ຂໍ້ຕົກລົງ ວ່າດ້ວຍ ການແກ້ໄຂທາງດ້ານບໍລິຫານ ກ່ຽວກັບ ການຈົດທະບຽນ ຊັບສິນອຸດສາຫະກຳ ແລະ ພັນພືດໃໝ່
协议——关于工业产权及新植物品种登记的行政解决
Agreement on Administrative Settlement of Industrial Property and New Plant Variety Registrations
ບົດສະຫຼຸບ
ຂໍ້ຕົກລົງຂອງກະຊວງອຸດສາຫະກຳ ແລະ ການຄ້າ, ຕາມມາດຕາ 130 ຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ, ກຳນົດຫຼັກການ, ລະບຽບການ ແລະ ຂັ້ນຕອນໃນການແກ້ໄຂທາງບໍລິຫານສຳລັບການຄັດຄ້ານ, ການປະຕິເສດ, ການຖອນທະບຽນ ຫຼື ການຍົກເລີກການຈົດທະບຽນຊັບສິນອຸດສາຫະກຳ ແລະ ພັນພືດໃໝ່, ກວມເອົາການຍື່ນ ແລະ ຮັບເອກະສານ, ການພິຈາລະນາ-ແກ້ໄຂ, ຄະນະແກ້ໄຂທາງບໍລິຫານ ແລະ ຜູ້ຊ່ຽວຊານ, ຂໍ້ຫ້າມ ແລະ ໜ້າທີ່ຄຸ້ມຄອງ.
ມາດຕາ
ມາດຕາ 1
ຄະນະກຳມະການແກ້ໄຂທາງດ້ານບໍລິຫານ ກົມຊັບສິນທາງປັນຍາ ຕ້ອງແຕ່ງຕັ້ງຄະນະກຳມະການແກ້ໄຂທາງດ້ານບໍລິຫານ ເປັນຈຳນວນຄີກ ມີຢ່າງ ຫ້ອຍ ສາມ ຄົນ ແຕ່ບໍ່ເກີນ ຫ້າ ຄົນ ປະກອບດ້ວຍ ປະທານ, ຮອງປະທານ ແລະ ຄະນະ. ບຸກຄົນທີ່ຈະຖືກແຕ່ງຕັ້ງ ເຂົາເປັນ ຄະນະກຳມະການແກ້ໄຂທາງດ້ານບໍລິຫານ ຕ້ອງມີມາດຖານເງື່ອນໄຂຄົບຖ້ວນ ຕາມທີ່ກຳນົດໄວ້ໃນ
ມາດຕາ 2
ການແກ້ໄຂທາງປົກຄອງກ່ຽວກັບການຈົດທະບຽນຊັບສິນທາງອຸດສາຫະກຳ ແລະ ແນວພັນພືດໃໝ່. ການແກ້ໄຂທາງປົກຄອງກ່ຽວກັບການຈົດທະບຽນຊັບສິນທາງອຸດສາຫະກຳ ແລະ ແນວພັນພືດໃໝ່ ໝາຍເຖິງ ຂະບວນການທີ່ຄະນະກຳມະການແກ້ໄຂທາງປົກຄອງ ດຳເນີນການແກ້ໄຂຄຳຄັດຄ້ານ, ການປະຕິເສດ, ການຖອນ ຫຼື ການຍົກເລີກການຈົດທະບຽນ ຊັບສິນທາງອຸດສາຫະກຳ ແລະ ແນວພັນພືດໃໝ່ ຕາມຂັ້ນຕອນທີ່ກຳນົດໄວ້ໃນຂໍ້ຕົກລົງນີ້. ການແກ້ໄຂທາງປົກຄອງກ່ຽວກັບການຈົດທະບຽນຊັບສິນທາງອຸດສາຫະກຳ ແລະ ແນວພັນພືດໃໝ່ ຕ້ອງດຳເນີນເປັນພາສາລາວ ແລະ ປະຕິບັດຕາມຫຼັກການຄວາມສະໝັກໃຈ, ຄວາມຍຸຕິທຳ, ຄວາມສະເໝີພາບ ແລະ ການຮັກສາຄວາມລັບ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 23 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ