ດຳລັດ ວ່າດ້ວຍ ເຂດ ແລະ ນິຄົມອຸດສາຫະກຳ
法令 关于工业区与工业园
Decree on Industrial Zones and Industrial Parks
ບົດສະຫຼຸບ
ດຳລັດນີ້ ກຳນົດຫຼັກການ ລະບຽບການ ແລະ ມາດຕະການ ກ່ຽວກັບການສ້າງຕັ້ງ ການດຳເນີນງານ ແລະ ການຄຸ້ມຄອງ ເຂດອຸດສາຫະກຳ ແລະ ນິຄົມອຸດສາຫະກຳ ເພື່ອດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ຊຸກຍູ້ອຸດສາຫະກຳປຸງແຕ່ງໄປສູ່ທິດທາງສີຂຽວ ແລະ ປົກປ້ອງຜົນປະໂຫຍດຂອງລັດ ປະຊາຊົນ ຜູ້ພັດທະນາ ແລະ ນັກລົງທຶນ.
ມາດຕາ
ມາດຕາ 1
ຈຸດປະສົງ ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການສ້າງຕັ້ງ, ການເຄື່ອນ ໄຫວ ແລະ ການຄຸ້ມຄອງເຂດ ແລະ ນິຄົມອຸດສາຫະກຳ ເພື່ອດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ດ້ວຍການວາງນະໂຍບາຍສົ່ງເສີມໃນການສ້າງຕັ້ງ, ພັດທະນາເຂດ ແລະ ນິຄົມອຸດສາຫະກຳ ພ້ອມດ້ວຍການ ລົງທຶນກິດຈະການໂຮງງານຕ່າງໆ ແນໃສ່ເຮັດໃຫ້ການລົງທຶນມີຄວາມສະດວກ, ວ່ອງໄວ, ຖືກຕ້ອງ ແລະ ສອດ ຄ່ອງຕາມນະໂຍບາຍການພັດທະນາຕາມທິດສີຂຽວ ຮັບປະກັນຜົນປະໂຫຍດຂອງລັດ, ປະຊາຊົນ, ຜູ້ພັດທະນາ ແລະ ຜູ້ລົງທຶນ ທັງເປັນການສົ່ງເສີມການຜະລິດ ສະໜອງແກ່ການຊົມໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ ປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງລາຍຮັບໃຫ້ແກ່ງົບປະມານ ແຫ່ງຊາດ.
ມາດຕາ 2
ເຂດ ແລະ ນິຄົມອຸດສາຫະກຳ ເຂດອຸດສາຫະກຳ ແມ່ນ ເຂດພື້ນທີ່ດິນທີ່ໄດ້ສະຫງວນ ຫຼື ຈັດສັນໄວ້ ສຳລັບການສ້າງຕັ້ງໂຮງງານອຸດສາຫະກຳ ຫຼື ກິດຈະການອື່ນ ທີ່ຮັບໃຊ້ ໃຫ້ແກ່ການດຳເນີນກິດຈະການອຸດສາຫະກຳ ທີ່ໄດ້ຮັບການຮັບຮອງຢ່າງເປັນ ທາງການຈາກລັດຖະບານ. ນິຄົມອຸດສາຫະກຳ ແມ່ນ ເນື້ອທີ່ດິນທີ່ໄດ້ພັດທະນາລະບົບໂຄງລ່າງພື້ນຖານທາງດ້ານເຕັກນິກເຊັ່ນ: ລະບົບ ເສັ້ນທາງ, ລະບາຍນ້ຳ, ບຳບັດສິ່ງເສດເຫຼືອ, ປ້ອງກັນນ້ຳຖ້ວມ, ໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ, ອາຄານ, ສາງ ແລະ ສິ່ງອຳນວຍຄວາມສະດວກອື່ນ ທີ່ຈຳເປັນ ເພື່ອຮັບໃຊ້ແກ່ການດຳເນີນກິດຈະການໂຮງງານອຸດສາຫະກຳ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 60 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ