ຂໍ້ຕົກລົງ ວ່າດ້ວຍທຸລະກິດກ່ຽວກັບທີ່ດິນ
关于土地业务的决定
Decision on Land Transactions
ບົດສະຫຼຸບ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກຂໍ້ຕົກລົງກຳນົດລະບຽບການຄຸ້ມຄອງການອະນຸຍາດດຳເນີນທຸລະກິດທີ່ດິນ, ການຈົດທະບຽນ, ການກວດສອບການຟອກເງິນ ແລະ ການເງິນສະໜັບສະໜູນການກໍ່ການຮ້າຍ, ການກວດກາວິຊາການ, ສິດ ແລະ ໜ້າທີ່ຂອງຜູ້ປະກອບການ.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດລະບຽບການ, ເງື່ອນໄຂ, ຂັ້ນຕອນ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາການດຳເນີນທຸລະກິດກ່ຽວກັບທີ່ດິນ ໃຫ້ເປັນເອກະພາບ ໃນຂອບເຂດທົ່ວປະເທດ ເພື່ອ ຮັບປະກັນການເຄື່ອນໄຫວທຸລະກິດດັ່ງກ່າວໃຫ້ດຳເນີນໄປຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ແນໃສ່ ອຳນວຍຄວາມສະດວກໃຫ້ແກ່ການພັດທະນາຕະຫຼາດອະສັງຫາລິມະຊັບ ລວມທັງຕະຫຼາດທີ່ດິນ, ສົ່ງເສີມການພັດທະນາທີ່ດິນຢ່າງແຂງແຮງ ຕາມກົນໄກເສດຖະກິດຕະຫຼາດ ທີ່ມີການດັດສົມຕາມກົດໝາຍ ແລະ ຮັບປະກັນການເກັບລາຍຮັບຈາກທີ່ດິນໃຫ້ມີປະສິດທິຜົນ, ຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ມາດຕາ 2
ທຸລະກິດກ່ຽວກັບທີ່ດິນ ທຸລະກິດກ່ຽວກັບທີ່ດິນ ແມ່ນ ການດຳເນີນທຸລະກິດກ່ຽວກັບທີ່ດິນ ເປັນຕົ້ນ ການບໍລິການສຳຫຼວດວັດ ແທກ, ການບໍລິການປະເມີນລາຄາທີ່ດິນ, ການຊື້ ຂາຍສິດນຳໃຊ້ທີ່ດິນ, ການບໍລິການຊື້ ຂາຍສິດນຳໃຊ້ທີ່ດິນ ແລະ ການບໍລິການອື່ນ ກ່ຽວກັບທີ່ດິນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍທີ່ດິນ ເພື່ອຫາຜົນກຳໄລ ແລະ 322, ະ. 1 ປະໂຫຍດລວມຂອງສັງຄົມ ຈາກການດຳເນິນທຸລະກິດດັ່ງກ່າວ ຕາມກົນໄກເສດຖະກິດຕະຫຼາດ ໃຫ້ຖືກຕ້ອງຕາມ ກົດໝາຍ ແລະ ລະບຽບການ.
ມາດຕາ 3
ຂອງຂໍ້ຕົກລົງສະບັບນີ; 6. ມີທີ່ຕັ້ງສຳນັກງານທີ່ເໜາະສົມ ແລະ ມີວັດຖຸອຸປະກອນຮອງຮັບໃຫ້ແກ່ການດຳເນິນທຸລະກິດກ່ຽວກັບທີ່ດິນ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 52 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ