ຂໍ້ຕົກລົງ ວ່າດ້ວຍ ມາດຕະການແຕ່ຫົວທີຕໍ່ສະຖາບັນການເງິນ

关于对金融机构采取早期干预措施的协议

Agreement on Early Intervention Measures for Financial Institutions

ບົດສະຫຼຸບ

ທະນາຄານແຫ່ງ ສປປ ລາວ ອອກຂໍ້ຕົກລົງກຳນົດຫຼັກການ ແລະ ລະບຽບການໃນການດຳເນີນມາດຕະການແຊກແຊງເບື້ອງຕົ້ນຕໍ່ສະຖາບັນການເງິນ, ແບ່ງສະຖາບັນການເງິນທີ່ອ່ອນແອອອກເປັນ 3 ລະດັບ ແລະ ກຳນົດມາດຕະການ 3 ລະດັບທີ່ສອດຄ່ອງ ເພື່ອປ້ອງກັນບໍ່ໃຫ້ຄວາມອ່ອນແອຂອງສະຖາບັນການເງິນກາຍເປັນວິກິດການ ແລະ ຮັກສາສະຖຽນລະພາບຂອງລະບົບການເງິນ.

ມາດຕາ

ມາດຕາ 1

1 ສະພາບຂອງສະຖາບັນການເງິນທີ່ອ່ອນແອຫຼາຍ ສະຖາບັນການເງິນທີ່ອ່ອນແອຫຼາຍ ແມ່ນສະຖາບັນການເງິນ ທີ່ທະນາຄານແຫ່ງ ສປປ ລາວ ໄດ້ປະເມີນແລ້ວ ເຫັນວ່າ ຕົກຢູ່ໃນ ໜຶ່ງ ຫຼື ຫຼາຍ ສະພາບການ ດັ່ງນີ້: 1. ການບໍລິຫານຄວາມສ່ຽງ ຫຼື ການຄວບຄຸມພາຍໃນ ຫຼື ການປະຕິບັດການກວດສອບພາຍໃນ ຫຼື ການ ບັນຊີ ມີຄວາມບົກຜ່ອງ ທີ່ກະທົບຮ້າຍແຮງຕໍ່ຄວາມໝັ້ນຄົງທາງດ້ານການເງິນ ຫຼື ຄວາມສາມາດຊຳລະໜີ້ ຊຶ່ງອາດຈະ ເຮັດໃຫ້ເກີດບັນຫາຮ້າຍແຮງຍິ່ງຂຶ້ນ ຖ້າຫາກບໍ່ໄດ້ຮັບການແກ້ໄຂຢ່າງເດັດຂາດ: 2. ປະຕິບັດຕາມການຊີ້ຳຂອງທະນາຄານແຫ່ງ ສປປ ລາວ ເພື່ອແກ້ ໄຂຄວາມບົກຜ່ອງຂອງຕົນ ບໍ່ປະສົບ ຜົນສຳເລັດ; 3. ອັດຕາສ່ວນຄວາມພຽງພໍຂອງທຶນທັງໝົດຫຼຸດລົງຕໍ່າກວ່າລະດັບ ທີ່ທະນາຄານແຫ່ງ ສປປ ລາວ ວາງອອກ ໂດຍຫຼຸດລົງເກີນຊາວຫ້າສ່ວນຮ້ອຍ (25%) ແຕ່ບໍ່ເກີນຫ້າສິບສ່ວນຮ້ອຍ (50%) ຂອງລະດັບດັ່ງກ່າວ; 4. ອັດຕາສ່ວນໜີ້ຕ້ອງຮັບທວງຍາກເກີນລະດັບ ທີ່ທະນາຄານແຫ່ງ ສປປ ລາວ ກຳນົດ ຢ່າງຫຼວງຫຼາຍ ແລະ ມີແນວໂນ້ມເພີ່ມຂຶ້ນຢ່າງຕໍ່ເນື່ອງ; 5. ອັດຕາສ່ວນສະພາບຄ່ອງຕໍ່າກວ່າລະດັບ ທີ່ທະນາຄານແຫ່ງ ສປປ ລາວ ກຳນົດອອກ ຢ່າງຫຼວງຫຼາຍ ຊຶ່ງບໍ່ ມີສະພາບຄ່ອງຮອງຮັບການຊຳລະໜີ້ ຫຼື ບໍ່ສາມາດຈ່າຍເງິນຄືນໃຫ້ຜູ້ຝາກເງິນ ຈຳເປັນຕ້ອງໄດ້ຂໍກູ້ຢືມຈາກທະນາຄານ ແຫ່ງ ສປປ ລາວ ຢ່າງຕໍ່ເນື່ອງ ເພື່ອເສີມສະພາບຄ່ອງ; 6. ມີຂາດທຶນໃນປີຢ່າງຕໍ່ເນື່ອງ ສອງ (2) ປີຂຶ້ນໄປ ຊຶ່ງສ້າງຜົນກະທົບຮ້າຍແຮງຕໍ່ສະຖາບັນການເງິນ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 20 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ