ກົດໝາຍ ວ່າດ້ວຍມໍຣະດົກແຫ່ງຊາດ (ສະບັບປັບປຸງ)

国家遗产法(修订版)

National of Culture Law to lmprove

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດການປົກປ້ອງ, ການສືບທອດ ແລະ ການນຳໃຊ້ມໍລະດົກແຫ່ງຊາດ, ເພື່ອແນໃສ່ຮັກສາເອກະລັກວັດທະນະທຳ ແລະ ຄວາມຊົງຈຳທາງປະຫວັດສາດຂອງຊາດ. ຂອບເຂດການນຳໃຊ້ກວມເອົາມໍລະດົກທີ່ເປັນວັດຖຸ ແລະ ບໍ່ແມ່ນວັດຖຸ, ກຳນົດພາລະບົດບາດຂອງອົງການຄຸ້ມຄອງທີ່ກ່ຽວຂ້ອງຢ່າງຈະແຈ້ງ, ພ້ອມທັງກຳນົດລະບຽບການກ່ຽວກັບການຮັບຮອງ, ການຈົດທະບຽນ, ການສ້ອມແປງ ແລະ ການຫ້າມທຳລາຍມໍລະດົກ, ເພື່ອສົ່ງເສີມການອະນຸລັກມໍລະດົກຢ່າງຍືນຍົງ ແລະ ການພັດທະນາທີ່ເໝາະສົມ.

ມາດຕາ

ມາດຕາ 1

ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ນຳໃຊ້,
ປົກປັກຮັກສາ, ອະນຸລັກ, ບູລະນະ, ປະຕິສັງຂອນ ເພື່ອຮັກສາໄວ້ ຊິງຄຸນຄ່າ ຂອງມໍຣະດົກແຫ່ງຊາດ ທາງດ້ານ
ລັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ແນໃສ່ສຶກສາອົບຮົມພົນລະເມືອງໃຫ້ມີນຳໃຈຮັກຊາດ, ຮັກມູນ
ເຊືອອັນດີງງມຂອງຊາດ, ເປັນປັດໄຈຄຳປະກັນການຍືນຍົງຄົງຕົວ ຂອງຊາດລາວຕະຫຼອດໄປ, ສາມາດເຊືອມໂຍງ
ກັບພາກພືນ ແລະ ສາກົນ ປະກອບສ່ວນເຂົາໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2

(ປັບປຸງ) ມໍຣະດົກແຫ່ງຊາດ
ມໍຣະດົກແຫ່ງຊາດ ແມ່ນ ຜະລິດຕະພັນທີມະນຸດສ້າງຂິນ ຫຼື ສິງທີເກີດຂິນໂດຍທຳມະຊາດ ທີ
ມີຄຸນຄ່າສູງທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ, ເປັນຊັບສົມບັດອັນລຳຄ່າ, ເປັນກຳມະ
ສິດລວມຂອງວົງຄະນາຍາດແຫ່ງຊາດລາວ ທີມີຢູ່ທັງພາຍໃນ ແລະ ຕ່າງປະເທດ.
ມໍຣະດົກແຫ່ງຊາດ ປະກອບດ້ວຍ ມໍຣະດົກທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ທຳ
ມະຊາດ ທີ່ເປັນວັດຖຸ, ບໍ່ເປັນວັດຖຸ, ເປັນສັງຫາລິມະຊັບ ຫຼື ອະສັງຫາລິມະຊັບ, ມິຊີວິດ ຫຼື ບໍ່ມິທິວິດ ຊິງຢັງ
ຢືນເຖິງຄວາມເປັນມາຂອງຊາດລາວ, ຄົນລາວໃນແຕ່ລະຍຸກແຕ່ລະສະໄໜ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 96 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ