ຂໍຕົກລົງ ວ່າດ້ວຍ ການພິສູດ ແລະ ຢັ້ງຢືນຕົວຕົນທາງດິຈິຕອນ
协议 关于数字身份认证与核验
Agreement on Digital Identity Authentication and Verification
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ອອກໂດຍກະຊວງເຕັກໂນໂລຊີ ແລະ ການສື່ສານ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ ແລະ ນຳໃຊ້ຂໍ້ມູນກ່ຽວກັບການພິສູດຕົວຕົນ ແລະ ການຢັ້ງຢືນຕົວຕົນແບບດິຈິຕອນ ເພື່ອຮັບປະກັນຄວາມສະດວກ, ວ່ອງໄວ, ຖືກຕ້ອງ ແລະ ປອດໄພໃນການເຮັດທຸລະກຳທາງເອເລັກໂຕຣນິກ.
ມາດຕາ
ມາດຕາ 1
1 ຂໍ້ກຳນົດຂອງການພິສູດຕົວຕົນທາງດິຈິຕອນ 1. ຂໍ້ກຳນົດຂອງການຈຳແນກຕົວຕົນ 1.1 ຄວາມເຊື່ອໝັ້ນຂອງການພິສູດຕົວຕົນທາງດິຈິຕອນລະດັບ 01: ຜູ້ໃຫ້ບໍລິການ ຈະຮວບຮວມຂໍ້ມູນ ຄຸນລັກສະນະ ຊຶ່ງເປັນຄຸນລັກສະນະທີ່ບຸກຄົນຢັ້ງຢືນຕົວຕົນດ້ວຍຕົນເອງ ເພື່ອໃຊ້ ຈຳແນກຕົວຕົນວ່າຄຸນລັກສະນະມີ ພຽງອັນດຽວ ແລະ ມີຄວາມສະເພາະເຈາະຈົງ. 1.2 ຄວາມເຊື່ອໝັ້ນຂອງການພິສູດຕົວຕົນທາງດິຈິຕອນລະດັບ 02: - ຜູ້ໃຫ້ບໍລິການ ຕ້ອງຂໍເອກະສານພິສູດຕົວຕົນທາງດິຈິຕອນ 01 ຢ່າງ ຈາກຕົວເລືອກທີ່ກຳນົດໄວ້ໃນ
ມາດຕາ 2
ການພິສູດຢືນຢັນ ແລະ ກວດສອບຕົວຕົນທາງດິຈິຕອນ. ລະບົບການພິສູດຢືນຢັນ ແລະ ກວດສອບຕົວຕົນທາງດິຈິຕອນ ແມ່ນຂະບວນການພິສູດຢືນຢັນ (Identity Proofing) ແລະ ກວດສອບ (Verification) ຄວາມຖືກຕ້ອງຂອງບຸກຄົນ, ໂດຍການປຽບທຽບກັບຊຸດຂໍ້ມູນຕົວຕົນທາງດິຈິຕອນທີ່ບັນທຶກໄວ້ໃນອຸປະກອນເອເລັກໂຕຣນິກ, ແລະ ດຳເນີນຜ່ານອິນເຕີເນັດ, ຕົວຢ່າງເຊັ່ນ: ຂະບວນການເປີດບັນຊີທະນາຄານຜ່ານອິນເຕີເນັດ ໂດຍບໍ່ຕ້ອງເຂົ້າໄປທີ່ເຄົາເຕີທະນາຄານ, ທະນາຄານຕ້ອງດຳເນີນການພິສູດຢືນຢັນຕົວຕົນຂອງລູກຄ້າຜ່ານທາງເອເລັກໂຕຣນິກ (e-KYC).
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 35 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ