ຄຳແນະນຳ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຢູ່ພະແນກຍຸຕິທຳ ແຂວງຫຼວງນ້ຳທາ
关于在琅南塔省司法厅解决经济纠纷的指示
Instruction on Economic Dispute Resolution at the Luang Namtha Provincial Justice Department
ບົດສະຫຼຸບ
ຄຳສັ່ງເຈົ້າແຂວງຫຼວງນ້ຳທາ ຊີ້ແຈງໜ້າທີ່ ແລະ ຄວາມໝາຍຂອງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ ທີ່ຕັ້ງຢູ່ພະແນກຍຸຕິທຳແຂວງ ປະເພດຂໍ້ຂັດແຍ່ງທີ່ສາມາດຮັບໄດ້ ແລະ ມອບໃຫ້ຈັດຕັ້ງປະຕິບັດ ແລະ ເຜີຍແຜ່ກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ ແລະ ການໃຫ້ຄຳປຶກສາທາງກົດໝາຍ.
ມາດຕາ
ມາດຕາ 1
ການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ: — ອົງການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດແມ່ນອົງການຈັດຕັ້ງຂອງລັດ, ມີລັກສະນະສັງຄົມອາຊີບ ແລະ ກົດໝາຍ, ຢູ່ພາຍໃຕ້ການຄຸ້ມຄອງຂອງອົງການຕຸລາການ, ໜ້າທີ່ຂອງຕົນແມ່ນການສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ແກ່ຄູ່ກະທຳ, ຜູ້ໄກ່ເກ່ຍ ແລະ ຄະນະກຳມະການຕັດສິນໃນການດຳເນີນການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ. — ເພື່ອຮັບມືກັບຂໍ້ຂັດແຍ່ງທີ່ອາດເກີດຂຶ້ນໃນຂະບວນການດຳເນີນທຸລະກິດ, ແລະ ເຮັດໃຫ້ພໍ່ຄ້າມີຄວາມເຊື່ອໝັ້ນໃນການແກ້ໄຂຂໍ້ຂັດແຍ່ງ, ໂດຍແນ່ໃຈວ່າຈະບໍ່ມີການແຊກແຊງຈາກອຳນາດລັດ. ຖ້າຫາກຟ້ອງຮ້ອງຕໍ່ສານ, ຈະສົ່ງຜົນກະທົບຕໍ່ຊື່ສຽງ, ເສຍເວລາໃນການດຳເນີນທຸລະກິດ, ແລະ ທີ່ສຳຄັນແມ່ນສານຈະໃຊ້ອຳນາດລັດຕັດສິນທຸກບັນຫາ. — ເພື່ອເຮັດໃຫ້ນັກລົງທຶນຕ່າງປະເທດມີຄວາມເຊື່ອໝັ້ນຕໍ່ລະບົບການບໍລິຫານ ແລະ ລະບົບກົດໝາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. — ເພື່ອແກ້ໄຂຂໍ້ຂັດແຍ່ງລະຫວ່າງຄູ່ກະທຳດ້ວຍວິທີສັນຕິ, ຍຸຕິທຳ ແລະ ວ່ອງໄວ, ເຮັດໃຫ້ບັນຫາທີ່ຂັດແຍ່ງກັນ ຫຼື ບໍ່ລົງລອຍກັນສິ້ນສຸດລົງດ້ວຍຄວາມເພິ່ງພໍໃຈຂອງຄູ່ກະທຳ, ໂດຍບໍ່ມີການລຳອຽງໃຫ້ຝ່າຍໃດຝ່າຍໜຶ່ງ, ແລະ ບໍ່ຊັກຊ້າເວລາ. — ເພື່ອຟື້ນຟູສິດ ແລະ ຜົນປະໂຫຍດທີ່ຖືກລະເມີດ, ຄື: ການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດມີຈຸດປະສົງເພື່ອຕິດຕາມເອົາຄືນ, ຟື້ນຟູສິດ ແລະ ຜົນປະໂຫຍດໃຫ້ແກ່ຄູ່ກະທຳຝ່າຍທີ່ເສຍຫາຍ, ແລະ ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບສຸກ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 4 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ