关于在琅南塔省司法厅解决经济纠纷的指示

ຄຳແນະນຳ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຢູ່ພະແນກຍຸຕິທຳ ແຂວງຫຼວງນ້ຳທາ

Instruction on Economic Dispute Resolution at the Luang Namtha Provincial Justice Department

简介

琅南塔省省长发布指示,介绍设于省司法厅的经济纠纷解决办公室的职能与意义、可受理的经济纠纷类型,并部署各方组织实施,宣传普及《经济纠纷解决法》及相关法律咨询服务。 【OCR识别·机器翻译,未经律师终审,以官方PDF为准】

Summary

This instruction, issued by the Governor of Luang Namtha Province, introduces the functions and significance of the Economic Dispute Resolution Office located in the Provincial Justice Department, the types of economic disputes it can accept, and directs all parties to organize implementation, publicize the Law on Economic Dispute Resolution, and provide related legal advisory services.

ບົດສະຫຼຸບ

ຄຳສັ່ງເຈົ້າແຂວງຫຼວງນ້ຳທາ ຊີ້ແຈງໜ້າທີ່ ແລະ ຄວາມໝາຍຂອງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ ທີ່ຕັ້ງຢູ່ພະແນກຍຸຕິທຳແຂວງ ປະເພດຂໍ້ຂັດແຍ່ງທີ່ສາມາດຮັບໄດ້ ແລະ ມອບໃຫ້ຈັດຕັ້ງປະຕິບັດ ແລະ ເຜີຍແຜ່ກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ ແລະ ການໃຫ້ຄຳປຶກສາທາງກົດໝາຍ.

条文

第1条

经济纠纷的解决:—经济纠纷解决机构是国家的组织,具有社会职业性和法律性,处于司法部门的管理之下,其职责是为当事人、调解人和裁决委员在进行经济纠纷解决时创造条件、提供便利。—为应对经营业务过程中可能产生的纠纷,并使商人对纠纷解决产生信心,确信不会有公权力介入干预。若诉诸法院,将损害声誉、耽误经营时间,且重要的是法院将动用国家权力裁决一切问题。—为使外国投资者对老挝人民民主共和国的管理体系和法律体系产生信心。—为以和平、公正、迅速的方式解决当事人之间的纠纷,使相互矛盾或不和的问题以当事人满意的方式终结,不偏袒任何一方,且不拖延时日。—为恢复被侵害的权利和利益,即经济纠纷的解决旨在为遭受损失的当事一方追讨、恢复其权利和利益,并使社会井然有序、安宁祥和。

ພາສາລາວ (老挝语原文)

ການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ: — ອົງການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດແມ່ນອົງການຈັດຕັ້ງຂອງລັດ, ມີລັກສະນະສັງຄົມອາຊີບ ແລະ ກົດໝາຍ, ຢູ່ພາຍໃຕ້ການຄຸ້ມຄອງຂອງອົງການຕຸລາການ, ໜ້າທີ່ຂອງຕົນແມ່ນການສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ແກ່ຄູ່ກະທຳ, ຜູ້ໄກ່ເກ່ຍ ແລະ ຄະນະກຳມະການຕັດສິນໃນການດຳເນີນການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ. — ເພື່ອຮັບມືກັບຂໍ້ຂັດແຍ່ງທີ່ອາດເກີດຂຶ້ນໃນຂະບວນການດຳເນີນທຸລະກິດ, ແລະ ເຮັດໃຫ້ພໍ່ຄ້າມີຄວາມເຊື່ອໝັ້ນໃນການແກ້ໄຂຂໍ້ຂັດແຍ່ງ, ໂດຍແນ່ໃຈວ່າຈະບໍ່ມີການແຊກແຊງຈາກອຳນາດລັດ. ຖ້າຫາກຟ້ອງຮ້ອງຕໍ່ສານ, ຈະສົ່ງຜົນກະທົບຕໍ່ຊື່ສຽງ, ເສຍເວລາໃນການດຳເນີນທຸລະກິດ, ແລະ ທີ່ສຳຄັນແມ່ນສານຈະໃຊ້ອຳນາດລັດຕັດສິນທຸກບັນຫາ. — ເພື່ອເຮັດໃຫ້ນັກລົງທຶນຕ່າງປະເທດມີຄວາມເຊື່ອໝັ້ນຕໍ່ລະບົບການບໍລິຫານ ແລະ ລະບົບກົດໝາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. — ເພື່ອແກ້ໄຂຂໍ້ຂັດແຍ່ງລະຫວ່າງຄູ່ກະທຳດ້ວຍວິທີສັນຕິ, ຍຸຕິທຳ ແລະ ວ່ອງໄວ, ເຮັດໃຫ້ບັນຫາທີ່ຂັດແຍ່ງກັນ ຫຼື ບໍ່ລົງລອຍກັນສິ້ນສຸດລົງດ້ວຍຄວາມເພິ່ງພໍໃຈຂອງຄູ່ກະທຳ, ໂດຍບໍ່ມີການລຳອຽງໃຫ້ຝ່າຍໃດຝ່າຍໜຶ່ງ, ແລະ ບໍ່ຊັກຊ້າເວລາ. — ເພື່ອຟື້ນຟູສິດ ແລະ ຜົນປະໂຫຍດທີ່ຖືກລະເມີດ, ຄື: ການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດມີຈຸດປະສົງເພື່ອຕິດຕາມເອົາຄືນ, ຟື້ນຟູສິດ ແລະ ຜົນປະໂຫຍດໃຫ້ແກ່ຄູ່ກະທຳຝ່າຍທີ່ເສຍຫາຍ, ແລະ ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບສຸກ.

第2条

提交经济纠纷解决办公室的纠纷:—不履行合同;—商贸经营业务;—投资经营业务;—服务经营业务;—生产经营业务及其他纠纷。为使上述纠纷的解决合乎法律与公正,目前设于琅南塔省司法厅的经济纠纷解决办公室已按办公时间开放服务;当您发生经济方面的差错或纠纷时,可前往进行法律咨询并使用其服务。

ພາສາລາວ (老挝语原文)

ຂໍ້ຂັດແຍ່ງທີ່ຍື່ນຕໍ່ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ: — ການບໍ່ປະຕິບັດຕາມສັນຍາ; — ທຸລະກິດການຄ້າ; — ທຸລະກິດການລົງທຶນ; — ທຸລະກິດການບໍລິການ; — ທຸລະກິດການຜະລິດ ແລະ ຂໍ້ຂັດແຍ່ງອື່ນໆ. ເພື່ອໃຫ້ການແກ້ໄຂຂໍ້ຂັດແຍ່ງດັ່ງກ່າວເປັນໄປຕາມກົດໝາຍ ແລະ ຄວາມຍຸຕິທຳ, ປະຈຸບັນ ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ ທີ່ຕັ້ງຢູ່ພະແນກຍຸຕິທຳແຂວງຫຼວງນ້ຳທາ ໄດ້ເປີດບໍລິການຕາມເວລາທຳການ; ເມື່ອທ່ານເກີດຄວາມຜິດພາດ ຫຼື ຂໍ້ຂັດແຍ່ງທາງດ້ານເສດຖະກິດ, ທ່ານສາມາດໄປປຶກສາທາງກົດໝາຍ ແລະ ນຳໃຊ້ບໍລິການດັ່ງກ່າວໄດ້.

第3条

组织实施:责成省党务行政委员会、县党委书记、县长、省军事指挥部主任、省维护安全指挥部主任、各厅及同级机构主任、各国有及私营企业、琅南塔省经济特区管理委员会主任,直至各村父老人民、境内外商人,以高度责任心积极主动、密切关注地予以落实。责成省司法厅、经济纠纷解决办公室牵头宣传教育、培训《经济纠纷解决法》,并向广大群众普及本法律咨询及指示。

ພາສາລາວ (老挝语原文)

ການຈັດຕັ້ງປະຕິບັດ: ມອບໃຫ້ຄະນະບໍລິຫານງານພັກ-ລັດຖະບານແຂວງ, ເລຂາພັກເມືອງ, ເຈົ້າເມືອງ, ຫົວໜ້າກອງບັນຊາການທະຫານແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ຫົວໜ້າບັນດາພະແນກ ແລະ ອົງການທຽບເທົ່າ, ບັນດາວິສາຫະກິດຂອງລັດ ແລະ ເອກະຊົນ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຫຼວງນ້ຳທາ, ຕະຫຼອດຮອດປະຊາຊົນບັນດາເຜົ່າ, ພໍ່ຄ້າທັງພາຍໃນ ແລະ ຕ່າງປະເທດ ຈົ່ງມີຄວາມຮັບຜິດຊອບສູງ, ຕັ້ງໜ້າ ແລະ ຕິດຕາມຢ່າງໃກ້ຊິດໃນການຈັດຕັ້ງປະຕິບັດ. ມອບໃຫ້ພະແນກຍຸຕິທຳແຂວງ, ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ ເປັນເຈົ້າກົກໃນການໂຄສະນາເຜີຍແຜ່, ຝຶກອົບຮົມ ກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ ແລະ ເຜີຍແຜ່ຄຳແນະນຳ ແລະ ຄຳສັ່ງນີ້ໃຫ້ແກ່ປະຊາຊົນຢ່າງກວ້າງຂວາງ.

第4条

生效:本指示自签署之日起生效。
琅南塔省省长
(抄送:—相关部门各1份;—存档1份)

ພາສາລາວ (老挝语原文)

ມີຜົນສັກສິດ: ຄຳສັ່ງນີ້ມີຜົນສັກສິດນັບແຕ່ວັນທີ່ລົງນາມເປັນຕົ້ນໄປ.
ເຈົ້າແຂວງຫຼວງນ້ຳທາ
(ສຳເນົາ: — ໃຫ້ພາກສ່ວນທີ່ກ່ຽວຂ້ອງ 1 ສະບັບ; — ເກັບໄວ້ 1 ສະບັບ)

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译