ດຳລັດ ວ່າດ້ວຍ ການສ້າງຕັ້ງປ່າປ້ອງກັນແຫຼ່ງນ້ຳ ຍອດນ້ຳຊັນ

关于设立南森源头水源涵养林的政令

Decree on Establishment of Nam Sen Headwater Conservation Forest

ບົດສະຫຼຸບ

ຄຳສັ່ງນາຍົກລັດຖະມົນຕີ ປະກາດການປ່ຽນແປງເນື້ອທີ່ປ່າສະຫງວນແຫ່ງຊາດ ນ້ຳຈອງ-ນ້ຳອີ ແຂວງຊຽງຂວາງ ເປັນປ່າສະຫງວນຕົ້ນນ້ຳ ນ້ຳເຊັນ ເນື້ອທີ່ 13,523 ເຮັກຕາ ເພື່ອປົກປັກຮັກສາແຫຼ່ງນ້ຳໃຫ້ໂຄງການໄຟຟ້ານ້ຳຕົກ ນ້ຳເຊັນ 3 ແລະ ສິ່ງແວດລ້ອມ ພ້ອມກຳນົດທີ່ຕັ້ງ ຂອບເຂດ ແລະ ການຈັດຕັ້ງປະຕິບັດ.

ມາດຕາ

ມາດຕາ 1

ຈຸດປະສົງ: ການອອກລັດຖະດຳລັດສະບັບນີ້ ແມ່ນເພື່ອປະກາດການສ້າງຕັ້ງປ່າສະຫງວນແຫຼ່ງນ້ຳ ສຳລັບໂຄງການໄຟຟ້າພະລັງນ້ຳ ນ້ຳແຊນ 3, ໂດຍການປ່ຽນແປງສ່ວນໜຶ່ງຂອງປ່າຜະລິດແຫ່ງຊາດ ນ້ຳຈົງ-ນ້ຳຍີ ທີ່ຕັ້ງຢູ່ແຂວງຊຽງຂວາງ (ມີເນື້ອທີ່ທັງໝົດ 122,259 (ໜຶ່ງແສນສອງໝື່ນສອງພັນສອງຮ້ອຍຫ້າສິບເກົ້າ) ເຮັກຕາ) ມາເປັນປ່າສະຫງວນແຫຼ່ງນ້ຳຕົ້ນນ້ຳແຊນ ສຳລັບໂຄງການໄຟຟ້າພະລັງນ້ຳ ນ້ຳແຊນ 3, ມີເນື້ອທີ່ 13,523 (ໜຶ່ງໝື່ນສາມພັນຫ້າຮ້ອຍຊາວສາມ) ເຮັກຕາ, ເຊິ່ງຕໍ່ໄປນີ້ເອີ້ນວ່າ "ປ່າສະຫງວນແຫຼ່ງນ້ຳຕົ້ນນ້ຳແຊນ".
ການສ້າງຕັ້ງປ່າສະຫງວນແຫຼ່ງນ້ຳຕົ້ນນ້ຳແຊນ ມີຈຸດປະສົງຕົ້ນຕໍດັ່ງນີ້: 1. ເພື່ອການຄຸ້ມຄອງ, ປົກປັກຮັກສາປ່າໄມ້, ຊັບພະຍາກອນປ່າໄມ້, ສັດນ້ຳ-ສັດບົກ ແລະ ແຫຼ່ງກຳເນີດຂອງແມ່ນ້ຳລຳເຊ, ໃຫ້ມີນ້ຳໄຫຼຕະຫຼອດປີ ເພື່ອສະໜອງນ້ຳຢ່າງຕໍ່ເນື່ອງ ໃຫ້ແກ່ການຜະລິດໄຟຟ້າຂອງໂຄງການໄຟຟ້າພະລັງນ້ຳ ນ້ຳແຊນ 3; 2. ເພື່ອປົກປັກຮັກສາຄວາມອຸດົມສົມບູນທາງທຳມະຊາດ, ຊີວະນາໆພັນ, ສິ່ງແວດລ້ອມ, ປ້ອງກັນການເຊາະເຈື່ອນຂອງດິນລົງສູ່ອ່າງເກັບນ້ຳ ແລະ ປົກປັກຮັກສາຄຸນນະພາບຂອງດິນ; 3. ເພື່ອປົກປັກຮັກສາຄວາມງາມຂອງທິວທັດທຳມະຊາດ, ເປັນສະຖານທີ່ພັກຜ່ອນ, ທ່ອງທ່ຽວ, ຄົ້ນຄວ້າວິທະຍາສາດ ແລະ ເປັນສະຖານທີ່ອະນຸລັກແຫຼ່ງພັນໄມ້ທ້ອງຖິ່ນ ເພື່ອຮັບໃຊ້ການຂະຫຍາຍພັນ ແລະ ເຜີຍແຜ່; 4. ເພື່ອການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້ ໂດຍວິທີການມີສ່ວນຮ່ວມຂອງປະຊາຊົນ ແລະ ຮັບປະກັນການນຳໃຊ້ຜົນຜະລິດຈາກປ່າແບບຍືນຍົງ, ບໍ່ໃຫ້ໝົດສິ້ນ ແລະ ບໍ່ສົ່ງຜົນກະທົບຕໍ່ໂຄງສ້າງຂອງປ່າ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 5 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ