປຸງແຕ່ງພືດ
本页展示前 12 条,全文共 60 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读