ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງໂຮງຮຽນສາມັນກິນນອນຊົນເຜົ່າ (ກະຊວງສຶກສາທິການ ແລະ ກິລາ)

关于民族寄宿普通学校管理的协议(教育与体育部)

Agreement on Management of Ethnic Boarding General Schools (Ministry of Education and Sports)

ບົດສະຫຼຸບ

ຂໍ້ຕົກລົງນີ້ກຳນົດຫຼັກການ ແລະ ລະບຽບການຄຸ້ມຄອງ ເຊັ່ນ: ເງື່ອນໄຂການສ້າງຕັ້ງ, ເງື່ອນໄຂການຮັບນັກຮຽນ, ໂຄງສ້າງອົງກອນ, ໜ້າທີ່ ແລະ ສິດ, ນະໂຍບາຍລາງວັນ ແລະ ໂທດ ຂອງໂຮງຮຽນປະຖົມສຶກສາປະຈຳຊົນເຜົ່າ ເພື່ອສ້າງເງື່ອນໄຂໃຫ້ນັກຮຽນຊົນເຜົ່າ ແລະ ຜູ້ດ້ອຍໂອກາດໄດ້ຮັບການສຶກສາ, ຝຶກອົບຮົມພະນັກງານສຳຮອງ ເພື່ອເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາໂຮງຮຽນສາມັນກິນນອນຊົນເຜົາ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມເປັນເອກະພາບ . ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ເຄື່ອນໄຫວວຽກງານດັ່ງກ່າວໃຫ້ມີປະສິດທິພາບ, ປະສິດທິຜົນ, ແນໃສ່ ສ້າງເງື່ອນໄຂໃຫ້ນັກຮຽນຊົນເຜົ່າ, ຜູ້ດ້ອຍໂອກາດ ມີຄວາມຮູ້, ຄວາມສາມາດ ແລະ ມີວິຊາຊີບ ກາຍເປັນ ນັກວິຊາການ, ພະນັກງານສືບທອດ ແລະ ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2

ການຄຸ້ມຄອງໂຮງຮຽນສາມັນກິນນອນຊົນເຜົ່າ ການຄຸ້ມຄອງໂຮງຮຽນສາມັນກິນນອນຊົນເຜົ່າ ແມ່ນການກຳນົດຫຼັກການ, ເງື່ອນໄຂ ແລະ ລະບຽບການ ກ່ຽວກັບ ການສ້າງຕັ້ງ, ການຄັດເລືອກຜູ້ເຂົ້າຮຽນ, ນະໂຍບາຍ ດ້ານ, ນັກຮຽນ ແລະ ການຄຸ້ມຄອງອາຄານ ສະຖານທີ່ ເພື່ອຮັບປະກັນ ການຮຽນ-ການສອນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. 1

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 33 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ